ຈຸດປະສົງ

ປ້າ​ຄຳ​ຄ່ຽມ ຈົງ​ຈຽມ​ສັກ ອາ­ຍຸ​ຍ່າງ​ເຂົ້າ 70 ປີ ສ່ວນ​ຜົວ​ຂອງ​ປ້າ​ຫັ້ນ​ເລີຍ 80 ໄປ​ແລ້ວ ເຊົ້າ​ນີ້​ປ້າ​ຄຳ​ຄ່ຽມ ແບກ​ໜ້າ​ເຂົ້າ​ໄປ​ຮ້ານ​ຂາຍ​ຢາ ປະ­ເພດ​ບຳ­ລຸງ​ກຳ­ລັງ​ເພດ​ຊາຍ ຍີ່­ຫໍ້​ໃໝ່​ທີ່​ກຳ­ລັງ​ມາ​ແຮງ ມັນ​ເປັນ​ຢາ​ປະ­ເພດ​ນ້ຳ​ທີ່​ມີ​ເນື້ອ​ໃນ​ໂຄ­ສະ­ນາ​ວ່າ: “ກິນ​ພຽງ​ກຶກ… ງຶກ​ໝົດ​ມື້​ໝົດ​ຄືນ” ປ້າ​ຄຳ​ຄ່ຽມ ເລືອກ​ຊື້​ຢາ​ບຳ­ລຸງ​ກຳ­ລັງ​ທີ່​ວ່າ​ນີ້ 2 ແກ້ວ​ພ້ອມ​ບາດ ສາວ​ເຈົ້າ​ຂອງ​ຮ້ານ​ຍື່ນ​ແກ້ວ​ຢາ​ດ້ວຍ​ໃບ​ໜ້າ​ສີ​ອາຍໆ​ໃຫ້​ປ້າ ພ້ອມ​ທັງ​ຖາມ​ວ່າ:

“ຊື້​ໃຫ້​ໃຜ​ປ້າ?”.

“ຊື້​ໃຫ້​ຜົວ​ປ້າ​ຫັ້ນ​ລະ… ລາວ​ຍ່ຽວ​ຫົດ​ຕີນ​ຕົນ​ເອງ​ມາ​ໄດ້​ເປັນ​ປີ​ແລ້ວ ລຳ­ບາກ​ລ້າງ​ຕີນ​ໃຫ້​ລາວ​ທຸກໆ​ມື້ ປ້າ​ຫວັງ​ວ່າ​ຢາ​ນີ້​ຈະ​ຊ່ວຍ​ບໍ່​ໃຫ້​ຍ່ຽວ​ຫົດ​ຕີນ​ອີກ​ຕໍ່​ໄປ !!!”.

error: Content is protected !!