ຍ້ອນຄວາມບໍ່ລະມັດລະວັງຂອງນັກຂັບຂີ່ ຈຶ່ງເຮັດໃຫ້ເກີດອຸບັດເຫດ ມີຜູ້ເສຍຊີວິດເປັນຈຳນວນຫຼວງຫຼາຍ

ອຸ­ບັດ​ຕິ​ເຫດ​ທາງ​ຖະ­ໜົນ​ມັນ ບໍ່​ໄດ້​ເລຶອກ​ເກີດ​ຂຶ້ນ​ກັບ​ເພດ​ໄວ ບໍ່​ໄດ້​ເລຶອກ​ເກີດ​ກັບ​ຊົນ​ຊັ້ນ​ວັນ­ນະ ແລະ ອາ­ຊີບ​ການ​ງານ​ຂອງ​ຄົນ​ເຮົາ ແຕ່​ມັນ​ເກີດ​ຂຶ້ນ​ມາ​ຈາກ​ພຶດ­ຕິ​ກຳ​ຂອງ​ຄົນ​ເຮົາ​ນັ້ນ​ເອງ ທີ່​ມີ​ຄວາມ​ປະ­ໝາດ ຂາດ​ສະ­ຕິ ຖື​ເບົາ​ເລື່ອງ​ການ​ຂັບ​ຂີ່​ລົດ ສະ­ຫຼຸບ​ລວມ​ແລ້ວ​ຄື​ບໍ່​ເຄົາ­ລົບ​ກົດ​ລະ­ບຽບ​ຈະ­ລາ­ຈອນ​ທາງ­ບົກ​ຢ່າງ​ເຂັ້ມ​ງວດ ຈຶ່ງ​ເຮັດ​ໃຫ້​ບັນ­ຫາ​ໃຫຍ່​ຕາມ​ມາ​ຄື​ການ​ສູນ​ເສຍ​ເງິນ​ຄຳ ຊັບ​ສິນ​ສ່ວນ​ຕົວ ສ່ວນ​ລວມ ເຮັດ​ໃຫ້​ຄົນ​ບໍ­ລິ­ສຸດ​ຕ້ອງ​ໄດ້​ຮັບ​ບາດ­ເຈັບ​ສາ­ຫັດ ສູນ​ເສຍ​ອະ​ໄວ​ຍະ​ວະ​ທີ່​ສຳ­ຄັນ​ຂອງ​ຮ່າງ­ກາຍ ແລະ ເສຍ​ຊີ­ວິດ​ແບບ​ກະ­ທັນ­ຫັນ.

ຈາກ​ຂໍ້​ມູນ​ການ​ເກີດ​ອຸ­ບັດ­ເຫດ​ທົ່ວ​ປະ­ເທດ ປະ­ຈຳ​ເດືອນ​ມິ­ຖຸ­ນາ 2020 ຂອງ​ກົມ​ຕຳ­ຫຼວດ​ຈະ­ລາ­ຈອນ ກົມ​ໃຫຍ່​ຕຳ­ຫຼວດ ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ຊາບ​ວ່າ: ໃນ​ເດືອນ​ມິ­ຖຸ­ນາ​ຜ່ານ​ມາ ທົ່ວ​ປະ­ເທດ​ມີ​ອຸ­ບັດ​ຕິ​ເຫດ​ເກີດ​ຂຶ້ນ​ທັງ​ໝົດ 453 ກໍ­ລະ­ນີ ມີ​ຄົນ​ເສຍ​ຊີ­ວິດ​ຈຳ­ນວນ 105 ຄົນ ຍິງ 19 ຄົນ ທຽບ­ໃສ່​ເດືອນ​ພຶດ­ສະ­ພາ 2020 ການ​ເກີດ​ອຸ­ບັດ­ເຫດ​ທົ່ວ​ປະ­ເທດ​ແມ່ນ​ເພີ່ມ​ຂຶ້ນ 85 ກໍ­ລະ­ນີ ແລະ ຜູ້​ເສຍ​ຊີ­ວິດ​ກໍ​ເພີ່ມ​ຂຶ້ນ​ເຊັ່ນ​ດຽວ​ກັນ 59 ຄົນ ເຊິ່ງ​ນະ­ຄອນ­ຫຼວງ​ວຽງ​ຈັນ ຍັງ​ມີ​ຜູ້​ເສຍ​ຊີ­ວິດ​ຫຼາຍ​ກວ່າ​ແຂວງ​ອື່ນໆ.

ຈາກ​ສະ­ພາບ​ການ​ເກີດ​ອຸ­ບັດ­ເຫດ​ໃນ​ແຕ່​ລະ​ຄັ້ງ ເຮັດ​ໃຫ້​ມີ​ພາ­ຫະ­ນະ​ເປ່​ເພ​ທັງ​ໝົດ 807 ຄັນ ໃນ​ນີ້ ເປ່​ເພ​ເລັກ​ໜ້ອຍ 371 ຄັນ ສົມ­ຄວນ 406 ຄັນ ໃຊ້​ການ​ບໍ່​ໄດ້ 30 ຄັນ ມີ​ຄົນ​ໄດ້​ຮັບ​ບາດ­ເຈັບ​ທັງ​ໝົດ 651 ຄົນ ຍິງ 136 ຄົນ ໃນ​ນີ້ ມີ​ຄົນ​ໄດ້​ຮັບ​ບາດ­ເຈັບ​ເລັກ​ໜ້ອຍ 290 ຄົນ ສົມ­ຄວນ 275 ຄົນ ສາ­ຫັດ 85 ຄົນ ແລະ ເສຍ​ຊີ­ວິດ​ທັງ​ໝົດ 105 ຄົນ.

ສ່ວນ​ສະ­ຖິ­ຕິ​ການ​ເກີດ​ອຸ­ບັດ­ເຫດ ໃນ​ແຕ່​ລະ​ແຂວງ ປະ­ກອບ​ມີ​ດັ່ງ­ນີ້: ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ອຸ­ບັດ­ເຫດ​ເກີດ​ຂຶ້ນ 76 ຄັ້ງ ເສຍ​ຊີ­ວິດ 13 ຄົນ ຜົ້ງ​ສາ­ລີ 9 ຄັ້ງ ເສຍ​ຊີ­ວິດ 1 ຄົນ ອຸ­ດົມ​ໄຊ 28 ຄັ້ງ ເສຍ​ຊີ­ວິດ 6 ຄົນ ຫຼວງ​ນ້ຳ​ທາ 19 ຄັ້ງ ເສຍ​ຊີ­ວິດ 8 ຄົນ ບໍ່​ແກ້ວ 7 ຄັ້ງ ເສຍ​ຊີ­ວິດ 2 ຄົນ ໄຊ​ຍະ​ບູ​ລີ 37 ຄັ້ງ ເສຍ​ຊີ­ວິດ 10 ຄົນ ຫຼວງ​ພະ​ບາງ 26 ຄັ້ງ ເສຍ​ຊີ­ວິດ 4 ຄົນ ຫົວ­ພັນ 6 ຄັ້ງ ເສຍ​ຊີ­ວິດ 3 ຄົນ ຊຽງ​ຂວາງ 6 ຄັ້ງ ເສຍ​ຊີ­ວິດ 0 ຄົນ ໄຊ​ສົມ­ບູນ 2 ຄັ້ງ ເສຍ​ຊີ­ວິດ 0 ຄົນ ວຽງ​ຈັນ 52 ຄັ້ງ ເສຍ​ຊີ­ວິດ 8 ຄົນ ບໍ​ລິ​ຄຳ​ໄຊ 27 ຄັ້ງ ເສຍ​ຊີ­ວິດ 11 ຄົນ ຄຳ​ມ່ວນ 2 ຄັ້ງ ເສຍ​ຊີ­ວິດ 1 ຄົນ ສະ­ຫວັນ​ນະ​ເຂດ 48 ຄັ້ງ ເສຍ​ຊີ­ວິດ 11 ຄົນ ສາ­ລະ​ວັນ 20 ຄັ້ງ ເສຍ​ຊີ­ວິດ 9 ຄົນ ຈຳ­ປາ​ສັກ 66 ຄັ້ງ ເສຍ​ຊີ­ວິດ 11 ຄົນ ເຊ​ກອງ 12 ຄັ້ງ ເສຍ​ຊີ­ວິດ 1 ຄົນ ແລະ ແຂວງ​ອັດ​ຕະ​ປື 10 ຄັ້ງ ເສຍ​ຊີ­ວິດ 6 ຄົນ.

ເພື່ອ​ຫຼີກ​ລ່ຽງ​ຈາກ​ບັນ­ຫາ​ອຸ­ບັດ­ເຫດ​ທີ່​ຈະ​ເກີດ​ຂຶ້ນ​ນັ້ນ ທຸກໆ​ຄົນ​ຕ້ອງ​ປ່ຽນ​ພຶດ­ຕິ​ກຳ​ຄືນ­ໃໝ່​ໃນ​ການ​ຂັບ​ຂີ່ ຕ້ອງ​ປະ­ຕິ­ບັດ​ຕາມ​ກົດ​ລະ­ບຽບ​ຈະ­ລາ­ຈອນ​ທາງ­ບົກ (ຄຳ​ສັ່ງ 06/ນຍ) ຢ່າງ​ເຂັ້ມ​ງວດ ໂດຍ​ເອົາ­ໃຈ­ໃສ່​ເປັນ​ພິ­ເສດ​ໃນ​ການ​ຄວບ​ຄຸມ​ຄວາມ​ໄວ ດື່ມ​ສິ່ງ​ມຶນ­ເມົາ​ແລ້ວ​ບໍ່​ຂັບ​ຂີ່​ລົດ ແລະ ອື່ນໆ ນອກ­ຈາກ​ນີ້ ຕ້ອງ​ຂັບ​ຂີ່​ຢ່າງ​ມີ​ມາ­ລະ­ຍາດ ມີ​ການ​ຜ່ອນ­ຜັນ ເຫັນ​ອົກ​ເຫັນ­ໃຈ​ເຊິ່ງ​ກັນ ແລະ ກັນ ຕ້ອງ​ຍອມ​ເສຍ­ສະ­ຫຼະ ແລະ ປ່ອຍ​ສິດ​ໃຫ້​ແກ່​ກັນ ຖ້າ​ພວກ​ເຮົາ​ຫາກ​ປະ­ຕິ­ບັດ​ໄດ້​ຄື​ແນວ​ນີ້ ກໍ​ຈະ​ຊ່ວຍ​ຫຼຸດ­ຜ່ອນ​ອຸ­ບັດ­ເຫດ​ໄດ້​ຫຼາຍ​ສົມ­ຄວນ.

error: Content is protected !!