ນວ ປ່ອຍປາ ແລະ ສັດປ່າຄືນສູ່ທຳມະຊາດ 1 ແສນກວ່າໂຕ

    ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງສີສັດຕະນາກ ຈັດພິທີປ່ອຍປາ ແລະ ອະນຸຮັກສັດນໍ້າ-ສັດປ່າ ວັນທີ 13 ກໍລະກົດ 2020 ທີ່ຄອງບຶງທາດຫຼວງ (ເຂດບ້ານດອນກອຍ) ມີທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ທ່ານ ລາດຊະນີວົງ ອະມາຣາທິທາດາ ປະທານກວດກາພັກ ຫົວໜ້າອົງການກວດກາປະຈຳນະຄອນຫຼວງວຽງຈັນ ພ້ອມດ້ວຍຫົວໜ້າ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ ເຈົ້າເມືອງສີສັດຕະນາກ ພະນັກງານ-ລັດຖະກອນ ອຳນາດການປົກຄອງບ້ານ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ. 

    ທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ ກ່າວວ່າ ຍ້ອນການປ່ຽນແປງດິນຟ້າອາກາດ ການບຸກລຸກທີ່ຢູ່ທຳມະຊາດ ແລະ ການຫາປາແບບດັບສູນຂອງມະນຸດ ປາ ສັດນໍ້າ-ສັດປ່າ ມີທ່າອ່ຽງຫຼຸດລົງ ບາງຊະນິດກໍຢູ່ໃນບັນຊີໃກ້ຈະສູນພັນເຊັ່ນ ຊ້າງ ເສືອໂຄ່ງ ນົກຍຸງປ່າ ແລະ ອື່ນໆ ສະນັ້ນ ເພື່ອອະນຸຮັກປາ ສັດນໍ້າ ແລະ ສັດປ່າໃຫ້ອຸດົມສົມບູນ ຈຶ່ງໄດ້ເປີດຂະບວນການປ່ອຍປາ ແລະ ສັດນໍ້າ-ສັດປ່າຄືນສູ່ທຳມະຊາດ ໃນໂອກາດວັນປ່ອຍປາ ແລະ ອະນຸຮັກສັດສັດນໍ້າ-ສັດປ່າແຫ່ງຊາດ (13 ກໍລະກົດ) ນັບແຕ່ປີ 1994 ຮອດປີ 2019 ນະຄອນຫຼວງວຽງຈັນປ່ອຍປາ ແລະ ສັດນໍ້າ-ສັດປ່າຄືສູ່ທຳມະຊາດທັງໝົດ 30.002.159 ໂຕ ສັດນໍ້າອື່ນໆ 3.143 ໂຕ ແລະ ສັດອື່ນໆອິກຈຳນວນໜຶ່ງ. 

    ສຳລັບປີ 2020 ນີ້ ນະຄອນຫຼວງວຽງຈັນຈະສືບຕໍ່ເປີດຂະບວນການສະເຫຼີມສະຫຼອງວັນດັ່ງກ່າວ ບັນດາເມືອງ ແລະ ອົງການປົກຄອງບ້ານຈະປ່ອຍປາຄືນສູ່ທຳມະຊາດ ຢູ່ 12 ແຫ່ງ ເລີ່ມແຕ່ວັນທີ 10 ກໍລະກົດ 2020 ຈົນຮອດ ເດືອນກັນຍາ ຄາດວ່າຈະປ່ອຍປາຄືນສູ່ທຳມະຊາດຫຼາຍກວ່າ 1 ລ້ານໂຕ ຜະລິດປານ້ອຍໃຫ້ໄດ້ 29-30 ລ້ານໂຕ ປ່ອຍປາໃນໜອງ ແລະ ໃນກະຊັງປະມານ 150 ລ້ານໂຕ ເພື່ອເປັນສະບຽງອາຫານ ແລະ ເປັນສິນຄ້າ ສະເພາະປ່ອຍໃນສະຖານທີ່ແຫ່ງນີ້ ປ່ອຍປາ 100.000 ກວ່າໂຕ ປະກອບມີປາກິນຫຍ້າ ປາປາກ ປາທຳມະຊາດ ເຕົ່າ ອ່ຽນ ສັດປີກ ແລະ ສັດອືນໆຈຳນວນໜຶ່ງ ພາຍຫຼັງທີ່ປ່ອຍແລ້ວ ກໍຈະໄດ້ພ້ອມກັນເປັນເຈົ້າການໃນການປົກປັກຮັກສາໃຫ້ມີຄວາມຍືນຍົງ ເຊັ່ນ ສືບຕໍ່ເຜີຍແຜ່ຄຳສັງເລກທີ 0682/ກປ ລົງວັນທີ 10 ມີຖຸນາ 2020 ໃຫ້ປະຕິບັດ: ຫ້າມຈັບ ຊື້-ຂາຍ ບໍ່ລ່າສັດນໍ້າ-ສັດປ່າ ໂດຍສະເພາະປະເພດຫວງຫ້າມ ແລະ ປະເພດຄຸ້ມຄອງ ບໍ່ຫາປາໃນໄລຍະລະດູວາງໄຂ່ ຫຼື ໄລຍະເຂົ້າພັນສາ ບໍ່ຕັນທາງເດີນຂອງປາຂຶ້ນວາງໄຂ່ ດ້ວຍວິທີເຮັດຕ້ອນເຮັດຫຼີ່ ແລະ ອື່ນໆທີ່ເປັນການລະເມີດກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ແລະ ກົດໝາຍວ່າດວ້ຍການປະມົງ.

# ຂ່າວ & ພາບ : ອົ່ນ ໄຟສົນທອງ

error: Content is protected !!