ສືບທອດຫັດຖະກຳຕ່ຳຫູກຈາກພໍ່-ແມ່ ຊ່ວຍສ້າງວຽກເຮັດງານທຳ

ການ​ປະ­ກອບ​ອາ­ຊີບ​ຫັດ­ຖະ­ກຳ​ຕ່ຳ­ຫູກ ເປັນ​ການ​ສືບ​ສານ​ວັດ­ທະ­ນະ­ທຳ​ທີ່​ເປັນ​ເອ­ກະ­ລັກ​ສະ­ເພາະ​ຂອງ​ຄົນ​ລາວ​ເຮົາ ພ້ອມ​ທັງ​ສາ­ມາດ​ສ້າງ​ລາຍ​ຮັບ​ເຂົ້າ​ສູ່​ຄອບ­ຄົວ​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ ດັ່ງ​ຄອບ­ຄົວ​ທ່ານ​ນາງ ເວີນ ໄຊ​ຍະ​ສິດ ຢູ່​ບ້ານ​ອາ​ມອນ ເມືອງ​ໄຊ​ເສດ​ຖາ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ຍຶດ​ຖື​ອາ­ຊີບ​ຫັດ­ຖະ­ກຳ​ຕ່ຳ­ຫູກ​ມາ​ໄດ້​ຫຼາຍ​ປີ ແລະ ໄດ້​ເຮັດ​ໃຫ້​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ຄອບ­ຄົວ​ນັບ​ມື້​ດີ​ຂຶ້ນ.

ທ່ານ​ນາງ ເວີນ ໄຊ​ຍະ​ສິດ ໃຫ້​ສຳ­ພາດ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ຕົນ​ເປັນ​ຄົນ​ແຂວງ​ຫົວ­ພັນ ຍ້າຍ​ມາ​ຢູ່​ນະ ຄອນ​ຫຼວງ​ວຽງ​ຈັນ ເຊິ່ງ​ເປັນ​ຜູ້​ໜຶ່ງ​ທີ່​ມີ​ຄວາມ​ມັກ-ຮັກ​ດ້ານ​ການ​ຕ່ຳ­ຫູກ​ທໍ​ໄໝ ເພື່ອ​ສືບ​ທອດ​ການ​ຕ່ຳ­ຫູກ​ຈາກ​ພໍ່-ແມ່ ຈຶ່ງ​ໄດ້​ເລີ່ມ​ເຮັດ​ຫູກ​ແຕ່​ປີ 2001 ເປັນ­ຕົ້ນ​ມາ ໃນ​ເບື້ອງ​ຕົ້ນ​ມີ 1 ກີ່ ໂດຍ​ຕ່ຳ​ເອງ ເມື່ອ​ເຫັນ​ວ່າ​ຕະ ຫຼາດ ກໍ​ຄື​ຜູ້​ຊົມ­ໃຊ້​ມີ​ຄວາມ​ຕ້ອງ­ການ​ຫຼາຍ ຈຶ່ງ​ໄດ້​ຂະ­ຫຍາຍ​ກີ່​ເພີ່ມ​ອອກ​ໃຫ້​ລູກ​ຫຼານ​ຕຳ ປັດ­ຈຸ­ບັນ​ມີ​ກີ່​ເພີ່ມ​ຂຶ້ນ​ເກືອບ 90 ກີ່ ໃນ​ນີ້​ຕ່ຳ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ 10 ກວ່າ​ກີ່ ແລະ ສ່ວນ​ທີ່​ເຫຼືອ​ແມ່ນ​ໃຫ້​ປະ­ຊາ­ຊົນ​ຕ່ຳ​ຢູ່​ແຂວງ​ຫົວ­ພັນ ໂດຍ​ໄດ້​ຕ່ຳ​ແຂບ​ຄໍ​ເສື້ອ ຕີນ​ສິ້ນ ແລະ ແພ​ບ່ຽງ​ທີ່​ມີ​ສີ­ສັນ​ລວ­ດລາຍ​ແຕກ​ຕ່າງ​ກັນ ຫຼື​ຕາມ​ການ​ສັ່ງ​ຈອງ​ຂອງ​ລູກ​ຄ້າ ລາ­ຄາ​ຂາຍ​ແຕ່ 700.000-3 ລ້ານ​ກີບ ສຳ­ລັບ​ຕະ­ຫຼາດ​ຈຳ­ໜ່າຍ​ແມ່ນ​ສົ່ງ​ໃຫ້​ຂາ​ປະ­ຈຳ​ຮ້ານ​ຂາຍ​ສິ້ນ​ຕະ­ຫຼາດ​ເຊົ້າ ແລະ ລູກ​ຄ້າ​ທົ່ວ​ໄປ.

ທ່ານ​ນາງ ເວີນ ໄຊ​ຍະ​ສິດ ກ່າວ​ຕື່ມ​ວ່າ: ວັດ­ຖຸ​ອຸ­ປະ­ກອນ​ໃນ​ການ​ເຮັດ​ຫູກ ໄດ້​ຊື້​ສຳ­ເລັດ​ຮູບ​ຈາກ​ຕະ ຫຼາດ ໂດຍ​ເລືອກ​ເອົາ​ໄໝ​ທີ່​ມີ​ຄຸນ​ນະ​ພາບ​ເກຣດ A ອັນ​ໄດ້​ເຮັດ​ໃຫ້​ຜະ­ລິດ​ຕະ​ພັນ​ມີ​ຄວາມ​ແໜ້ນ­ໜາ​ດີ ລະ ອຽດ ສວຍ​ງາມ ແລະ ເປັນ​ທີ່​ຍອມ­ຮັບ​ຂອງ​ລູກ​ຄ້າ ການ​ປະ­ກອບ​ອາ­ຊີບ​ເຮັດ​ຫັດ­ຖະ­ກຳ​ຕ່ຳ­ຫູກ ນອກ­ຈາກ​ສ້າງ​ລາຍ​ຮັບ​ເຂົ້າ​ສູ່​ຄອບ­ຄົວ​ຂອງ​ຕົນ​ເອງ​ແລ້ວ ຍັງ​ໄດ້​ປະ­ກອບ­ສ່ວນ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແມ່­ຍິງ​ ມີ​ຊີ­ວິດ​ການ​ເປັນ​ຢູ່​ດີ​ຂຶ້ນ ສະ­ແດງ​ອອກ ລາຍ​ຮັບ​ຈາກ​ການ​ຕ່ຳ​ສະ­ເລ່ຍ 300.000-500.000 ກີບ​ຕໍ່​ຄົນ​ຕໍ່​ອາ­ທິດ ປັດ­ຈຸ­ບັນ​ມີ​ຜະ­ລິດ​ຕະ​ພັນ​ຜ້າ­ໄໝ ສິ້ນ­ໄໝ ແລະ ອື່ນໆ​ເຂົ້າ​ມາ​ລາວ​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ ແລະ ຄົນ​ສ່ວນ​ໃຫຍ່​ໄດ້​ຫັນ​ໄປ​ນຳ​ໃຊ້​ຜະ­ລິດ​ຕະ​ພັນ​ດັ່ງ­ກ່າວ ຍ້ອນ​ລາ­ຄາ​ບໍ່​ແພງ ອັນ​ເປັນ​ສາ­ເຫດ​ເຮັດ​ໃຫ້​ຫັດ­ຖະ­ກຳ​ຕ່ຳ­ຫູກ​ທີ່​ເປັນ​ສີ­ໄມ້­ລາຍ­ມື​ຂອງ​ຄົນ​ລາວ ພົບ​ຄວາມ​ຫຍຸ້ງ­ຍາກ​ດ້ານ​ການ­ຈຳ­ໜ່າຍ ເຮັດ​ມາ​ແລ້ວ​ຂາຍ​ຍາກ ເນື່ອງ​ຈາກ ຜະ­ລິດ​ຕະ​ພັນ​ຂອງ​ປະ­ເທດ​ເຮົາ​ເຮັດ​ດ້ວຍ​ມື ໃຊ້​ເວ­ລາ​ໃນ​ການ​ຕ່ຳ​ດົນ​ພໍ​ສົມ­ຄວນ ບັນ­ຫາ​ດັ່ງ­ກ່າວ​ຈຶ່ງ​ສະ­ເໜີ​ໃຫ້​ພາກ­ສ່ວນ​ກ່ຽວ­ຂ້ອງ​ຊ່ວຍ​ແກ້​ໄຂ ເພື່ອ​ເຮັດ​ໃຫ້​ຄົນ​ລາວ​ຫັນ​ມາ​ນຳ​ໃຊ້​ຜະ­ລິດ​ຕະ​ພັນ​ຂອງ​ລາວ​ ໃຫ້​ນັບ​ມື້​ຫຼາຍ​ຂຶ້ນ ທັງ​ເປັນ​ການ​ຊຸກ­ຍູ້-ສົ່ງ­ເສີມ​ສີ­ໄມ້­ລາຍ­ມື​ຂອງ​ລາວ​ ໃຫ້​ມີ​ຄວາມ​ຍືນ​ຍົງ.

error: Content is protected !!