ບົດບາດຂອງຄູໃນຫ້ອງຮຽນ

    ສ່ວນ​ຕົວ​ຜູ້​ຂຽນ ຍັງ​ເຊື່ອ​ວ່າ​ຍັງ​ມີ​ຄູ​ບາງ​ທ່ານ​ທີ່​ຖື​ເບົາ​ໃນ​ການ​ພັດ­ທະ­ນາ​ຄວາມ​ຮູ້ ແລະ ວິ­ທີ​ການ​ສິດ­ສອນ​ນັກ­ຮຽນ ເພື່ອ​ເຮັດ​ໃຫ້​ນັກ­ຮຽນ​ມີ​ຄຸນ​ນະ​ພາບ​ດີ ເຊິ່ງ​ບໍ່​ຄວນ​ລືມ​ວ່າ ບາງ​ໂຮງ­ຮຽນ​ເຂົາ​ກໍ​ຂຽນ​ປັດ​ຊະ​ຍາ ຫຼື ຄຳ​ຂວັນ​ຕິດ​ປ້າຍ​ໜ້າ​ໂຮງ­ຮຽນ​ເລີຍ​ວ່າ ຄຸນ​ນະ​ພາບ​ຂອງ​ນັກ­ຮຽນ​ຄື​ກຽດ​ສັກ​ສີ​ຂອງ​ໂຮງ­ຮຽນ ດັ່ງ­ນັ້ນ ເຮົາ​ຈະ​ສອນ​ນັກ­ຮຽນ​ແບບ​ໃດ ແລະ ບໍ­ລິ­ຫານ​ຄູ​ແບບ​ໃດ​ໃຫ້​ໄດ້​ຄຸນ​ນະ​ພາບ​ຂອງ​ການ​ສຶກ​ສາ ຈຶ່ງ​ເປັນ​ສິ່ງ​ທ້າ​ທາຍ​ຕະ­ຫຼອດ​ເວ­ລາ​ວ່າ ຝ່າຍ​ກ່ຽວ­ຂ້ອງ​ຈະ​ເຮັດ​ໄດ້​ພຽງ​ໃດ!.

    ຜູ້​ຂຽນ​ໄດ້​ອ່ານ​ພົບ​ນະ­ໂຍ­ບາຍ​ສ້າງ​ຄູ​ຈາກ​ເອ­ກະ­ສານ (ວາ­ລະ­ສານ) ສະ­ບັບ​ພິ­ເສດ​ຈາກ​ໂຄງ­ການ​ພັດ­ທະ­ນາ​ການ​ສ້າງ​ຄູ ແລະ ຍົກ​ຖາ­ນະ​ຄູ 7/10/2004 ໄດ້​ລົງ​ບົດ​ຄວາມ​ການ​ສ້າງ​ຄູ​ຫຼາຍ​ບົດ ເຊິ່ງ​ເປັນ​ນະ­ໂຍ­ບາຍ​ສ້າງ​ຄູ​ຢ່າງ​ຊັດ​ເຈນ ເພື່ອ​ໃຫ້​ໄດ້​ຄູ​ທີ່​ມີ​ຄຸນ​ນະ​ພາບ (ໜ້າ 21) ໄດ້​ອະ­ທິ­ບາຍ​ເຖິງ​ບົດ­ບາດ​ຂອງ​ຄູ​ໃນ​ຫ້ອງ​ຮຽນ ຄື​ການ​ສອນ​ແບບ​ເອົາ​ເດັກ­ນ້ອຍ​ເປັນ­ໃຈ​ກາງ​ນັ້ນ ຄູ​ຕ້ອງ​ຊຳ­ນານ​ໃນ​ວິ­ຊາ​ຊີບ​ຫຼາຍ​ກວ່າ​ເກົ່າ ຄູ​ຕ້ອງ​ກ້າ​ສ່ຽງ​ທີ່​ຈະ​ເຮັດ​ໃຫ້​ຫ້ອງ​ຮຽນ​ມີ​ຊີ­ວິດ​ຊີ­ວາ ດຶງ​ເອົາ​ນັກ­ຮຽນ​ໃຫ້​ມີ​ສ່ວນ​ໂດຍ​ກົງ ໃນ​ຂະ​ບວນ​ການ​ຮຽນ​ຮູ້​ບົດ­ບາດ​ຂອງ​ຄູ ຈຶ່ງ​ຕ້ອງ​ເບິ່ງ​ໃຫ້​ເຫັນ​ວ່າ ຫ້ອງ​ຮຽນ​ແມ່ນ​ສະ­ຖານ­ທີ່​ຮຽນ​ຮູ້ ແລະ ການ​ຄົ້ນ​ພົບ​ຢ່າງ​ມີ​ອິດ­ສະ­ຫຼະ ແທນ​ທີ່​ການ​ຮຽນ​ຮູ້​ແບບ​ໜຶ່ງ​ແບບ​ດຽວ.

    ຄູ​ເປັນ​ຫຍັງ​ຈຶ່ງ​ສຳ­ຄັນ​ແທ້ ຄຳ​ຕອບ ເພາະ­ວ່າ​ຄູ​ຄື​ວິ­ສະ­ວະ­ກອນ​ແຫ່ງ​ດວງ​ວິນ​ຍານ ຄູ​ຄື​ແມ່­ພິມ​ຂອງ​ຊາດ ຄູ​ຄື​ພໍ່​ແມ່​ຜູ້​ທີ​ສອງ​ຂອງ​ເດັກ­ນ້ອຍ ຜູ້​ຂຽນ​ຄິດ​ວ່າ​ຜູ້​ເລືອກ​ອາ­ຊີບ​ຄູ ຍ່ອມ​ຕ້ອງ​ເຄົາ­ລົບ​ຈັນ​ຍາ​ບັນ​ຕົນ ແລະ ຄວນ​ຖື​ເອົາ​ການ​ພັດ­ທະ­ນາ​ຄວາມ​ຮູ້​ຢູ່​ສະ­ເໝີ ຍົກ​ຕົວ­ຢ່າງ ຄູ​ຕ້ອງ​ເປັນ​ຜູ້​ຮູ້​ດີ​ໃນ​ສາ­ຂາ​ວິ­ຊາ​ທີ່​ຕົນ​ຮຽນ​ມາ​ຢ່າງ​ແຈ່ມ​ແຈ້ງ ບໍ່​ແມ່ນ​ວ່າ​ຈົບ​ສາຍ​ຄູ​ພາ­ສາ​ລາວ-ວັນ­ນະ­ຄະ­ດີ ແຕ່ງ​ກອນ​ກະ​ບໍ່​ເປັນ ບໍ່​ຖືກ ຕໍ່​ມາ​ຄູ​ຕ້ອງ​ເປັນ​ຜູ້​ປະ­ພຶດ​ຕົນ​ດີ ໜ້າ​ເຊື່ອ​ຖື​ຕໍ່​ສັງ­ຄົມ ບໍ່​ແມ່ນ​ວ່າ​ຄູ​ມີ​ນິ­ໄສ​ມືນ​ເມົາ ແຕ່ງ​ໂຕ​ຕາມ­ໃຈ ຊົງ​ຜົມ​ກະ​ບໍ່​ຫວີ ນິ­ໄສ​ຂີ້­ຄ້ານ ບໍ່​ມັກ​ຄົ້ນ­ຄວ້າ​ພັດ­ທະ­ນາ​ຄວາມ​ຮູ້ ແລ້ວ​ຫຼົງ​ໂຕ​ເອງ ຖື​ວ່າ​ເປັນ​ຄູ​ແລ້ວ​ຮູ້​ໝົດ​ທຸກ​ຢ່າງ.

    ສັງ​ລວມ​ວ່າ: ຄູ​ຕ້ອງ​ມີ​ບຸກ​ຄະ​ລິກ​ກະ​ພາບ​ດີ ການ​ປະ­ພຶດ​ໜ້າ​ເຊື່ອ​ຖື ມີ​ມະ­ນຸດ​ສຳ­ພັນ​ດີ ບໍ່​ແມ່ນ​ວ່າ​ໜ້າ​ບູດ​ຂຶ້ນ​ຫ້ອງ​ສອນ ຄູ​ຕ້ອງ​ຮັກ​ໃນ​ອາ­ຊີບ​ຢ່າງ​ແທ້​ຈິງ ຄູ​ຍັງ​ຕ້ອງ​ເປັນ​ນັກ​ຈິດ­ຕະ­ວິ­ທະ­ຍາ ຄື​ຮູ້​ນັກ­ຮຽນ​ແຕ່​ລະ​ເພດ​ໄວ ເພື່ອ​ບໍ່​ສອນ​ໃຫ້​ເປັນ­ຕາ​ໜ້າ​ເບື່ອ!.

ໂດຍ: ດັ້ນກີບເມກ

error: Content is protected !!