ເພາະກາຍ ຊີງແຊັມອາຊຽນ ຖືກເລື່ອນໄປຈັດທ້າຍປີນີ້ ປ້ອງກັນໂຄວິດ-19

    ສະ­ຫະ­ພັນ​ກີ­ລາ​ເພາະ​ກາຍ​ແຫ່ງ​ຊາດ​ລາວ ອອກ​ແຈ້ງ​ການ​ໃນ​ວັນ​ທີ 17 ມີ­ນາ 2020 ໃຫ້​ຮູ້​ວ່າ: ຈາກ​ສະ­ພາບ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ທົ່ວ​ໂລກ ມີ​ການ​ຂະ­ຫຍາຍ​ວົງ​ກວ້າງ ໂດຍ​ສະ ເພາະ​ປະ­ເທດ​ອ້ອມ​ຂ້າງ ສປປ ລາວ ກໍ​ຄື​ບັນ­ດາ​ປະ­ເທດ​ສະ­ມາ­ຊິກ​ອາ​ຊຽນ ມາ​ເຖິງ​ປັດ­ຈຸ­ບັນ​ນີ້​ສະ­ພາບ​ການ​ແຜ່​ລະ­ບາດ ແລະ ຈຳ­ນວນ​ຜູ້​ຕິດ­ເຊື້ອ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ດັ່ງ­ນັ້ນ ອີງ​ຕາມ​ກຳ­ນົດ​ຈັດ­ການ​ແຂ່ງ­ຂັນ​ເພາະ​ກາຍ ຊີງ​ແຊັມ​ອາ​ຊຽນ ຄັ້ງ​ທີ XVII ທີ່ ສປປ ລາວ ເປັນ​ເຈົ້າ­ພາບ ລະ­ຫວ່າງ ວັນ​ທີ 11 ຫາ 16 ມິ­ຖຸ­ນາ 2020 ຈາກ​ສະ­ພາບ​ການ​ແຜ່​ລະ­ບາດ​ຍັງ​ຂະ­ຫຍາຍ​ໂຕ​ໃນ​ພາກ​ພື້ນ​ອາ​ຊຽນ​ຢູ່​ນັ້ນ ແລະ ເພື່ອ​ປະ­ຕິ­ບັດ​ຕາມ​ມາດ​ຕະ­ການ​ປ້ອງ​ກັນ​ການ​ແຜ່​ລະ­ບາດ​ດັ່ງ­ກ່າວ ສະ­ຫະ­ພັນ​ເພາະ​ກາຍ​ແຫ່ງ​ຊາດ​ລາວ ຈຶ່ງ​ໄດ້​ອອກ​ແຈ້ງ​ການ​ເລື່ອນ​ການ​ແຂ່ງ­ຂັນ​ດັ່ງ­ກ່າວ ໄປ​ເປັນ​ວັນ​ທີ 24-29 ກັນ­ຍາ 2020 ຫຼື ຈົນ​ກວ່າ​ສະ­ພາບ​ຈະ​ກັບ​ມາ​ເປັນ​ປົກ­ກະ­ຕິ ເຊິ່ງ​ຈະ​ມີ​ການ​ແຈ້ງ​ການ​ແຂ່ງ­ຂັນ​ອີກ​ຄັ້ງ​ໜຶ່ງ ໃນ​ວັນ​ທີ 20 ມິ­ຖຸ­ນາ 2020.

    ການ​ຈັດ­ການ​ແຂ່ງ­ຂັນ​ເພາະ​ກາຍ​ຊີງ​ແຊັມ​ອາ​ຊຽນ ຄັ້ງ​ນີ້ ຖື​ເປັນ​ຄັ້ງ​ທຳ​ອິດ ທີ່​ສະ­ຫະ­ພັນ​ເພາະ​ກາຍ​ອາ​ຊຽນ ໄດ້​ອະ­ນຸ­ມັດ​ມອບ​ໝາຍ​ໃຫ້​ສະ­ຫະ­ພັນ​ເພາະ​ກາຍ​ແຫ່ງ​ຊາດ​ລາວ ເປັນ​ເຈົ້າ­ພາບ​ຈັດ­ການ​ແຂ່ງ­ຂັນ​ເພາະ​ກາຍ​ຊີງ​ແຊັມ​ອາ​ຊຽນ ຄັ້ງ​ທີ XVII ຫຼື “South East Asian 17th Bodybuilding and Physique Sport Championships” ຫຼັງ​ປະ­ສົບ​ຜົນ­ສຳ­ເລັດ​ໃນ​ການ​ຈັດ­ການ​ແຂ່ງ­ຂັນ​ພາຍ​ໃນ​ທີ່​ມີ​ມາດ­ຖານ​ລະ­ດັບ​ສາ­ກົນ ລວມ​ເຖິງ​ມີ​ຜົນ­ງານ​ການ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ລະ­ດັບ​ນາ­ນາ​ຊາດ​ຫຼາຍ​ລາຍ­ການ ຖື​ເປັນ​ໂອ­ກາດ​ດີ​ທີ່ ສປປ ລາວ ກໍ​ຄື​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ຈະ​ໄດ້​ສະ­ແດງ​ສັກ­ກະ​ຍະ​ພາບ ແລະ ຄວາມ​ສາດ​ມາດ​ໃນ​ການ​ເປັນ​ເຈົ້າ­ພາບ​ງານ​ນີ້ ເພື່ອ​ຕໍ່​ຍອດ​ສູ່​ການ​ຊີງ​ສິດ​ເປັນ​ເຈົ້າ­ພາບ​ງານ​ລະ­ດັບ​ທະ­ວີບ ແລະ ລະ­ດັບ​ໂລກ​ຕໍ່​ໄປ​ໃນ​ອະ­ນາ­ຄົດ.

error: Content is protected !!