ກິນໝີ່ເຄິ່ງສຳເລັດຮູບຢ່າງໃດ ບໍ່ໃຫ້ເສຍສຸຂະພາບ

ໝີ່​ເຄິ່ງ​ສຳ­ເລັດ​ຮູບ ມັກ​ຖືກ​ເບິ່ງ​ວ່າ​ເປັນ​ອາ­ຫານ​ໄຮ້​ປະ­ໂຫຍດ ໄຮ້​ຄຸນ­ຄ່າ​ທາງ​ສານ​ອາ­ຫານ ບໍ່​ຄວນ​ກິນ​ເລື້ອຍໆ ແລະ ຍັງ​ໃຫ້​ໂທດ​ຕໍ່​ຮ່າງ­ກາຍ ຫາກ​ຮັບ​ປະ­ທານ​ຫຼາຍ​ເກີນ​ໄປ​ອີກ​ດ້ວຍ ແຕ່​ຖ້າ​ທ່ານ​ມັກ​ກິນ​ໝີ່​ເຄິ່ງ​ສຳ­ເລັດ​ຮູບ ເຮົາ​ມີ​ວິ­ທີ​ກິນ​ໃຫ້​ໄດ້​ປະ­ໂຫຍດ ໄດ້​ຄຸນ­ຄ່າ​ທາງ​ສານ​ອາ­ຫານ​ຫຼາຍ​ຂຶ້ນ​ມາ​ຝາກ.

ເປັນ​ຫຍັງ “ໝີ່​ເຄິ່ງ​ສຳ­ເລັດ​ຮູບ” ຈຶ່ງ​ບໍ່​ຄວນ​ກິນ​ຫຼາຍ

ໝີ່​ເຄິ່ງ​ສຳ­ເລັດ​ຮູບ ມັກ​ຖືກ​ຈັດ​ວ່າ​ເປັນ​ອາ­ຫານ​ທີ່​ບໍ່​ຄ່ອຍ​ມີ​ຄຸນ­ຄ່າ​ທາງ​ສານ​ອາ­ຫານ ທີ່​ມີ​ປະ­ໂຫຍດ​ຕໍ່​ຮ່າງ­ກາຍ ເພາະ​ມີ​ພຽງ​ແປ້ງ​ທີ່​ຜະ­ລິດ​ດ້ວຍ​ກຳ​ມະ​ວິ­ທີ​ສຳ­ເລັດ​ຮູບ ບໍ່​ໄດ້​ມີ​ຄຸນ­ຄ່າ​ທາງ​ສານ​ອາ­ຫານ​ເທົ່າ​ແປ້ງ​ຈາກ​ເຂົ້າ ຫຼື ເຂົ້າ­ຈີ່ ນອກ­ຈາກ​ນີ້ ຍັງ​ມີ​ຈາກ​ຄຸນ­ຄ່າ​ທາງ​ສານ​ອາ­ຫານ​ອື່ນໆ ເຊັ່ນ: ໂປຣ​ຕີນ ເກືອ​ແຮ່ ວິ­ຕາ­ມິນ ແລະ ໄຂ­ມັນ ໃນ​ປະ­ລິ­ມານ​ທີ່​ພໍ​ເໝາະ​ຕໍ່​ອາ­ຫານ 1 ຄາບ ຈຶ່ງ​ບໍ່​ຄວນ​ກິນ​ໝີ່​ເຄິ່ງ​ສຳ­ເລັດ​ຮູບ​ເປັນ​ອາ­ຫານ​ຫຼັກ​ຫຼາຍ​ປານ­ໃດ ແລະ ປະ­ລິ­ມານ​ໂຊ­ດຽມ​ທີ່­ຢູ່​ທີ່​ເສັ້ນ ແລະ ເຄື່ອງ­ປຸງ ຍັງ​ສະ­ເລ່ຍ​ຢູ່​ທີ່ 2.000 ມິນ​ລິ​ກຣາມ ທີ່​ຊອງ​ດຽວ​ກໍ​ຫຼາຍ​ເທົ່າ​ກັບ​ປະ­ລິ­ມານ​ໂຊ­ດຽມ​ທີ່​ຄວນ​ກິນ​ໃນ 1 ວັນ​ແລ້ວ ດັ່ງ­ນັ້ນ ຈຶ່ງ​ອາດ​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ປະ­ລິ­ມານ​ໂຊ­ດຽມ​ຫຼາຍ​ເກີນ​ຄວາມ​ຕ້ອງ­ການ​ຂອງ​ຮ່າງ­ກາຍ​ໃນ 1 ວັນ​ໄດ້ ຫາກ​ເຮົາ​ໄດ້​ຮັບ​ໂຊ­ດຽມ​ຫຼາຍ​ເກີນ​ໄປ ນອກ­ຈາກ​ຈະ​ສ່ຽງ​ໂລກ​ໝາກ​ໄຂ່­ຫຼັງ​ແລ້ວ ຍັງ​ສ່ຽງ​ບວມ​ນ້ຳ ຄວາມ­ດັນ­ເລືອດ­ສູງ ແລະ ໂລກ​ອັນ­ຕະ­ລາຍ​ອື່ນໆ​ຕາມ​ມາ​ໄດ້.

ກິນ “ໝີ່​ເຄິ່ງ​ສຳ­ເລັດ​ຮູບ” ຢ່າງ­ໃດ ບໍ່​ໃຫ້​ເສຍ​ສຸ­ຂະ­ພາບ

ຂໍ້​ມູນ​ຈາກ Mahidol Channel ກ່າວ​ວ່າ ຫາກ​ຈະ​ຮັບ​ປະ­ທານ​ໝີ່​ເຄິ່ງ​ສຳ­ເລັດ​ຮູບ​ໃຫ້​ມີ​ປະ­ໂຫຍດ ແລະ ບໍ່​ເປັນ​ອັນ­ຕະ­ລາຍ​ຕໍ່​ຮ່າງ­ກາຍ ສາ­ມາດ​ເຮັດ​ໄດ້​ດັ່ງ­ນີ້.

1. ລວກ​ເສັ້ນ​ໝີ່ ເທ​ນ້ຳ​ຖິ້ມ​ໄປ​ກ່ອນ​ໜຶ່ງ​ຮອບ ເພື່ອ​ຫຼຸດ​ປະ­ລິ­ມານ​ໂຊ­ດຽມ ແລະ ໄຂ­ມັນ.
2. ໃສ່​ສ່ວນ​ປະ­ກອບ​ອື່ນໆ​ເຂົ້າ​ໄປ​ດ້ວຍ ເຊັ່ນ ຜັກ​ຕ່າງໆ ຊີ້ນ​ສັດ ໄຂ່ ແລະ ອື່ນໆ.
3. ບໍ່​ໃສ່­ເຄື່ອງ​ປຸງ​ຈົນ​ໝົດ​ຊອງ.
4. ໃຊ້​ພຽງ​ເສັ້ນ​ໃນ​ການ​ປະ­ກອບ​ອາ­ຫານ ບໍ່​ໃຊ້​ເຄື່ອງ­ປຸງ​ໃນ​ຊອງ ເຊັ່ນ ການ​ຂົ້ວ​ເສັ້ນ​ໝີ່​ເຄິ່ງ​ສຳ­ເລັດ​ຮູບ.
5. ບໍ່​ຮັບ​ປະ­ທານ​ໝີ່​ເຄິ່ງ​ສຳ­ເລັດ​ຮູບ​ຫຼາຍ​ເກີນ​ໄປ (ບໍ່​ເກີນ​ວັນ​ລະ 1 ຊອງ/ຖ້ວຍ) ຫຼື ເລື້ອຍ​ຈົນ​ເກີນ​ໄປ (ບໍ່​ເກີນ 2-3 ຄັ້ງ​ຕໍ່​ອາ­ທິດ).
6. ບໍ່​ຊົດ​ນ້ຳ​ແກງ​ຈົນ​ໝົດ​ຖ້ວຍ.
7. ຕອນ​ທ້າຍ​ຄາບ​ອາ­ຫານ​ຕ້ອງ​ກິນ​ໝາກ​ໄມ້​ຕື່ມ​ອີກ.

ຊາວ­ບ້ານ – ນຳ​ສະ­ເໜີ

error: Content is protected !!