ລະວັງ ! ຈະຕົກເປັນເຫຍື່ອ ຍຸດທະສາດຫັນປ່ຽນໂດຍສັນຕິ

ໃນ​ຍຸກ​ແຫ່ງ​ຂໍ້​ມູນ​ຂ່າວ­ສານ​ຄື​ປັດ­ຈຸ­ບັນ ໄດ້​ເກີດ​ມີ​ແຫຼ່ງ​ຂ່າວ​ຫຼວງ­ຫຼາຍ​ປາ­ກົດ​ຕົວ​ຂຶ້ນ​ໃນ​ສື່​ອອນ​ລາຍ ສະ­ນັ້ນ ຫາກ​ເຮົາ​ບໍ່​ມີ​ສະ­ຕິ​ໃນ​ການ​ຮັບ​ຂໍ້​ມູນ​ເຫຼົ່າ­ນັ້ນ ຈະ​ເຮັດ​ໃຫ້​ສັບ­ສົນ ບໍ່​ຮູ້​ວ່າ​ອັນ​ໃດ​ເປັນ​ຂ່າວ​ແທ້ ຂ່າວ​ປອມ ທ້າຍ​ທີ່​ສຸດ ອາດ​ຕົກ​ເປັນ​ເຫຍື່ອ​ຂອງ​ຍຸດ​ທະ​ສາດ​ຫັນ­ປ່ຽນ​ໂດຍ​ສັນ­ຕິ ຂອງ​ອິດ​ທິ​ກຳ­ລັງ​ປໍ​ລະ​ປັກ ທີ່​ຫວັງ​ໂຄ່ນ​ລົ້ມ​ໂຈມ​ຕີ​ລະ­ບອບ​ຂອງ​ພວກ​ເຮົາ ເພື່ອ​ບໍ່​ໃຫ້​ຕົກ​ເປັນ​ເຫຍື່ອ ພວກ​ເຮົາ​ຕ້ອງ​ກຳ​ໃຫ້​ໄດ້​ວ່າ: ຍຸດ​ທະ​ສາດ​ຫັນ­ປ່ຽນ​ໂດຍ​ສັນ­ຕິ​ແມ່ນ​ຫຍັງ ?.

ຍຸດ​ທະ​ສາດ​ຫັນ­ປ່ຽນ​ໂດຍ​ສັນ­ຕິ ແມ່ນ​ຮູບ​ການ​ໜຶ່ງ​ຂອງ​ການ​ຕໍ່­ສູ້​ຊົນ​ຊັ້ນ​ທີ່​ຂ້ຽວ­ຂາດ ເອົາ​ເປັນ​ເອົາ​ຕາຍ ລະ­ຫວ່າງ​ລັດ­ທິ​ຈັກ­ກະ­ພັດ ແລະ ສັງ­ຄົມ​ນິ­ຍົມ​ໃນ​ເມື່ອ​ກ່ອນ ຕາມ​ຂໍ້​ມູນ​ຂອງ​ຫຼາຍ​ເອ­ກະ­ສານ ໃຫ້​ຮູ້​ວ່າ: ໃນ​ເດືອນ​ມັງ­ກອນ ປີ 1953 ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ​ອາ​ເມ​ຣິ​ກາ “ດາ​ແລັດ” ໄດ້​ຖະ­ແຫຼງ​ວ່າ: “ການ​ທັບ​ມ້າງ​ປະ­ເທດ​ສັງ­ຄົມ​ນິ­ຍົມ ສາ­ມາດ​ເຮັດ​ດ້ວຍ​ວິ­ທີ​ສັນ­ຕິ​ວິ­ທີ ຄື: ນຳ​ໃຊ້​ວິ­ທີ​ທາງ​ດ້ານ​ແນວ​ຄິດ ແລະ ຈິດ­ຕະ­ສາດ ເພື່ອ​ບັນ­ລຸ​ເປົ້າ​ໝາຍ ສົມ­ທົບ​ວິ­ທີ​ການ​ຕ່າງໆ ນັບ​ທັງ​ດ້ານ​ການ​ທະ­ຫານ” ນັ້ນ​ຄື​ຈຸດ​ເລີ່ມ​ຕົ້ນ​ຂອງ​ຍຸດ​ທະ​ສາດ​ຫັນ­ປ່ຽນ​ໂດຍ​ສັນ­ຕິ ຈາກ​ນັ້ນ ບໍ່​ພໍ​ເທົ່າ­ໃດ​ປີ ເຂົາ​ກໍ​ເຮັດ​ທົດ​ລອງ​ກັບ​ປະ­ເທດ​ຮົງ​ກາ­ລີ (1956) ເຊັກ​ໂກ­ສະ​ໂລ​ວາ​ກີ (1968) ໂປ​ໂລຍ (1980) ສະ­ຫະ­ພາບ​ໂຊ​ວຽດ (1991) ແລະ​ແລ້ວ​ທັງ​ໝົດ​ລະ­ບົບ​ສັງ­ຄົມ​ນິ­ຍົມ​ໂລກ​ກໍ​ແຕກ​ສະ­ຫຼາຍ.

ຍຸດ​ທະ​ສາດ​ຫັນ­ປ່ຽນ​ໂດຍ​ສັນ­ຕິ ແມ່ນ​ການ​ຕໍ່­ສູ້​ທີ່​ດຳ­ເນີນ​ຢູ່​ພາຍ​ໃນ​ຂອງ​ປະ­ເທດ​ໃດ​ໜຶ່ງ ທີ່​ບໍ່​ເດີນ​ຕາມ​ເສັ້ນ­ທາງ​ຂອງ​ມະ­ຫາ​ອຳ­ນາດ​ຕາ­ເວັນ­ຕົກ ເຊິ່ງ​ວິ­ທີ​ການ​ຕົ້ນ­ຕໍ​ແມ່ນ​ໃຊ້​ຈິດ­ຕະ­ວິ­ທະ­ຍາ ເພື່ອ​ຊວນ​ເຊື່ອ​ໃຫ້​ປະ­ລະ​ທາດ​ແທ້ ແລະ ອຸ­ດົມ​ການ ແບ່ງ​ແຍກ​ຄວາມ​ສາ­ມັກ­ຄີ​ພາຍ​ໃນ ເຊິ່ງ​ສ່ວນ​ຫຼາຍ​ແມ່ນ​ຜ່ານ​ສື່​ຕ່າງໆ ໂດຍ​ສະ­ເພາະ ສື່​ອອນ​ລາຍ.

ການ​ດຳ­ເນີນ​ຍຸດ​ທະ​ສາດ​ຫັນ­ປ່ຽນ​ໂດຍ​ສັນ­ຕິ​ໃນ​ທີ່​ຜ່ານ​ມາ ຢູ່​ແຕ່​ລະ​ປະ­ເທດ​ສ່ວນ​ຫຼາຍ​ແມ່ນ​ຜ່ານ​ສອງ​ບາດ­ກ້າວ ເຊັ່ນ: ບາດ­ກ້າວ​ທີ​ໜຶ່ງ ສ້າງ​ການ​ຫັນ­ປ່ຽນ ແລະ ຜັນ​ແຍກ​ຢູ່​ທາງ​ໃນ ສ້າງ​ວິ​ກິດ​ການ​ທາງ​ດ້ານ​ເສດ­ຖະ­ກິດ-ສັງ­ຄົມ ກ້າວ​ໄປ​ເຖິງ​ວິ­ທີ​ທາງ​ການ­ເມືອງ ເພື່ອ​ປຸກ­ລະ­ດົມ​ມະ­ຫາ­ຊົນ​ຕໍ່­ສູ້​ທວງ​ເອົາ​ປະ­ຊາ­ທິ­ປະ­ໄຕ​ຫຼາຍ​ພັກ ຫຼາຍ​ເຄົ້າ ທວງ​ໃຫ້​ແກ້​ໄຂ​ຊີ­ວິດ​ການ​ເປັນ​ຢູ່​ທີ່​ເກີນ​ຄວາມ​ສາ­ມາດ​ຕົວ​ຈິງ​ຂອງ​ອຳ­ນາດ​ການ​ປົກ­ຄອງ ກ້າວ​ໄປ​ສ້າງ​ເສດ­ຖະ­ກິດ​ຕາມ​ທ່າ​ອ່ຽງ​ນິ­ຍົມ​ຂອງ​ປະ­ເທດ​ມະ­ຫາ​ອຳ­ນາດ ບາດ­ກ້າວ​ທີ​ສອງ ໃນ​ເມື່ອ​ຫັນ­ປ່ຽນ​ບໍ່​ໄດ້​ຮັບ​ຜົນ ຫຼື ບໍ່​ບັນ­ລຸ​ລະ­ດັບ​ໃດ​ໜຶ່ງ ເມື່ອ​ມີ​ໂອ­ກາດ​ອຳ­ນວຍ​ຈະ​ປຸກ­ລະ­ດົມ​ຂະ​ບວນ​ການ​ລຸກ​ຮື​ຂຶ້ນ ໂຄ່ນ​ລົ້ມ​ລະ­ບອບ​ການ​ປົກ­ຄອງ ຫຼື ດ້ວຍ​ຮູບ​ການ​ລັດ­ຖະ­ປະ­ຫານ.

ເຖິງ​ແມ່ນ​ວ່າ​ສະ­ຖາ­ນະ​ການ​ຂອງ​ໂລກ​ຈະ​ປ່ຽນ​ໄປ ແນວ­ໃດ​ກໍ​ຕາມ ແຕ່​ບັນ­ດາ​ອິດ​ທິ​ກຳ­ລັງ​ປໍ​ລະ​ປັກ ກໍ​ຍັງ​ຄົງ​ສືບ­ຕໍ່​ດຳ­ເນີນ​ຍຸດ​ທະ​ສາດ​ຫັນ­ປ່ຽນ​ໂດຍ​ສັນ­ຕິ ບໍ່​ມີ​ຫຍັງ​ປ່ຽນ­ແປງ ກົງ­ກັນ­ຂ້າມ​ຍິ່ງ​ເພີ່ມ​ທະ­ວີ ໂດຍ​ແນ­ໃສ່​ກໍ່­ສ້າງ​ໃຫ້​ເກີດ​ປັດ​ໄຈ ແລະ ເງື່ອນ­ໄຂ​ຈາກ​ພາຍ​ໃນ ເພື່ອ​ລໍ­ຖ້າ​ໂອ­ກາດ​ອັນ​ສຸກ​ງອມ ແລ້ວ​ກໍ​ຊຸກ­ຍູ້​ປຸກ­ລະ­ດົມ​ການ​ລຸກ​ຮື​ຂຶ້ນ​ແຫ່​ຂະ​ບວນ​ປະ​ທ້ວງ ແລະ ໂຄ່ນ​ລົ້ມ​ຜູ້­ນຳ ຫຼື ລະ­ບອບ​ການ­ເມືອງ​ຂອງ​ປະ­ເທດ​ນັ້ນ ອັນ​ນີ້​ແມ່ນ​ເປົ້າ​ໝາຍ​ສູງ​ສຸດ​ຂອງ​ພວກ​ເຂົາ ເຊິ່ງ​ໄດ້​ຮັບ​ຜົນ­ສຳ­ເລັດ​ມາ​ແລ້ວ​ຢູ່​ບາງ​ປະ­ເທດ​ໃນ​ເຂດ​ຕາ­ເວັນ​ອອກ​ກາງ ແລະ ອາ​ຟະ​ຣິ​ກາ​ເໜືອ.

ໃນ​ຍຸກ​ແຫ່ງ​ຂໍ້​ມູນ​ຂ່າວ­ສານ ການ​ປາ­ກົດ​ຕົວ​ຂອງ​ສື່​ອອນ​ລາຍ ຕ້ອງ​ຍອມ­ຮັບ​ວ່າ​ເປັນ​ແຫຼ່ງ​ກະ­ຈາຍ​ທີ່​ສຳ­ຄັນ​ຂອງ​ຍຸດ​ທະ​ສາດ​ຫັນ­ປ່ຽນ​ໂດຍ​ສັນ­ຕິ ສະ­ນັ້ນ ການ​ເສບ​ສື່​ໃນ​ປັດ­ຈຸ­ບັນ ມັນ​ຮຽກ­ຮ້ອງ​ໃຫ້​ທຸກ​ຄົນ​ໃນ​ສັງ­ຄົມ​ຕ້ອງ​ມີ​ສະ­ຕິ ແລະ ພິ­ຈາ­ລະ­ນາ​ວ່າ ອັນ​ໃດ​ຄວນ​ເຊື່ອ ແລະ ອັນ​ໃດ​ຄວນ​ປະ­ຕິ­ເສດ ໄປ​ຄຽງ​ຄູ່​ກັນ​ນັ້ນ ກໍ​ຕ້ອງ​ມີ​ການ​ອະ­ທິ­ບາຍ​ຕໍ່​ທຸກ​ບັນ­ຫາ​ທີ່​ສັງ­ຄົມ​ຕັ້ງ​ຂຶ້ນ​ຜ່ານ​ສື່​ອອນ​ລາຍ ທຸກ​ບັນ­ຫາ​ມີ​ທາງ​ອອກ ເຮົາ​ບໍ່​ອະ­ທິ­ບາຍ ຜູ້​ອື່ນ​ກໍ​ອະ­ທິ­ບາຍ ເຮົາ​ບໍ່​ກຳ​ເອົາ ຜູ້​ອື່ນ​ກໍ​ກຳ​ເອົາ.

ຂໍ​ສະ­ເໜີ​ເປັນ​ການ​ແລກ­ປ່ຽນ​ນໍ ?.

ໂດຍ: ແນວ​ລາວ

error: Content is protected !!