ຈຸດທາງເວັ້ນຂົວຂ້າມນ້ຳເຄັມທ່າງ່ອນ ສາມາດໄປມາໄດ້ສະເພາະລົດເບົາ

ທ່ານ ສາຍ​ຄຳ ແພງ​ຄຳ​ມີ ຫົວ­ໜ້າ​ຂະ­ແໜງ​ຊົນ­ລະ­ປະ­ທານ ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ໃຫ້​ສຳ­ພາດ​ວັນ​ທີ 9 ກໍ­ລະ­ກົດ 2020 ວ່າ: ໃນ​ນາມ​ຜູ້​ຮັບ­ຜິດ­ຊອບ​ໂຄງ­ການ​ກໍ່­ສ້າງ​ປະ­ຕູ​ນ້ຳ​ເຄັມ ບ້ານ​ທ່າ​ສະ­ຫວ່າງ (ເຂດ​ທ່າ​ງ່ອນ) ເມືອງ​ໄຊ​ທາ­ນີ ນວ ເຊິ່ງ​ໂຄງ­ການ​ດັ່ງ­ກ່າວ ເປັນ​ໂຄງ­ການ​ທີ່​ໄດ້​ຮັບ​ງົບ­ປະ­ມານ​ຮ່ວງ​ໄພ­ພິ­ບັດ ນວ ໃນ​ມູນ​ຄ່າ 18 ຕື້​ກີບ ເພື່ອ​ແກ້​ໄຂ​ຜົນ​ກະ­ທົບ​ຈາກ​ນ້ຳ​ງື່ມ​ຖ້ວມ​ຂັງ ເນື້ອ­ທີ່​ທຳ​ການ​ຜະ­ລິດ​ຢູ່​ເຂດ​ເວີນ​ຄຳ ແລະ ເຂດ​ເມືອງ​ນາ​ຊາຍ​ທອງ​ຈຳ­ນວນ​ໜຶ່ງ ເບື້ອງ​ຕົ້ນ​ການ​ໂຄງ­ການ​ກໍ່­ສ້າງ​ຈະ​ໃຫ້​ສຳ­ເລັດ​ກ່ອນ​ລະ­ດູ­ຝົນ 2020 ແຕ່​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ເດືອນ​ມີ­ນາ 2020 ໄດ້​ມີ​ສະ­ພາບ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ເຮັດ​ໃຫ້​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ກໍ່­ສ້າງ​ພົບ​ຄວາມ​ຫຍຸ້ງ­ຍາກ ເປັນ­ຕົ້ນ ບັນ­ຫາ​ກຳ­ມະ­ກອນ ທີ່​ເປັນ​ແຮງ​ງານ ແລະ ລົດ​ຂົນ­ສົ່ງ​ວັດ​ສະ​ດຸ​ຮັບ​ໃຊ້​ໂຄງ­ການ ຈຶ່ງ​ໄດ້​ຢຸດ​ຊົ່ວ­ຄາວ​ໄປ​ໄລ­ຍະ​ໜຶ່ງ ພາຍ­ຫຼັງ​ພະ­ຍາດ​ໂຄ​ວິດ​ຜ່ອນ­ຄາຍ​ລົງ ໂຄງ­ການ​ໄດ້​ເລີ່ມ​ຈັດ​ຕັ້ງ​ປະ­ຕິ­ບັດ​ນັບ​ແຕ່​ຕົ້ນ​ເດືອນ​ມິ­ຖຸ­ນາ 2020 ເປັນ­ຕົ້ນ​ມາ ຈຶ່ງ​ເຮັດ​ໃຫ້​ໜ້າ​ວຽກ​ຫຼ້າ​ຊ້າ ມາ​ຮອດ​ວັນ​ທີ 5 ກໍ­ລະ­ກົດ 2020 ມີ​ສະ­ພາບ​ຝົນ­ຕົກ​ໜັກ​ຢູ່ ນວ ໂດຍ​ສະ­ເພາະ​ຢູ່​ເຂດ​ນ້ຳ​ຫຸມ ນ້ຳ​ຊ່ວງ ເຮັດ​ໃຫ້​ນ້ຳ​ປ່າ​ເຂດ​ພູ​ພະ­ນັງ​ໄຫຼ​ລຸ​ລົງ​ໃສ່​ຫ້ວຍ​ນ້ຳ​ເຄັມ ຈຶ່ງ​ເຮັດ​ໃຫ້​ຈຸດ​ເຂດ​ກໍ່­ສ້າງ​ໂຄງ­ການ​ມີ​ປະ­ລິ­ມານ​ນ້ຳ​ຫຼາຍ.

ໂດຍ​ໄດ້​ຮັບ​ຂ່າວ​ຈາກ​ພົນ­ລະ­ເມືອງ​ດີ​ວ່າ ມີ​ສະ­ພາບ​ນ້ຳ​ລົ້ນ​ທາງ​ເວັ້ນ​ວຽກ​ກໍ່­ສ້າງ​ປະ­ຕູ​ນ້ຳ​ເຄັມ ຈຶ່ງ​ໄດ້​ປະ­ສານ​ສົມ­ທົບ​ກັບ​ບໍ­ລິ­ສັດ ຫ້ອງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້ ເມືອງ​ໄຊ​ທາ­ນີ ພ້ອມ​ພາກ­ສ່ວນ​ກ່ຽວ­ຂ້ອງ ແລະ ປະ­ຊາ­ຊົນ​ເຂດ​ດັ່ງ­ກ່າວ ລົງ​ກວດ­ກາ​ຫາ​ວິ­ທີ​ແກ້​ໄຂ ເພື່ອ​ລະ­ບາຍ​ນ້ຳ​ຈຸດ​ດັ່ງ­ກ່າວ​ອອກ ຈຶ່ງ​ໄດ້​ໃຊ້​ກົນ​ຈັກ​ຈົກ​ທະ­ລຸ​ທາງ​ໃຫ້​ນ້ຳ​ໄຫຼ​ອອກ ເພື່ອ​ບໍ່​ໃຫ້​ມີ​ຜົນ​ເສຍ​ຫາຍ​ຫຼາຍ​ກວ່າ​ນັ້ນ ເມື່ອ​ເປັນ​ແນວ​ນັ້ນ ຈຶ່ງ​ເຮັດ​ໃຫ້​ສະ­ພາບ​ການ​ສັນ­ຈອນ​ພົບ​ຄວາມ​ຫຍຸ້ງ­ຍາກ ໃນ​ເວ­ລາ​ນັ້ນ ກໍ​ບໍ່​ໄດ້​ເມີນ­ເສີຍ​ໄດ້​ສົມ­ທົບ​ກົມ​ຊ່າງ​ແສງ ເອົາ​ຂົວ​ມາ​ໃສ່ ແຕ່​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຕົວ​ຈິງ ບໍ່​ໄດ້​ດັ່ງ​ທີ່​ຄິດ ເອົາ​ມາ​ໃສ່​ຂົວ​ບໍ່​ສາ­ມາດ​ໃຊ້​ໄດ້ ຍ້ອນ​ວ່າ​ຮ່ອງ​ລະ­ບາຍ​ນ້ຳ​ກວ້າງ​ກວ່າ​ຂົວ ພາກ­ສ່ວນ​ກ່ຽວ­ຂ້ອງ​ມາ​ກວດ­ກາ ບໍ່​ສາ­ມາດ​ໃຊ້​ໄດ້ ຈຶ່ງ​ເຮັດ​ໃຫ້­ການ​ສັນ­ຈອນ​ພົບ​ຄວາມ​ຫຍຸ້ງ­ຍາກ​ຫຼ້າ​ຊ້າ​ໄປ​ອີກ ເບື້ອງ​ຕົ້ນ​ຈະ​ແກ້​ໄຂ​ໃຫ້​ສຳ­ເລັດ​ວັນ​ທີ 8 ກໍ­ລະ­ກົດ 2020 ເມື່ອ​ເປັນ​ແນວ​ນັ້ນ ຈຶ່ງ​ໄດ້​ຫາ​ວິ­ທີ​ໃໝ່ ໂດຍ​ໄດ້​ສົມ­ທົບ​ກັບ​ບໍ­ລິ­ສັດ ໄປ​ຫາ​ຫ້ອງ­ການ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ເມືອງ​ໄຊ​ທາ­ນີ ຂໍ​ນຳ​ໃຊ້​ຂົວ​ເຫຼັກ​ເກົ່າ​ຈຸດ​ກໍ່­ສ້າງ​ນັ້ນ​ມາ​ປະ­ກອບ ແລະ ຕິດ​ຕັ້ງ​ຄືນ​ສຳ­ເລັດ ວັນ​ທີ 10 ກໍ­ລະ­ກົດ 2020 ເພື່ອ​ແກ້​ໄຂ​ການ​ສັນ­ຈອນ​ໄປ​ມາ​ລົດ­ຈັກ ແລະ ລົດ​ໃຫຍ່​ປະ­ເພດ​ລົດ​ເບົາ​ນ້ຳ­ໜັກ 3 ໂຕນ​ລົງ​ມາ ນອກ​ນີ້​ຍັງ​ໄດ້​ສົມ­ທົບ​ກັບ​ບໍ­ລິ­ສັດ​ລົງ​ກວດ­ກາ​ທາງ​ເວັ້ນ ເພື່ອ​ຫາ​ວິ­ທີ​ໃຫ້​ລົດ​ໜັກ​ທຽວ​ໄປ​ທາງ​ນາ​ຄູນ ແລະ ທາງ​ບ້ານ​ແສນ​ດິນ.

ສ່ວນ​ການ​ກໍ່­ສ້າງ​ໂຄງ­ການ​ດັ່ງ­ກ່າວ ຄາດ​ວ່າ​ຈະ​ສຳ­ເລັດ​ທ້າຍ​ເດືອນ​ຕຸ­ລາ 2020 ເນື່ອງ​ຈາກ​ພະ​ແນກ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ນວ ມີ​ແຈ້ງ​ການ​ອອກ​ມາ ໃຫ້​ປິດ​ບໍ່​ດິນ​ຢຸດ​ການ​ຂົນ­ສົ່ງ​ດິນ​ນັບ​ແຕ່​ທ້າຍ​ເດືອນ​ມິ­ຖຸ­ນາ​ເປັນ­ຕົ້ນ​ມາ ແຕ່​ໂຄງ­ການ​ຜັດ​ຕ້ອງ­ການ​ດິນ​ອັດ ຈຶ່ງ​ພົບ​ບັນ­ຫາ​ລໍ­ຖ້າ​ພາກ­ສ່ວນ​ກ່ຽວ­ຂ້ອງ​ອະ­ນຸ­ຍາດ​ໃຫ້​ເປີດ​ບໍ່​ດິນ ໂຄງ­ການ​ຈຶ່ງ​ຈະ​ໄດ້​ສືບ­ຕໍ່​ໂຄງ­ການ ດັ່ງ­ນັ້ນ ໃນ​ນາມ​ຜູ້​ຮັບ­ຜິດ­ຊອບ​ໂຄງ­ການ ກໍ​ຂໍ​ໂທດ​ຂໍ​ອະ­ໄພ​ນຳ​ທີ່​ສ້າງ​ຄວາມ​ຫຍຸ້ງ­ຍາກ ໃນ​ການ​ໄປ​ມາ​ຍ້ອນ​ສະ­ພາບ​ດິນ​ຟ້າ​ອາ­ກາດ​ບໍ່​ອຳ­ນວຍ​ຄວາມ​ສະ­ດວກ ແລະ ຮຽກ­ຮ້ອງ​ມາ​ຍັງ​ປະ­ຊາ­ຊົນ ກໍ​ຄື ຜູ້​ໃຊ້​ເສັ້ນ­ທາງ​ດັ່ງ­ກ່າວ ຈົ່ງ​ມີ​ສະ­ຕິ​ລະ­ມັດ­ລະ­ວັງ​ຄ່ອຍ​ໄປ​ຄ່ອຍ​ມາ ເນື່ອງ​ຈາກ​ເປັນ​ເສັ້ນ­ທາງ​ເວັ້ນ​ຊົ່ວ­ຄາວ​ມີ​ຄວາມ​ກວ້າງ 4-5 ແມັດ ເຊິ່ງ​ຜ່ານ​ມາ​ກໍ​ເກີດ​ອຸ­ບັດ­ເຫດ​ຫຼາຍ​ຄັ້ງ ແລະ ມີ​ຜູ້​ເສຍ​ຊີ­ວິດ​ມາ​ແລ້ວ ຕໍ່​ໄປ​ກໍ​ບໍ່​ໃຫ້​ມີ​ອີກ​ທີ່​ຈະ​ສ້າງ​ຄວາມ​ເສຍ​ໃຫ້​ແກ່​ຊັບ​ສິນ​ຕາມ​ມາ.

error: Content is protected !!