ການ “ຈັດແຂ້ວ” ກັບຄວາມເຊື່ອຜິດໆທີ່ທ່ານຄວນຮູ້

ຫຼາຍ​ຄົນ​ອາດ​ຈະ​ເຄີຍ​ລອງ​ຄົ້ນ​ຫາ​ຂໍ້​ມູນ​ກ່ຽວ​ກັບ​ການ​ຈັດ​ແຂ້ວ ແລະ ໄດ້​ຮັບ​ຮູ້​ຂໍ້​ມູນ​ຕ່າງໆ​ຫຼວງ­ຫຼາຍ ແຕ່​ຂໍ້​ມູນ​ເຫຼົ່າ­ນັ້ນ ອາດ​ຈະ​ມີ​ທັງ​ສິ່ງ​ທີ່​ເປັນ​ຈິງ ແລະ ສິ່ງ​ທີ່​ບໍ່​ເປັນ​ຈິງ​ວັນ​ນີ້ ວຽງ​ຈັນ​ໃໝ່ ຈະ​ມາ​ນຳ​ສະ­ເໜີ​ເລື່ອງ​ກ່ຽວ​ກັບ​ຄວາມ​ເຊື່ອ​ຜິດໆ​ກ່ຽວ​ກັບ​ການ​ຈັດ​ແຂ້ວ ເພື່ອ​ໃຫ້​ທຸກ​ຄົນ​ໄດ້​ຮັບ​ຮູ້ ແລະ ສ້າງ​ຄວາມ​ເຂົ້າ­ໃຈ​ກັນ​ໃໝ່.

ການ​ຈັດ​ແຂ້ວ ມີ​ໄວ້​ສຳ­ລັບ​ເດັກ­ນ້ອຍ​ເທົ່າ​ນັ້ນ

ຫຼາຍ​ຄົນ​ມັກ​ຈະ​ຄິດ​ວ່າ ການ​ຈັດ​ແຂ້ວ​ນັ້ນ ມີ​ພຽງ​ເດັກ­ນ້ອຍ​ເທົ່າ​ນັ້ນ​ທີ່​ເຮັດ ຄົນ​ທີ່​ເປັນ​ຜູ້​ໃຫຍ່​ແລ້ວ ໄປ​ຈັດ​ແຂ້ວ​ກໍ​ບໍ່​ມີ​ປະ­ໂຫຍດ​ອັນ​ໃດ ນີ້​ເປັນ­ຄວາມ​ເຊື່ອ​ທີ່​ຜິດ ເພາະ​ຄວາມ​ຈິງ​ແລ້ວ ບໍ່​ມີ​ໃຜ​ແກ່​ເກີນ​ກວ່າ​ຈະ​ຈັດ​ແຂ້ວ.

ຈິງ​ຢູ່​ທີ່​ວ່າ​ໄລ­ຍະ​ອາ­ຍຸ​ທີ່​ເໝາະ​ສົມ​ທີ່​ສຸດ​ສຳ­ລັບ​ການ​ຈັດ​ແຂ້ວ ຢູ່​ທີ່​ລະ­ຫວ່າງ 9 ປີ ເຖິງ 14 ປີ ເປັນ​ໄລ­ຍະ​ເວ­ລາ​ທີ່​ເດັກ­ນ້ອຍ​ກຳ­ລັງ​ຈະ­ເລີນ​ເຕີບ​ໂຕ ເຮັດ​ໃຫ້​ສາ­ມາດ​ຈັດ­ການ​ປັບ​ປ່ຽນ​ລັກ­ສະ­ນະ​ຮູບ​ຮ່າງ​ຂອງ​ຊ່ອງ​ປາກ ແລະ ການ​ລຽງ​ຕົວ​ຂອງ​ແຂ້ວ​ໄດ້​ງ່າຍ​ກວ່າ​ໃນ​ໄວ​ຜູ້​ໃຫຍ່ ແຕ່​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ການ​ຈັດ​ແຂ້ວ​ໃນ​ໄລ­ຍະ​ໄວ​ຜູ້​ໃຫຍ່​ຈະ​ບໍ່​ສາ­ມາດ​ເຮັດ​ໄດ້.

ໃນ​ປັດ­ຈຸ­ບັນ​ນີ້ ມີ​ຄົນ​ເປັນ​ຈຳ­ນວນ​ຫຼາຍ ທີ່​ເລີ່ມ​ຈັດ​ແຂ້ວ​ໃນ​ໄລ­ຍະ​ໄວ​ຜູ້​ໃຫຍ່ ບໍ່​ວ່າ​ຈະ​ດ້ວຍ​ສາ­ເຫດ​ຈາກ​ການ​ທີ່​ບໍ່​ມີ​ໂອ­ກາດ​ທີ່​ເໝາະ​ສົມ​ທີ່​ຈະ​ຈັດ​ແຂ້ວ ບັນ­ຫາ​ເລື່ອງ​ເງິນ ຫຼື ບັນ­ຫາ​ດ້ານ​ອື່ນໆ ການ​ຈັດ​ແຂ້ວ​ໃນ​ໄລ­ຍະ​ໄວ​ຜູ້​ໃຫຍ່​ນັ້ນ ເປັນ​ເລື່ອງ​ທີ່​ພົບ​ເຫັນ​ໄດ້​ຫຼາຍ​ຂຶ້ນ ທັງ​ຍັງ​ມີ​ປະ­ສິດ­ທິ­ພາບ​ໃນ​ການ​ຈັດ​ແຂ້ວ ເກືອບ​ຈະ​ບໍ່​ຕ່າງ​ອັນ​ໃດ​ກັບ​ການ​ຈັດ​ແຂ້ວ​ໃນ​ໄລ­ຍະ​ໄວ​ເດັກ ພຽງ​ແຕ່​ອາດ​ຈະ​ໃຊ້​ເວ­ລາ​ດົນ​ກວ່າ​ການ​ຈັດ​ແຂ້ວ​ໃນ​ໄລ­ຍະ​ໄວ​ເດັກ­ນ້ອຍ​ເທົ່າ​ນັ້ນ.

ການ​ຈັດ​ແຂ້ວ ໝໍ​ປົວ​ແຂ້ວ​ຄົນ​ໃດ​ກໍ​ເຮັດ​ໄດ້

ເຮົາ​ອາດ​ຈະ​ຄິດ​ວ່າ ຫາກ​ເຮົາ​ຢາກ​ເຮັດ​ແຂ້ວ ຈະ​ຍ່າງ​ເຂົ້າ​ຄລີ​ນິກ​ເຮັດ​ແຂ້ວ​ຮ້ານ​ໃດ​ກໍ​ເໝືອນໆ​ກັນ ໝໍ​ປົວ​ແຂ້ວ​ຄົນ​ໃດໆ​ກໍ​ຈັດ​ແຂ້ວ​ໄດ້​ທັງ​ນັ້ນ ແຕ່​ຄວາມ​ຈິງ​ແລ້ວ ຜູ້​ທີ່​ຈະ​ສາ­ມາດ​ດຳ­ເນີນ​ການ​ຈັດ​ແຂ້ວ​ໃຫ້​ເຮົາ​ໄດ້ ຈະ​ຕ້ອງ​ເປັນ​ທັນ​ຕະ​ແພດ​ຈັດ​ແຂ້ວ (Orthodontists) ຜູ້​ຜ່ານ​ການ​ອົບ­ຮົມ​ຄວາມ​ຮູ້​ທາງ​ດ້ານ​ການ​ຈັດ​ແຂ້ວ​ມາ​ແລ້ວ​ເທົ່າ​ນັ້ນ ລະ­ດັບ​ຄວາມ​ຊຳ­ນານ​ທາງ​ດ້ານ​ການ​ຈັດ​ແຂ້ວ​ຂອງ​ທັນ​ຕະ​ແພດ​ຈັດ​ແຂ້ວ ຈະ​ບໍ່​ເທົ່າ​ກັບ​ທັນ​ຕະ​ແພດ​ທົ່ວ​ໄປ​ທີ່​ສາ­ມາດ​ເຮັດ​ໄດ້ ພຽງ​ແຕ່​ການ​ຮັກ­ສາ​ສຸ­ຂະ­ພາບ​ຊ່ອງ​ປາກ​ພື້ນ­ຖານ ເຊັ່ນ ອັດ​ແຂ້ວ ການ​ຖອນ​ແຂ້ວ ແລະ ການ​ຂູດ​ຫີນ​ປູນ ເປັນ­ຕົ້ນ.

ທັນ​ຕະ​ແພດ​ຈັດ​ແຂ້ວ​ທີ່​ຜ່ານ​ການ​ຮັບ­ຮອງ​ນັ້ນ ຈະ​ຕ້ອງ​ຜ່ານ​ຫຼັກ­ສູດ​ການ​ສອນ 3 ປີ​ເຕັມ ໃນ​ດ້ານ​ຂອງ​ການ​ທັນ​ຕະ​ກຳ­ຈັດ​ແຂ້ວ ທັນ​ຕະ​ແພດ​ຈັດ​ແຂ້ວ​ນັ້ນ ຈະ​ມີ​ຄວາມ​ຊ່ຽວ­ຊານ​ສະ­ເພາະ​ດ້ານ ເຊັ່ນ: ການ​ຢຶດ​ແຂ້ວ ແລະ ການ​ແກ້​ໄຂ​ຮູບ​ແບບ​ການ​ສົບ​ແຂ້ວ ຫຼື ການ​ກັດ​ທີ່​ບໍ່​ເໝາະ​ສົມ ເຊິ່ງ​ຄວາມ​ຮູ້​ເຫຼົ່າ​ນີ້ ເປັນ​ສິ່ງ​ທີ່​ທັນ​ຕະ​ແພດ​ທົ່ວ​ໄປ​ບໍ່​ມີ.

ຈັດ​ແຂ້ວ​ສຳ­ເລັດ​ແລ້ວ ແຂ້ວ​ກໍ​ຈະ​ຢູ່​ໃນ​ສະ­ພາບ​ນັ້ນ​ຕະ­ຫຼອດ​ໄປ

ຄົນ​ຈຳ­ນວນ​ບໍ່​ໜ້ອຍ ທີ່​ຄິດ​ວ່າ​ຫຼັງ​ຈາກ​ຖອດ​ເຄື່ອງ­ມື​ຈັດ​ແຂ້ວ​ສຳ­ເລັດ​ແລ້ວ​ກໍ​ຈົບ​ກັນ ແຂ້ວ​ຂອງ​ທ່ານ​ຈະ​ລຽງ​ຕົວ​ງາມ​ຢູ່​ສະ­ພາບ​ນັ້ນ ໄປ​ຕະ­ຫຼອດ​ບໍ່​ປ່ຽນ­ແປງ ໄປ​ອີກ​ເລີຍ​ຕະ­ຫຼອດ​ການ​ນີ້ ເປັນ​ອີກ​ໜຶ່ງ​ຄວາມ​ເຊື່ອ​ທີ່​ບໍ່​ເປັນ​ຈິງ ຫຼັງ​ຈາກ​ທີ່​ທ່ານ​ຈັດ​ແຂ້ວ​ສຳ­ເລັດ​ແລ້ວ ແຂ້ວ​ຂອງ​ທ່ານ​ຍັງ​ສາ­ມາດ​ມີ​ການ​ເຄື່ອນ​ທີ່­ຢູ່​ຕໍ່​ໄປ​ໄດ້​ອີກ ດັ່ງ­ນັ້ນ ທ່ານ​ຈຶ່ງ​ຈຳ­ເປັນ​ຈະ​ຕ້ອງ​ໃສ່​ຣີ​ເທນ​ເນີ (Retainer) ໄປ​ອີກ​ຕະ­ຫຼອດ​ຊີ­ວິດ ເພື່ອ​ຮັກ­ສາ​ຮູບ​ແບບ​ຂອງ​ແຂ້ວ​ໃຫ້​ຄົງ​ຢູ່​ດັ່ງ​ເດີມ ແລະ ບໍ່​ໃຫ້​ແຂ້ວ​ລົ້ມ ຈົນ​ຕ້ອງ​ກັບ​ມາ​ຈັດ​ແຂ້ວ​ໃໝ່​ອີກ​ຄັ້ງ.

ຈັດ​ແຂ້ວ​ແລ້ວ​ຈະ​ເຈັບ​ແຂ້ວ​ຢູ່​ຕະ­ຫຼອດ​ເວ­ລາ

ບາງ​ຄົນ​ອາດ​ຈະ​ຄິດ​ວ່າ ການ​ຈັດ​ແຂ້ວ ຈະ​ເຮັດ​ໃຫ້​ທ່ານ​ຮູ້­ສຶກ​ປວດ​ແຂ້ວ​ຢູ່​ຕະ­ຫຼອດ​ເວ­ລາ​ຈົນ​ກິນ​ບໍ່​ໄດ້ ນອນ​ບໍ່​ຫຼັບ ຄວາມ​ຈິງ​ແລ້ວ ການ​ຈັດ​ແຂ້ວ​ນັ້ນ ອາດ​ຈະ​ເຮັດ​ໃຫ້​ທ່ານ​ຮູ້­ສຶກ​ບໍ່​ສະ­ບາຍ​ຕົວ ຫຼື ມີ​ອາ­ການ​ປວດ​ຢູ່​ແດ່ ແຕ່​ບໍ່​ແມ່ນ​ປວດ​ຢູ່​ຕະ­ຫຼອດ​ເວ­ລາ ສ່ວນ​ໃຫຍ່​ແລ້ວ ມັກ​ຈະ​ມີ​ອາ­ການ​ປວດ​ຫຼາຍ​ໃນ​ໄລ­ຍະ​ຈັດ​ແຂ້ວ​ໃໝ່ໆ ຫຼື ໄລ­ຍະ​ທີ່​ຕ້ອງ​ມີ​ການ​ໃສ່​ຢາງ​ດຶງ​ແຂ້ວ ແຕ່​ເມື່ອ​ເວ­ລາ​ຜ່ານ​ໄປ​ຈັກ​ໄລ­ຍະ ເຮົາ​ຈະ​ເລີ່ມ​ປັບ​ຕົວ​ໄດ້ ແລະ ບໍ່​ຮູ້­ສຶກ​ເຖິງ​ອາ­ການ​ປວດ​ໃດໆ.

ຈັດ​ແຂ້ວ​ແລ້ວ​ຈະ​ກິນ​ອັນ​ໃດ​ກໍ​ບໍ່​ໄດ້

ທ່ານ​ອາດ​ຈະ​ຄິດ​ວ່າ ເມື່ອ​ຈັດ​ແຂ້ວ​ແລ້ວ ກໍ​ຈະ​ຫຍ້ຳ​ອັນ​ໃດ​ບໍ່​ໄດ້ ກິນ​ອັນ​ໃດ​ບໍ່​ໄດ້ ຕ້ອງ​ກິນ​ແຕ່​ນ້ຳ​ເຂົ້າ­ປຽກ​ປະ​ທັງ​ຊີ­ວິດ​ໄປ​ເທົ່າ​ນັ້ນ ແຕ່​ຈິງໆ​ແລ້ວ ຜູ້​ທີ່​ຈັດ​ແຂ້ວ​ນັ້ນ​ສາ­ມາດ​ກິນ​ອາ­ຫານ​ໄດ້​ຕາມ​ປົກ­ກະ­ຕິ ເກືອບ​ຈະ​ບໍ່​ຕ່າງ​ອັນ​ໃດ​ກັບ​ຜູ້​ທີ່​ບໍ່​ໄດ້​ຈັດ​ແຂ້ວ​ເລີຍ ພຽງ​ແຕ່​ອາດ​ຈະ​ມີ​ອາ­ຫານ​ບາງ​ປະ­ເພດ​ທີ່​ຜູ້​ຈັດ​ແຂ້ວ​ຄວນ​ຫຼີກ­ເວັ້ນ ເຊັ່ນ: ອາ­ຫານ​ແຂງໆ​ຢ່າງ​ໝາກ­ຖົ່ວ ນ້ຳ­ກ້ອນ ແລະ ຕັດ​ອາ­ຫານ​ເປັນ​ຊິ້ນ​ນ້ອຍໆ​ກ່ອນ​ກິນ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ອາ­ຫານ​ເຫຼົ່າ​ນີ້ ໄປ​ເຮັດ​ໃຫ້​ເຫຼັກ​ດັດ​ແຂ້ວ​ຫຼຸດ​ອອກ​ມາ.

ຊາວ­ບ້ານ – ນຳ​ສະ­ເໜີ

error: Content is protected !!