ນະຄອນຫຼວງ ເອັຟຊີ ເອົາຊະນະ ວຽງຈັນ ຢູໄນເຕັດ 5-0 ປະຕູ

ນະ­ຄອນ­ຫຼວງ ເອັຟ​ຊີ ສະ­ໂມ­ສອນ​ໃນ​ລາວ​ລີກ 2 ສ້າງ​ຜົນ­ງານ​ໂດດ​ເດັ່ນ​ໃນ​ນັດ​ອຸ່ນ​ເຄື່ອງ ​ເພື່ອ​ກຽມ­ພ້ອມເຂົ້າ​ຮ່ວມ​ການ​ແຂ່ງ­ຂັນ​ບານ­ເຕະ​ລາວ​ລີກ 2 ທີ່​ຈະ​ເປີດ​ຂຶ້ນ​ໃນ​ໄວໆ​ນີ້ ດ້ວຍ​ການ​ຍິງ​ຖະ​ຫຼົ່ມ​ທີມ ວຽງ​ຈັນ ຢູ​ໄນ​ເຕັດ​ ໄປ​ແບບ​ຂາດ​ລອຍ 5-0 ປະ­ຕູ ໃນ​ນັດ​ແຂ່ງ­ຂັນ​ວັນ​ທີ 3 ກໍ­ລະ­ກົດ 2020 ຜ່ານ​ມາ ຢູ່​ສະ­ໜາມຮ່ອງ​ຄ້າ ເມືອງ​ຈັນ­ທະ​ບູ​ລີ ນະ­ຄອນ­ຫຼວງ​ວຽງ​ຈັນ ເຊິ່ງ​ຖື​ວ່າ ​ນະ­ຄອນ­ຫຼວງ ເອັຟ​ຊີ ບຸກ​ໄປ​ຢາມ ວຽງ​ຈັນ ຢູ​ໄນ​ເຕັດ ເນື່ອງ​ຈາກ​ສະ­ໜາມ​ດັ່ງ­ກ່າວ​ເປັນ​ຂອງ​ປະ­ທານ​ສະ­ໂມ­ສອນ ວຽງ​ຈັນ ຢູ​ໄນ​ເຕັດ ເຊິ່ງ​ການ​ແຂ່ງ­ຂັນ​ໃນ​ນັດ​ອຸ່ນ​ເຄື່ອງ​ດັ່ງ­ກ່າວ ​ຜ່ານ​ແຂ່ງ­ຂັນ​ຜົນ​ປາ­ກົດ​ວ່າ: ນະ­ຄອນ­ຫຼວງ ເອັຟ​ຊີ ສາ­ມາດ​ສ້າງ​ຜົນ­ງານ​ໂດດ​ເດັ່ນ ໂດຍ​ການ​ຕ້ອນ​ເອົາ​ຊະ­ນະ​ສະ­ໂມ­ສອນ ວຽງ​ຈັນ ຢູ​ໄນ​ເຕັດ ​ໄປ​ແບບ​ຂາດ​ລອຍ 5-0 ປະ­ຕູ.

ສຳ­ລັບ​ການ​ແຂ່ງ­ຂັນ​ບານ­ເຕະ ​ຄອມ​ມານ​ໂດ ລາວ​ລີກ 2 ປະ­ຈຳ​ປີ 2020 ມີ​ທີມ​ເຂົ້າ​ຮ່ວມ​ທັງ​ໝົດ 14 ທີມ ໂດຍ​ໄດ້​ແບ່ງ​ກຸ່ມ​ອອກ​ເປັນ 2 ກຸ່ມ ກຸ່ມ​ລະ 7 ທີມ ເຊິ່ງ​ການ​ແຂ່ງ­ຂັນ​ແມ່ນ​ຈະ​ເລີ່ມ​ຂຶ້ນ​ໃນ​ວັນ​ທີ 25 ກໍ­ລະ­ກົດ​ນີ້.

error: Content is protected !!