ຢູ-19 ລາວ ຊຸດຮ່ວມເຕະບານທີ່ຍີ່ປຸ່ນ ບໍ່ມີຜູ້ຕິດເຊື້ອໂຄວິດ-19

    ນັກ​ເຕະ­ບານ​ທີມ​ຊາດ​ລາວ ຮຸ່ນ​ອາ­ຍຸ​ບໍ່​ເກີນ 19 ປີ ທີ່​ເດີນ­ທາງ​ກັບ​ຈາກ​ການ​ເຂົ້າ​ຮ່ວມ​ຮ່ວມ​ແຂ່ງ­ຂັນ​ບານ­ເຕະ ລາຍ­ການ​ພິ­ເສດ ທີ່​ປະ­ເທດ​ຍີ່­ປຸ່ນ ເມື່ອ​ບໍ່​ດົນ​ມາ​ນີ້ ໄດ້​ຮັບ​ກວດ­ກາ​ສຸ­ຂະ­ພາບ ສາ­ມາດ​ຢືນ­ຢັນ​ຈາກ​ຜູ້​ຊ່ຽນ​ຊານ​ທາງ​ການ​ແພດ​ຢ່າງ​ເປັນ​ທາງ​ການ ທຸກ​ຄົນ​ບໍ່​ໄດ້​ຕິດ­ເຊື້ອ​ພະ­ຍາດ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ (ໂຄ​ວິດ-19) ແຕ່​ຢ່າງ­ໃດ ຫຼັງ​ຖືກ​ກັກ​ບໍ­ລິ­ເວນ​ເປັນ​ເວ­ລາ 14 ວັນ.

    ພິ­ທີ​ມອບ​ໃບ­ຢັ້ງ­ຢືນ ການ​ຈຳ­ກັດ​ບໍ­ລິ­ເວນ ຕິດ­ຕາມ​ສຸ­ຂະ­ພາບ​ຂອງ​ນັກ­ກີ­ລາ ຮຸ່ນ​ອາ­ຍຸ​ບໍ່​ເກີນ 19 ປີ ທີ່​ເດີນ­ທາງ​ກັບ​ມາ​ຈາກ​ການ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ລາຍ­ການ Men’s U-19 JENESYS 2019 Tournament ທີ່​ປະ­ເທດ​ຍີ່­ປຸ່ນ ໃນ​ລະ­ຫວ່າງ​ວັນ​ທີ 24 ກຸມ­ພາ ຫາ 1 ມີ­ນາ 2020 ຈັດ​ຂຶ້ນ​ໃນ​ວັນ​ທີ 16 ມີ­ນາ 2020 ຢູ່​ສູນ​ເຝິກ​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ (ຫຼັກ 16) ພາຍ­ຫຼັງ​ໄດ້​ມີ​ການ​ກັກ​ຕົວ​ນັກ­ກີ­ລາ​ມາ​ແຕ່​ວັນ​ທີ 2-15 ມີ­ນາ 2020 ເປັນ​ເວ­ລາ 14 ວັນ ໂດຍ​ພາຍ​ໃຕ້​ການ​ຄວບ​ຄຸມ ແລະ ກວດ­ກາ​ຂອງ​ພະ​ແນກ​ສາ­ທາ­ລະ­ນະ​ສຸກ ນະ­ຄອນ­ຫຼວງ​ວຽງ​ຈັນ ໃນ​ນາມ​ກອງ​ເລ­ຂາ​ຄະ­ນະ​ສະ­ເພາະ​ກິດ ຄວບ​ຄຸມ ແລະ ແກ້​ໄຂ ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 (COVID-19) ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ.

    ພິ­ທີ​ດັ່ງ­ກ່າວ​ພາຍ​ໃຕ້​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ວີ​ເພັດ ສີ​ຫາ​ຈັກ ປະ­ທານ​ສະ­ຫະ­ພັນ​ບານ­ເຕະ​ແຫ່ງ​ຊາດ​ລາວ ພ້ອມ​ດ້ວຍ​ຄະ­ນະ​ບໍ­ລິ­ຫານ​ສະ­ຫະ­ພັນ​ບານ­ເຕະ​ແຫ່ງ​ຊາດ​ລາວ ທ່ານ​ນາງ ນາ­ລີ ຂັນ​ທະ​ລັກ ຮອງ​ຫົວ­ໜ້າ​ພະ​ແນກ​ສາ­ທາ­ລະ­ນະ​ສຸກ ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ທ່ານ ນາງ ຄຳ​ຫຼ້າ ເພົ້າ​ດາ​ວັນ ຫົວ­ໜ້າ​ຂະ­ແໜງ​ຄວບ​ຄຸມ­ພະ​ຍາດ​ຕິດ­ຕໍ່ ພະ​ແນກ​ສາ­ທາ­ລະ­ນະ​ສຸກ ນະ­ຄອນ­ຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ຜູ້​ປົກ­ຄອງ​ນັກ­ກີ­ລາ ຄະ­ນະ​ຄູ​ເຝິກ ແລະ ນັກ­ກີ­ລາ ຢ່າງ​ພ້ອມ­ພຽງ.

    ທ່ານ ວີ​ເພັດ ສີ​ພາ​ຈັກ ໄດ້​ກ່າວ​ວ່າ: ທາງ​ພວກ​ເຮົາ​ໄດ້​ປະ­ຕິ­ວັດ​ຕາມ​ທີ່​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ຢ່າງ​ເຄັ່ງ​ຄັດ ໃນ​ການ​ຈຳ­ກັດ​ບໍ­ລິ­ເວນ​ພາຍ​ໃນ​ໄລ­ຍະ 14 ວັນ ເພື່ອ​ຕິດ­ຕາມ​ຄະ­ນະ​ຄູ​ເຝິກ ແລະ ນັກ­ກີ­ລາ​ທີມ​ຊາດ​ລາວ ຢູ-19 ສ່ວນ​ທາງ​ຄະ­ນະ​ຄູ​ເຝິກ ແລະ ນັກ­ກີ­ລາ ໄດ້​ເອົາ­ໃຈ­ໃສ່ 100% ເຫັນ​ວ່າ​ທຸກ​ຄົນ​ແຂງ­ແຮງ​ດີ ແລະ ຜົນ​ກວດ​ກໍ​ບໍ່​ພົບ​ເຊື້ອ​ດັ່ງ­ກ່າວ.

ຂະ­ນະ​ທີ່ ທ່ານ​ນາງ ນາ­ລີ ຂັນ​ທະ​ລັກ ກ່າວ​ວ່າ: ທາງ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ໄດ້​ຊີ້​ນຳ​ທາງ​ພວກ​ເຮົາ​ຈຳ­ກັດ​ບໍ­ລິ­ເວນ ພາກ­ສ່ວນ​ໃດ ຫຼື ບຸກ­ຄົນ​ໃດ ທີ່​ເດີນ­ທາງ​ມາ​ຈາກ​ປະ­ເທດ​ທີ່​ຖືກ​ລາຍ​ງານ​ວ່າ ມີ​ເຊື້ອ​ດັ່ງ­ກ່າວ​ຢ່າງ​ໃກ້­ຊິດ ໃນ​ໄລ­ຍະ 14 ວັນ ຫຼັງ​ກັບ​ມາ​ຈາກ​ປະ­ເທດ​ນັ້ນ ຖ້າ​ບໍ່​ມີ​ອາ­ການ ແລະ ຜົນ​ສະ­ແດງ​ໃດໆ ຈຶ່ງ​ສາ­ມາດ​ປ່ອຍ​ໃຫ້​ກັບ​ບ້ານ​ໄດ້ ເຊິ່ງ​ຜົນ­ງານ​ກວດ​ຂອງ​ຄະ­ນະ​ຄູ​ເຝິກ ແລະ ນັກ​ເຕະ​ທີມ​ຊາດ​ລາວ ແມ່ນ​ບໍ່​ມີ​ອາ​ການ­ສະ­ແດງ​ຫຍັງ​ທີ່​ກ່ຽວ​ກັບ​ໂຄ​ວິດ-19 ຢ່າງ­ໃດ​ກໍ​ຕາມ ຫຼັງ​ຈາກ​ກັບ​ບ້ານ​ແມ່ນ​ໃຫ້​ຮັກ­ສາ​ສຸ­ຂະ­ພາບ ແລະ ແນະ­ນຳ​ໃຫ້​ໝູ່​ເພື່ອນ​ໃຫ້​ຮັກ­ສາ​ຄວາມ​ສະ­ອາດ ພ້ອມ​ທັງ​ວິ­ທີ​ປ້ອງ​ກັນ​ຕ່າງໆ ແລະ ຫຼີກ­ເວັ້ນ​ພື້ນ​ທີ່​ສ່ຽງ ເພື່ອ​ບໍ່​ໃຫ້​ຕິດ­ເຊື້ອ​ດັ່ງ­ກ່າວ.

    ສຳ­ລັບ ຢູ-19 ທີມ​ຊາດ​ລາວ ແມ່ນ​ເດີນ­ທາງ​ໄປ​ຮ່ວມ​ແຂ່ງ­ຂັນ​ລາຍ­ການ Men’s U-19 JENESYS 2019 Tournament ທີ່​ປະ­ເທດ​ຍີ່­ປຸ່ນ ໃນ​ລະ­ຫວ່າງ​ວັນ​ທີ 24 ກຸມ­ພາ – 1 ມີ­ນາ 2020 ທີ່​ເມືອງ​ກາ­ໂກ​ຊິ​ມາ ປະ­ເທດ​ຍີ່­ປຸ່ນ ຜົນ­ງານ​ການ​ລົງ​ສະ­ໜາມ​ນັດ​ທຳ​ອິດ ສາ­ມາດ​ເອົາ​ຊະ­ນະ ມາ​ເລ​ເຊຍ ດ້ວຍ​ການ​ດວນ​ຈຸດ​ໂທດ 3-2 ປະ­ຕູ ພາຍ­ຫຼັງ​ຄົບ​ເວ­ລາ 90 ນາ­ທີ ຍັງ​ສະ­ເໝີ​ກັນ 1-1 ປະ­ຕູ ນັດ​ທີ 2 ເສຍ​ໃຫ້​ກັບ​ເຈົ້າ­ພາບ ທີມ​ຊາດ​ຍີ່­ປຸ່ນ 2-3 ແລະ ນັດ​ທີ 3 ຊະ­ນະ kagoshima selection U18 ໄປ​ດ້ວຍ​ຄະ­ແນນ 2-1 ຜ່ານ​ເຂົ້າ​ຮອບ​ຊີງ​ອັນ​ດັບ 3 ພົບ​ກັບ ມຽນ​ມາ ແຕ່​ໜ້າ​ເສຍ­ດາຍ​ທີມ​ຊາດ​ລາວ ຍິງ​ຈຸດ​ໂທດ​ພາດ ຖືກ​ມຽນ​ມາ ເອົາ​ຊະ­ນະ 4-2 ປະ­ຕູ ພາຍ­ຫຼັງ​ໃນ​ເກມ ສະ­ເໝີ​ກັນ 1-1 ປະ­ຕູ ໄດ້​ພຽງ​ອັນ​ດັບ​ທີ 4 ມາ​ຄອງ.

error: Content is protected !!