ກຳແໜ້ນ ແລະ ເຊື່ອມຊຶມ ມະຕິ 107/ກມ ສພ

ມະ­ຕິ​ສະ­ບັບ​ນີ້ ແມ່ນ​ມະ­ຕິ​ວ່າ​ດ້ວຍ​ການ​ພັດ­ທະ­ນາ​ນະ­ຄອນ­ຫຼວງ​ວຽງ​ຈັນ ໃນ​ໄລ­ຍະ​ໃໝ່ ເຊິ່ງ​ປະ­ກອບ​ມີ 3 ພາກ​ໃຫຍ່ ຄື:

I. ທັດ­ສະ­ນະ​ທິດ​ທາງ ແລະ ຄາດ­ໝາຍ​ຂອງ​ການ​ພັດ­ທະ­ນາ​ນະ­ຄອນ­ຫຼວງ​ວຽງ​ຈັນ ໃນ​ໄລ­ຍະ​ໃໝ່.
II. ໜ້າ­ທີ່​ຕົ້ນ­ຕໍ​ຂອງ​ການ​ພັດ­ທະ­ນາ​ນະ­ຄອນ­ຫຼວງ​ວຽງ​ຈັນ ໃນ​ແຕ່​ລະ​ດ້ານ ໄລ­ຍະ​ແຕ່​ນີ້​ຮອດ​ປີ 2030.
III. ຄວາມ​ຮັບ­ຜິດ­ຊອບ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ມະ­ຕິ​ສະ­ບັບ​ນີ້.

ພາຍ­ຫຼັງ​ປະ­ເທດ​ຊາດ​ໄດ້​ຮັບ​ການ​ປົດ​ປ່ອຍ ແລະ ສະ­ຖາ­ປະ­ນາ ສປປ ລາວ ໂດຍ​ພາຍ​ໃຕ້​ການ​ນຳ­ພາ​ຂອງ​ພັກ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ ດ້ວຍ​ຄວາມ​ຮັບ­ຜິດ­ຊອບ​ການ­ເມືອງ ຄວາມ​ບຸກ​ບືນ​ສູ້​ຊົນ​ຂອງ​ຄະ­ນະ​ພັກ ອົງ­ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ດ້ວຍ​ມູນ­ເຊື້ອ​ສາ­ມັກ­ຄີ ຄວາມ​ເປັນ​ເຈົ້າ​ຂອງ​ປະ­ຊາ­ຊົນ ເຮັດ​ໃຫ້​ນະ­ຄອນ­ຫຼວງ​ວຽງ​ຈັນ ໃນ​ຖາ­ນະ​ເມືອງ​ເອກ​ຂອງ ສປປ ລາວ ໄດ້​ຮັບ​ການ​ພັດ­ທະ­ນາ ແລະ ພວມ​ກ້າວ​ເດີນ​ຂຶ້ນ​ບົນ​ເສັ້ນ­ທາງ​ອັນ​ສະ­ຫວ່າງ​ສະ­ໄຫວ​ຂອງ​ຍຸກ​ສະ­ໄໝ.

ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ຮັບ​ການ​ພັດ­ທະ­ນາ​ຢ່າງ­ຮອບ­ດ້ານ ແລະ ນັບ​ມື້​ນັບ​ເຂັ້ມ­ແຂງ ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ ອັນ​ພົ້ນ​ເດັ່ນ ຄວາມ­ທຸກ​ຍາກ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ມີ​ຜົນ­ສຳ­ເລັດ ເສດ­ຖະ­ກິດ​ເຕີບ​ໂຕ​ສູງ​ຢ່າງ​ຕໍ່​ເນື່ອງ ປີ 2019 ລວມ​ຍອດ​ຜະ­ລິດ​ຕະ​ພັນ​ພາຍ​ໃນ ບັນ­ລຸ 48 ພັນ​ກວ່າ​ຕື້​ກີບ ຈັດ​ເກັບ​ລາຍ​ຮັບ​ງົບ­ປະ­ມານ​ໄດ້ 10 ກວ່າ​ພັນ​ຕື້​ກີບ ກວມ​ເອົາ​ຫຼາຍ​ກວ່າ 40% ຂອງ​ລາຍ​ຮັບ​ພາຍ​ໃນ​ປະ­ເທດ ລາຍ​ໄດ້​ສະ­ເລ່ຍ​ຕໍ່​ຄົນ ບັນ­ລຸ 5 ພັນ​ກວ່າ​ໂດ​ລາ.

ຕົວ​ເມືອງ ແລະ ຊານ­ເມືອງ​ໄດ້​ຮັບ​ການ​ພັດ­ທະ­ນາ ແລະ ຂະ­ຫຍາຍ­ຕົວ​ຢ່າງ​ວ່ອງ­ໄວ ໂສມ​ໜ້າ​ໃໝ່​ຂອງ​ຕົວ​ເມືອງ​ນັບ​ມື້​ເດັ່ນ​ຊັດ​ຂຶ້ນ ສາຍ​ພົວ­ພັນ​ມິດ­ຕະ­ພາບ ແລະ ການ​ຮ່ວມ​ມື​ກັບ​ນະ­ຄອນ­ຫຼວງ ນະ­ຄອນ ແລະ ແຂວງ​ຂອງ​ບັນ­ດາ​ປະ­ເທດ​ເພື່ອນ​ມິດ​ໃນ​ໂລກ ນັບ​ມື້​ນັບ​ກວ້າງ­ຂວາງ ແລະ ເຂົ້າ​ສູ່​ລວງ​ເລິກ ເຖິງ​ຢ່າງ­ໃດ​ກໍ​ຕາມ ເມື່ອ​ທຽບ​ກັບ​ລະ­ດັບ​ການ​ພັດ­ທະ­ນາ​ຂອງ​ບັນ­ດາ​ນະ­ຄອນ­ຫຼວງ​ຫຼາຍ​ປະ­ເທດ ເຫັນ​ວ່າ ນະ­ຄອນ­ຫຼວງ​ວຽງ​ຈັນ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ພັດ­ທະ­ນາ​ທຽບ​ທັນ ສະ­ນັ້ນ ກົມ​ການ­ເມືອງ​ສູນ​ກາງ​ພັກ ຈຶ່ງ​ໄດ້​ອອກ​ມະ­ຕິ​ເລກ​ທີ 107/ກມ ສພ ລົງ​ວັນ​ທີ 30 ເມ­ສາ 2020 ວ່າ​ດ້ວຍ​ການ​ພັດ­ທະ­ນາ​ນະ­ຄອນ­ຫຼວງ​ວຽງ​ຈັນ ໃນ​ໄລ­ຍະ​ໃໝ່ ແນ­ໃສ່​ສ້າງ​ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ໄດ້​ຮັບ​ການ​ພັດ­ທະ­ນາ ທຽບ​ທັນ​ນະ­ຄອນ­ຫຼວງ​ຂອງ​ປະ­ເທດ​ອື່ນໆ​ໃນ​ໂລກ.

ໂດຍ: ແນວ​ລາວ

error: Content is protected !!