ໜອງປາຝາ ບ້ານດອນແດງ ສະຖານທີ່ທ່ອງທ່ຽວຕິດພັນກັບວິຖີຊີວິດຂອງປະຊາຊົນ

ໜອງ​ຫຼວງ ຫຼື ໜອງ​ປາ​ຜາ ບ້ານ​ດອນ​ແດງ ແມ່ນ​ມີ​ມາ​ແຕ່​ດົນ​ນານ ເປັນ​ໜອງ​ທຳ​ມະ​ຊາດ ເປັນ​ແຫຼ່ງ​ອາ­ຫານ​ສັດ​ນາໆ​ຊະ­ນິດ​ໄດ້​ມາ​ອາ­ໄສ​ຢູ່ ເຊິ່ງ​ປັດ­ຈຸ­ບັນ​ໄດ້​ຮັບ​ການ​ພັດ­ທະ­ນາ​ເປັນ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ຂອງ​ເມືອງ​ຈຳ​ພອນ ກໍ​ຄື​ຂອງ​ແຂວງ​ສະ­ຫວັນ​ນະ​ເຂດ ອັນ​ໄດ້​ເປັນ​ທີ່​ຮູ້​ຈັກ­ຢ່າງ​ກວ້າງ­ຂວາງ​ຂອງ​ແຂກ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ.

ໜອງ​ປາ­ຝາ​ແຫ່ງ​ນີ້ ແຕ່​ກ່ອນ​ເປັນ​ເຂດ​ປ່າ ມີ​ມະ­ເຫ­ສັກ​ຮັກ­ສາ​ມາ​ແຕ່​ດົນ​ນານ ມີ​ນົກ​ນາໆ​ຊະ­ນິດ​ຢ່າງ​ຫຼວງ­ຫຼາຍ ເດັ່ນ​ກວ່າ​ໝູ​ແມ່ນ​ມີ​ປາ­ຝາ​ຫຼາຍ​ໂຕ​ອາ­ໄສ​ຢູ່ ຕາມ​ປູ່​ຍ່າ​ເພິ່ນ​ເລົ່າ​ສູ່​ຟັງ​ວ່າ ປາ­ຝາ​ມີ 3 ຊະ­ນິດ ຄື: ປາ­ຝາ​ດ່ອນ ປາ­ຝາ​ເຫຼືອງ ແລະ ປາ­ຝາ​ທຳ​ມະ​ດາ ແຕ່​ປັດ­ຈຸ­ບັນ​ຍັງ​ເຫຼືອ​ແຕ່​ປາ­ຝາ​ເຫຼືອງ ແລະ ປາ­ຝາ​ທຳ​ມະ​ດາ​ທີ່​ເຫັນ​ຢູ່​ທຸກ​ມື້­ນີ້ ເຊິ່ງ​ເຈົ້າ​ມະ­ເຫ­ສັກ​ເພິ່ນ​ເອີ້ນ​ຊື່​ປາ­ຝາ​ວ່າ: ຄວາຍ​ຕູ້ ຖ້າ​ຜູ້​ໃດ​ທີ່​ມາ​ທ່ຽວ​ເບິ່ງ​ຢາກ​ເຫັນ​ປາ­ຝາ​ຂຶ້ນ​ມາ​ຕ້ອງ​ໃຫ້​ເຂົ້າ ຫຼື ເຂົ້າ­ໜົມ ແລ້ວ​ເອີ້ນ​ເອງ ຫຼື ໃຫ້​ເດັກ­ນ້ອຍ​ໃນ​ບໍ­ລິ­ເວນ​ນັ້ນ​ມາ​ເອີ້ນ​ໃຫ້​ເປັນ​ຄຳ​ເວົ້າ​ທີ່​ວ່າ: ຄວາຍ​ຕູ້​ເອີຍ ຂຶ້ນ​ມາ​ກິນ​ເຂົ້າ​ເດີ ອະ ອະ ອະ… ຈາກ​ນັ້ນ ປາ­ຝາ​ກໍ​ຈະ​ມາ​ຕາມ​ສຽງ​ເອີ້ນ ທັງ​ໂຕ​ນ້ອຍ ແລະ ໂຕ​ໃຫຍ່ ເປັນ​ຈຳ­ນວນ​ຫຼວງ­ຫຼາຍ.

ເມື່ອ​ກ່ອນ​ປີ ຄສ 1866 ມີ​ຍ່າ​ປູ່​ກຳ​ມະ​ຖານ ອິນ​ທິ​ສານ ໄດ້​ເດີນ​ປ່າ​ທຸ­ດົງ​ມາ​ເຂົ້າ​ວິ­ປັດ­ສະ­ນາ​ກຳ​ມະ​ຖານ​ຢູ່​ໜອງ​ຫຼວງ​ແຫ່ງ​ນີ້ ເພິ່ນ​ໄດ້​ນຳ­ພາ​ຊາວ­ບ້ານ​ໃກ້​ຄຽງ​ມາ ຕັ້ງ​ວັດ​ປ່າ​ຢູ່​ບ່ອນ​ຕັ້ງ​ສາ­ລາ​ຢູ່​ໃນ​ປັດ­ຈຸ­ບັນ ແລະ ໄດ້​ສ້າງ​ສິມ​ຂຶ້ນ​ຢູ່​ກາງ​ໜອງ ໂດຍ​ເຮັດ​ຂົວ​ໄຕ່​ດ້ວຍ​ໄມ້­ແກ່ນ​ທຳ​ມະ​ຊາດ ເຊື່ອມ​ຈາກ​ແຄມ​ໜອງ​ເຂົ້າ​ໄປ​ຫາ​ສິມ ຕໍ່​ມາ​ດຽວ­ນີ້​ໄດ້​ເຮັດ​ຂົວ​ຕັ້ງ​ເສົາ​ດິນ ເພື່ອ​ໃຫ້​ຂົວ​ມີ​ຄວາມ​ແໜ້ນ­ໜາ ຮັບ­ປະ­ກັນ​ຄວາມ​ປອດ​ໄພ​ຂອງ​ຜູ້​ໄປ​ທ່ຽວ​ຊົມ ຈາກ​ນັ້ນ ຊາວ­ບ້ານ​ດອນ​ແດງ ໄດ້​ມາ​ຕັ້ງ​ເຮືອນ​ຢູ່​ບໍ­ລິ­ເວນ​ໜອງ​ແຫ່ງ​ນີ້ ກໍ​ໄດ້​ເອີ້ນ​ຊື່­ວ່າ ບ້ານ​ດອນ​ແດງ.

ຕໍ່​ມາ​ປີ 1945 ຢ່າ​ທ່ານ ປ່ອນ ໄດ້​ນຳ­ພາ​ຊາວ­ບ້ານ​ດອນ​ແດງ ປ້ານ​ຄູ​ກັນ​ນ້ຳ​ໄວ້​ໃຫ້​ຫຼາຍ ເພື່ອ​ໃຫ້​ສັດ­ລ້ຽງ​ຂອງ​ຊາວ­ບ້ານ​ໄດ້​ກິນ ແລະ ຮັບ​ໃຊ້​ຫົດ​ຜົນ­ລະ­ປູກ​ນາໆ​ຊະ­ນິດ ຕິດ​ພັນ​ກັບ​ວິ­ຖີ​ຊີ­ວິດ​ຂອງ​ພໍ່​ແມ່​ປະ­ຊາ­ຊົນ​ບ້ານ​ດອນ​ແດງ ເມື່ອ​ຍາມ​ເຮັດ­ບຸນ​ປະ­ເພ­ນີ​ຕ່າງໆ ກໍ​ໄດ້​ມີ​ຂັນ­ຫ້າ ເຫຼົ້າ​ແກ້ວ ໝາກ​ຈີບ ກອກ­ຢາ ຄອບ​ບອກ​ເສຍ​ກ່ອນ ຖ້າ​ຕ້ອງ­ການ​ຈັບ​ປາ​ມາ​ເປັນ​ອາ­ຫານ​ເພື່ອ​ຮັບ​ໃຊ້​ງານ​ບຸນ ຫຼື ງານ​ສຳ­ຄັນ​ຕ່າງໆ​ຂອງ​ບ້ານ ກໍ​ໄດ້​ຄອບ​ກ່ອນ​ຂໍ­ອະ­ນຸ­ຍາດ​ກ່ອນ ຈຶ່ງ​ຈັບ​ປາ​ຂຶ້ນ​ມາ​ໄດ້ ສ່ວນ​ປາ­ຝາ​ນັ້ນ​ແມ່ນ​ແຕະ­ຕ້ອງ​ບໍ່​ໄດ້ ຖ້າ​ໃຜ​ແຕະ­ຕ້ອງ ຈະ​ມີ​ອັນ​ເປັນ​ໄປ (ຕາມ​ຄວາມ​ເຊື່ອ​ຖື​ຂອງ​ພໍ່​ແມ່​ປະ­ຊາ­ຊົນ​ໃນ​ເຂດ​ດັ່ງ­ກ່າວ) ເມື່ອ​ເວ­ລາ​ຝົນ­ຕົກ​ຫຼາຍ ປາ­ຝາ​ໄດ້​ຫຼົງ​ຖິ່ນ​ປີນ​ໂຕ​ໄປ​ທາງ​ອື່ນ ໄກ​ກໍ​ມີ​ຜູ້​ຄົນ​ນຳ​ມາ​ປ່ອຍ​ໃສ່​ຄືນ ບາງ​ໂຕ​ກໍ​ກັບ​ມາ​ເອງ ມາ​ຮອດ​ປີ ຄສ 1998 ກໍ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ຂັ້ນ​ເທິງ ເຊັ່ນ: ເມືອງ ແລະ ແຂວງ ໃຫ້​ໄດ້​ເອົາ­ໃຈ­ໃສ່​ໃນ​ການ​ປົກ​ປັກ​ຮັກ­ສາ​ໜອງ​ປາ­ຝາ ມີ​ຄວາມ​ສະ­ອາດ ແລະ ສວຍ​ງາມ ສະ­ແດງ​ອອກ​ເມືອງ​ໄດ້​ໃຫ້​ທຶນ​ຈຳ­ນວນ​ໜຶ່ງ ເຮັດ​ກຳ­ແພງ ແລະ ຕາ​ໜ່າງ​ດ້ານ​ເໜືອ​ຂອງ​ໜອງ ປີ 1999 (ປີ​ທ່ອງ​ທ່ຽວ​ລາວ) ໄດ້​ປະ­ກາດ​ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ແຫ່ງ​ໜຶ່ງ​ຂອງ​ແຂວງ​ສະ­ຫວັນ​ນະ​ເຂດ ແລະ ໄດ້​ຮັບ​ທຶນ​ປັບ­ປຸງ​ເສີມ​ຄັນ​ຄູ​ຕິດ​ຕາ​ໜ່າງ​ອ້ອມ​ຮອບ ໂດຍ​ແມ່ນ​ທຶນ​ຂອງ​ແຂວງ ສົມ­ທົບ​ກັບ​ປະ­ຊາ­ຊົນ​ບ້ານ​ດອນ​ແດງ.

ມາ​ຮອດ​ປີ 2006 ໂຄງ­ການ​ສິ່ງ­ແວ­ດລ້ອມ ໄດ້​ສືບ­ຕໍ່​ປັບ­ປຸງ​ໃຫ້​ສຳ­ເລັດ ພ້ອມ​ທັງ​ປັບ­ປຸງ​ບ່ອນ​ວາງ​ໄຂ່​ຂອງ​ປາ­ຝາ​ໃຫ້​ເໝາະ​ສົມ​ກົມ​ກືນ​ກັບ​ທຳ​ມະ​ຊາດ ແຕ່​ປັດ­ຈຸ­ບັນ ຊາວ­ບ້ານ​ດອນ​ແດງ​ຍັງ​ໄດ້​ສືບ­ຕໍ່​ພັດ­ທະ­ນາ ໃຫ້​ສົມ​ກັບ​ວ່າ​ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ທີ່​ອຸ­ດົມ­ສົມ­ບູນ ໜອງ​ດັ່ງ­ກ່າວ ໄດ້​ມີ​ການ​ບູ­ລະ­ນະ​ນັບ​ມື້​ດີ​ຂຶ້ນ​ເປັນ​ກ້າວໆ ເຊິ່ງ​ບໍ­ລິ­ເວນ​ອ້ອມ​ຮອບ​ໜອງ ໄດ້​ມີ​ປະ­ຊາ­ຊົນ​ພາຍ​ໃນ​ບ້ານ​ເຮືອນ​ຢູ່ ແລະ ບໍ­ລິ­ເວນ​ແຄມ​ໜອງ​ໄດ້​ມີ​ຕູບ ໄວ້​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ທີ່​ມາ​ທ່ຽວ​ຊົມ​ໄດ້​ນັ່ງ​ພັກ­ຜ່ອນ ສຳ­ຜັດ​ກັບ​ອາ­ກາດ​ທີ່​ບໍ­ລິ­ສຸດ​ປອດ­ໂປ່ງ ພ້ອມ​ໃຫ້​ອາ­ຫານ​ປາ­ຝາ ແລະ ສຳ­ຜັດ​ກັບ​ວິ­ຖີ​ການ​ດຳ­ລົງ​ຊີ­ວິດ​ຂອງ​ປະ­ຊາ­ຊົນ ຕື່ມ​ອີກ.

ສຳ­ລັບ​ໜອງ​ປາ­ຝາ ແມ່ນ​ຕັ້ງ​ຢູ່​ບ້ານ​ດອນ​ແດງ ເມືອງ​ຈຳ​ພອນ ແຂວງ​ສະ­ຫວັນ​ນະ​ເຂດ ມີ​ເສັ້ນ­ທາງ​ໄປ​ມາ​ສະ­ດວກ​ສະ­ບາຍ ເຊິ່ງ​ຫ່າງ​ຈາກ​ເທ­ສະ​ບານ​ແຂວງ​ປະ­ມານ 65 ກິ­ໂລ­ແມັດ ໄປ​ຕາມ​ເສັ້ນ­ທາງ​ເລກ​ທີ 13 ໃຕ້ ລ້ຽວ​ຂວາ​ເຂົ້າ​ຫຼັກ​ກິ­ໂລ­ແມັດ​ທີ 35 ໄປ ປະ­ມານ 30 ກິ­ໂລ­ແມັດ ກໍ​ຈະ​ເຖິງ​ຈຸດ­ໝາຍ.

error: Content is protected !!