ນະຄອນຫຼວງ ສະເໜີດັດແກ້ຕົວເລກອັດຕາ​ການ​ເຕີບ​ໂຕ​ເສດຖະກິດ

    ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ I ຈັດຂຶ້ນວັນທີ 15 ກໍລະກົດ 2020 ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນວ ໄດ້ຄາດຄະເນຜົນກະທົບຕໍ່ການພັດທະນາໃນ 6 ເດືອນທ້າຍປີ 2020 ແລະ ສະເໜີປັບບາງຕົວເລກຄາດໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມວ່າ: ອີງຕາມການຕີລາຄາຂອງລັດຖະບານ ແລະ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າສະພາບການລະບາດຂອງພະຍາດໂຄວິດ-19 ຍັງຈະແກ່ຍາວຈົນກວ່າຈະມີຢາວັກຊິນປ້ອງກັນ ເຖິງວ່າປະເທດເຮົາ ກໍຄື ນວ ສາມາດປ້ອງສະກັດກັນໄດ້ແລ້ວ ແຕ່ການລະບາດຂອງພະຍາດດັ່ງກ່າວທີ່ຍັງລະບາດຢູ່ໃນຫຼາຍປະເທດ ຍັງຈະສົ່ງຜົນກະທົບທາງລົບຕໍ່ການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ ແລະ ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ນວ ເປັນຕົ້ນ ດ້ານການລົງທຶນ ແລະ ການທ່ອງທ່ຽວຈາກຕ່າງປະເທດ ການຊອກຫາຊ່ອງທາງໃໝ່ ຫຼືການປັບປຸງປັບຕົວ ແລະ ປ່ຽນແປງວິຖີຊີວິດໃໝ່ຂອງຫຼາຍທຸລະກິດໃນເງື່ອນໄຂໃໝ່ອາດຈະຊັກຊ້າແກ່ຍາວ ແລະ ອື່ນໆ ແລະ ຄວາມຫຍຸ້ງຍາກທາງດ້ານການເງິນ-ເງິນຕາຂອງປະເທດເຮົາ ກໍເປັນອີກຜົນກະທົບໜຶ່ງຕໍ່ການພັດທະນາ ນວ ນອກນັ້ນ ສະພາບການປ່ຽນແປງຂອງດິນຟ້າອາກາດໃນທ້າຍປີ ອາດມີຄວາມຮຸນແຮງ ເປັນຕົ້ນໄພແຫ້ງແລ້ງ ໄພນໍ້າຖ້ວມ ພະຍາດລະບາດ ກໍອາດເປັນໄດ້ ເຊິ່ງຈະເປັນຕົວແປເຮັດໃຫ້ຈັງຫວະການພັດທະນາເສດຖະກິດສັງຄົມຢູ່ ນວ ໄດ້ຮັບຜົນກະທົບ.

    ຈາກຜົນກະທົບທີ່ກ່າວມານັ້ນ ອົງການປົກຄອງ ນວ ຈຶ່ງໄດ້ສະເໜີຂໍດັດແກ້ຕົວເລກອັດຕາການເຕີບໂຕຂອງເສດຖະກິດ (GDP) ຈາກແຜນການທີ່ສະພາປະຊາຊົນ ນວ ໄດ້ຮັບຮອງ 9,5% ມາເປັນ 6,3% ດັດແກ້ຕົວເລກມູນຄ່າລວມຍອດຜະລິດຕະພັນພາຍໃນ (GDP) ຈາກ 54.080 ຕື້ກີບ ມາເປັນ 52.509 ຕື້ກີບ ດັດແກ້ຕົວເລກ (GDP) ສະເລ່ຍຕໍ່ຫົວຄົນຈາກ 6.120 ໂດລາສະຫະລັດ ມາເປັນ 6.004 ໂດລາ ໃນນັ້ນ: ດັດແກ້ອັດຕາເພີ່ມຂອງຂະແໜງກະສິກໍາ ​ແລະ ປ່າໄມ້ຈາກ 4,5% ລົງມາເປັນ 3,2% ກວມເອົາ 14,1% ຂອງ GDP ດັດແກ້ອັດຕາເພີ່ມຂອງຂະແໜງອຸດສາຫະກໍາຈາກ 12,5% ລົງມາເປັນ 7,8% ກວມເອົາ 49,4% ຂອງ GDP ດັດແກ້ອັດຕາເພີ່ມຂອງຂະແໜງການບໍລິການ (ລວມທັງພາສີ-ອາກອນຜະລິດຕະພັນສຸດທິ) ຈາກ 10% ລົງມາເປັນ 5,1% ກວມເອົາ 36,5% ຂອງ GDP  ດັດແກ້ຫຼຸດແຜນລາຍຮັບ ຕາມແຜນສະພາປະຊາຊົນ ນວ ຮັບຮອງຈາກ 5.245,78 ຕື້ກີບ ມາເປັນ 4.044,46 ຕື້ກີບ (ຫຼຸດລົງ 1.201,32 ຕື້ກີບ) ດັດແກ້ຫຼຸດແຜນລາຍຈ່າຍຂອງ ນວ ຕາມແຜນສະພາປະຊາຊົນ ນວ ຮັບຮອງ ຈາກ (702,15 ຕື້ກີບ) ມາເປັນ 669,84 ຕື້ກີບ (ຫຼຸດລົງ 32,31 ຕື້ກີບ) ໃນນັ້ນ:ດັດແກ້ຫຼຸດລາຍຈ່າຍບໍລິຫານປົກກະຕິຈາກ 551,28 ຕື້ກີບ ມາເປັນ 549,35 ຕື້ກີບ (ຫຼຸດລົງ 1,93 ຕື້ກີບ) ແລະ ດັດແກ້ລາຍຈ່າຍໃນການລົງທຶນຈາກ 150,87 ຕື້ກີບ ມາເປັນ 120,49 ຕື້ກີບ (ຫຼຸດບ້ວງທຶນອື່ນໆລົງ 30,38 ຕື້ກີບ) ດັດແກ້ຕົວເລກນັກທ່ອງທ່ຽວຈາກແຜນການທີ່ສະພາປະຊາຊົນ ນວ ໄດ້ຮັບຮອງ 2 ລ້ານເທື່ອຄົນ ມາເປັນ 685.600 ເທື່ອຄົນ ແລະ ສະເໜີດັດແກ້ຕົວເລກຄາດໝາຍດໍາເນີນການສໍາຫຼວດພິສູດຫຼັກຖານຂຶ້ນທະບຽນອອກໃບຕາດິນຈາກແຜນການທີ່ສະພາປະຊາຊົນ ນວ ໄດ້ຮັບຮອງ 80.000 ຕອນ ມາເປັນ 40.600 ຕອນ ສາເຫດຍ້ອນແຜນການ 5 ປີ ໄດ້ວາງຄາດໝາຍໄວ້ສູງເກີດຄວາມສາມາດປະຕິບັດຕົວຈິງ ດັດແກ້ຕົວເລກຄາດໝາຍ ສະແກນເອກະສານສໍານວນຕອນດິນຢູ່ໃນສາງ ແລະ ປ້ອນຂໍ້ມູນເຂົ້າຄອມພີວເຕີຈາກແຜນການທີ່ສະພາປະຊາຊົນ ນວ ໄດ້ຮັບຮອງ 18.000 ຕອນ ມາເປັນ 9.000 ຕອນ ສາເຫດຍ້ອນອຸປະກອນ ​ແລະ ບຸຄະລະກອນ ເປັນຕົ້ນການຫຼຸດລາຍຮັບງົບປະມານ.

    # ຂ່າວ & ພາບ: ເພັດສະໝອນ

error: Content is protected !!