ການຄອບຄອງຊັບທີ່ຮູ້ຢູ່ວ່າ ບໍ່ແມ່ນຂອງຕົນ

ເມື່ອ​ສັງ­ຄົມ​ມີ​ການ​ປຽບ­ທຽບ​ຊັ່ງ­ຊາ​ກັນ ແຕ່­ລະ­ຄົນ​ກໍ​ຕ້ອງ​ດີ້ນ­ຮົນ​ເພື່ອ​ຫາ​ຊັບ​ສິ່ງ​ຂອງ​ໃໝ່ໆ​ນຳ​ມາ​ໃຊ້ ເພື່ອ​ໂຕ້​ກັບ​ການ​ໝິ່ນ­ປະ­ໝາດ​ຂອງ​ຄົນ​ຈຳ­ນວນ​ໜຶ່ງ​ໃນ​ສັງ­ຄົມ ທັງ​ເປັນ​ການ​ຍົກ​ບົດ­ບາດ​ຊີ­ວິດ​ຂອງ​ຕົນ​ໃຫ້​ສູງ​ຂຶ້ນ ທຽບ​ເທົ່າ ຫຼື ໃກ້​ຄຽງ​ກັບ​ຄົນ​ອື່ນ ນັ້ນ​ຖື​ເປັນ​ການ​ແຂ່ງ­ຂັນ​ຊີງ​ດີ​ຊີງ​ເດັ່ນ ຊຶ່ງ​ຕ່າງ​ຝ່າຍ​ຕ່າງ​ກໍ​ບໍ່​ຍອມ​ຖອຍ­ຫຼັງ​ໃຫ້​ກັນ ທັ່ງໆ​ທີ່​ເຮົາ​ບໍ່​ຮູ້​ເລີຍ​ວ່າ ເຂົາ​ໄດ້​ມາ​ດ້ວຍ​ວິ­ທີ​ການ​ໃດ? ໄດ້​ມາ​ຍ້ອນ​ພໍ່​ແມ່​ເຂົາ​ມີ​ເງິນ​ຫຼາຍ​ບໍ? ຍ້ອນ​ພໍ່​ແມ່​ເຂົາ​ມີ​ມູນ​ຫຼາຍ​ບໍ? ເຂົາ​ໄດ້​ມາ​ດ້ວຍ​ການ​ຄ້າ-ຂາຍ​ສິ່ງ​ຜິດ​ກົດ­ໝາຍ​ບໍ? ຫຼື ເຂົາ​ໄດ້​ມາ​ດ້ວຍ​ການ​ຕົວະ​ຍົວະ​ຫຼອກ​ລວງ ໄດ້​ມາ​ດ້ວຍ​ການ​ຮັບ​ອາ­ມິດ​ສິນ-ບົນ ຫຼື ໄດ້​ມາ​ດ້ວຍ​ການ​ສໍ້​ໂກງ ຫຼື ຍັກ​ຍອກ? ແຕ່​ກໍ​ມີ​ຄວາມ​ສະ­ອອນ​ໃຈ​ນຳ​ເຂົາ ແລະ ກໍ​ຫວັງ​ວ່າ​ວັນ​ໃດ​ວັນ​ໜຶ່ງ​ກໍ​ຈະ​ມີ​ຄື​ເຂົາ ດັ່ງ­ນັ້ນ ຢາກ​ມີ​ຄື​ເຂົາ​ກໍ​ຕ້ອງ​ເຮັດ​ຄື​ເຂົາ ມີ​ບາງ​ອັນ​ກໍ​ຜິດ ມີ​ບາງ​ອັນ​ກໍ​ຖືກ ສະ­ນັ້ນ ປາ­ກົດ­ການ​ຫຍໍ້­ທໍ້​ໃນ​ສັງ­ຄົມ ຈະ​ບໍ່​ມີ​ວັນ​ລົ້ມ​ຫາຍ​ຕາຍ​ໄປ​ກັບ​ຄົນ​ຊົ່ວ​ທີ່​ຕາຍ​ໄປ​ແລ້ວ​ນັ້ນ​ຢ່າງ​ເດັດ­ຂາດ ແລະ ມັນ​ຍັງ​ຈະ​ຄົງ​ຕົວ​ຢູ່ ແລະ ກາຍ­ເປັນ​ສ້ຽນ​ເປັນ​ໜາມ​ປັກ​ແທງ ເຮັດ​ໃຫ້​ສັງ­ຄົມ​ເກີດ​ບາດ­ແຜ​ຂອງ​ຄວາມ​ບໍ່​ສະ­ຫງົບ ໄປ​ຄື​ຈັ່ງ​ພວກ​ເຮົາ​ເຫັນ​ນຳ​ກັນ​ທຸກ​ວັນ​ນີ້​ລະ.

ມື້­ກ່ອນ​ໄດ້​ເວົ້າ​ເລື່ອງ​ການ​ຄອບ​ຄອງ​ຊັບ​ສິ່ງ​ຂອງ​ຢ່າງ​ຜິດ​ກົດ­ໝາຍ ໂດຍ​ຄວາມ​ບໍ­ລິ­ສຸດ​ໃຈ​ໄປ​ແລ້ວ​ຍົກ​ໜຶ່ງ ສຳ­ລັບ​ຍົກ​ສອງ​ຈະ​ເວົ້າ​ກ່ຽວ​ກັບ​ຜູ້​ທີ່​ຄອບ​ຄອງ​ຊັບ​ສິ່ງ​ຂອງ​ຢ່າງ​ຜິດ​ກົດ­ໝາຍ ໂດຍ​ຄວາມ​ບໍ່​ບໍ­ລິ­ສຸດ​ໃຈ ຈາກ​ນັ້ນ ກໍ​ຈະ​ເວົ້າ​ລວມ​ໄປ​ເຖິງ​ຜົນ​ສະ­ທ້ອນ​ຕ່າງໆ ຈາກ​ການ​ຄອບ​ຄອງ​ຊັບ​ສິ່ງ​ຂອງ​ໃນ​ກໍ­ລະ­ນີ​ຄື​ແນວ​ນີ້.

ຮູ້​ກົດ­ໝາຍ​ໄປ​ກະ­ທຳ​ຜິດ​ບໍ່​ຜິດ​ບາງ​ຄົນ​ວ່າ ແຕ່​ກໍ​ມີ​ສຽງ​ໂຕ້​ແຍ່ງ​ວ່າ ບໍ່​ຮູ້​ກົດ­ໝາຍ​ໄປ​ກະ­ທຳ​ຜິດ​ກໍ​ແຮງ​ບໍ່​ຜິດ ອັນ​ນີ້​ແມ່ນ​ຄຳ​ເວົ້າ​ຂອງ​ຄົນ​ທີ່​ເຂົ້າ​ຂ້າງ​ເອງ​ຝ່າຍ​ດຽວ ໃຜ​ກໍ​ຮູ້​ວ່າ ຖ້າ​ຮູ້​ກົດ­ໝາຍ ແຕ່​ໄປ​ກະ­ທຳ​ຜິດ ກໍ​ຄື ໂຈນ ສ່ວນ​ຜູ້​ເວົ້າ​ວ່າ ບໍ່​ຮູ້​ກົດ­ໝາຍ​ໄປ​ກະ­ທຳ​ຜິດ​ກໍ​ບໍ່​ຜິດ​ຫຍັງ ກໍ​ຄື ນັກ­ເລງ​ອັນ​ຕະ​ພານ ຄວາມ​ຮູ້ ຫຼື ບໍ່​ຮູ້ ຖ້າ​ບໍ່​ໄປ​ກະ­ທຳ​ຜິດ ມັນ​ກໍ​ບໍ່​ຜິດ​ຕາມ​ວ່າ ແຕ່​ຖ້າ​ຮູ້​ແລ້ວ​ຕ່າວ​ພາ­ໂລ ກັບ​ໂຕ​ບໍ່​ຮູ້​ແລ້ວ​ເຮັດ​ໄປ​ມັນ​ກໍ​ຜິດ​ຄື​ກັນ ຕົວ­ຢ່າງ ຜູ້​ຮູ້​ກົດ­ໝາຍ ພັດ​ໄປ​ຍັກ​ຍອກ​ຊັບ​ຂອງ​ພົນ­ລະ­ເມືອງ ແຕ່​ຜູ້​ບໍ່​ຮູ້​ກົດ­ໝາຍ ພັດ​ໄປ​ລັກ​ຊັບ​ພົນ­ລະ­ເມືອງ ແລ້ວ​ແມ່ນ​ໃຜ​ຜິດ? ໃຜ​ບໍ່​ຜິດ? ມັນ​ກໍ​ຜິດ​ທັງ​ສອງ ຕ່າງ​ແຕ່​ວ່າ ໃຜ​ໜັກ ໃຜ​ເບົາ ຢາກ​ບອກ​ໃຫ້​ທ່ານ​ຮູ້​ວ່າ ຜູ້​ຄອບ​ຄອງ​ຊັບ​ສິ່ງ​ຂອງ​ຢ່າງ​ຜິດ​ກົດ­ໝາຍ​ໂດຍ​ຄວາມ​ບໍ່​ບໍ­ລິ­ສຸດ​ໃຈ ແມ່ນ​ຜູ້​ເປັນ​ແນວ­ໃດ? ເຮັດ​ແນວ­ໃດ? ຄອບ​ຄອງ​ແນວ­ໃດ? ຈຶ່ງ​ເອີ້ນ ບໍ່​ບໍ­ລິ­ສຸດ​ໃຈ.

ກົດ­ໝາຍ​ບອກ​ໄວ້​ວ່າ ແມ່ນ​ຜູ້​ທີ່​ຮູ້ ຫຼື ອາດ​ຈະ​ຮູ້​ໄດ້​ວ່າ ຊັບ​ສິ່ງ​ຂອງ​ທີ່​ຕົນ​ຄອບ​ຄອງ​ຢູ່​ນັ້ນ ມັນ​ຍັງ​ແມ່ນ​ກຳ­ມະ­ສິດ​ຂອງ​ບຸກ­ຄົນ​ອື່ນ​ຢູ່ ແຕ່​ຫາກ​ຕັ້ງ­ໃຈ​ຄອບ​ຄອງ​ໄວ້​ເປັນ​ຂອງ​ຕົນ ສະ­ນັ້ນ ໃນ​ກໍ­ລະ­ນີ​ຫາກ​ຕ້ອງ​ຢຶດ​ຊັບ​ສິ່ງ​ຂອງ​ດັ່ງ­ກ່າວ ຈາກ​ຜູ້​ຄອບ​ຄອງ​ນັ້ນ ແລ້ວ​ສົ່ງ​ຄືນ​ໃຫ້​ເຈົ້າ​ກຳ­ມະ­ສິດ​ເດີມ​ທີ່​ຍັງ​ມີ​ສິດ​ໃນ​ກຳ­ມະ­ສິດ​ນັ້ນ​ຢູ່ ໃນ​ກໍ­ລະ­ນີ​ນີ້ ຜູ້​ທີ່​ຄອບ​ຄອງ​ນັ້ນ​ຈະ​ຮ້ອງ​ຂໍ​ຕໍ່​ວ່າ ເອົາ​ການ​ໃຊ້​ແທນ​ຄ່າ​ເສຍ​ຫາຍ​ຈາກ​ຜູ້​ທີ່​ໄດ້​ມອບ​ຊັບ​ສິ່ງ​ຂອງ​ໃຫ້​ຕົນ​ໂດຍ​ບໍ່​ຖືກ­ຕ້ອງ​ນັ້ນ​ກໍ​ໄດ້ ແຕ່​ບໍ່​ມີ​ສິດ​ທີ່​ຈະ​ໄປ​ຮ້ອງ​ຟ້ອງ​ຕໍ່​ສານ ຂໍ້​ຫ້າມ​ນີ້​ຕ້ອງ​ທຳ​ຄວາມ​ເຂົ້າ­ໃຈ​ໃຫ້​ລະ­ອຽດ ຈະ­ແຈ້ງ​ກ່ອນ​ຊິ​ຖາມ​ກັບ​ວ່າ ເປັນ​ຫຍັງ​ຈຶ່ງ​ບໍ່​ມີ​ສິດ?.

ຕົວ­ຢ່າງ: ທ້າວ ບໍ່​ເຂັດ ໄດ້​ລັກ​ລົດ­ຈັກ​ຂອງ​ນາງ ຫຼາບ ຫຼັງ​ຈາກ​ນັ້ນ ໄປ​ມອບ​ໃຫ້​ນາງ ຫຼົງ ຊຶ່ງ​ເປັນ​ແຟນ​ຂອງ​ຕົນ​ເອງ​ນຳ​ໃຊ້ ຊຶ່ງ​ນາງ ຫຼົງ ກໍ​ຮູ້​ຢູ່​ແກ່​ໃຈ​ວ່າ ລົດ­ຈັກ​ຄັນ​ດັ່ງ­ກ່າວ​ແມ່ນ​ໄດ້​ມາ​ຈາກ​ການ​ລັກ ສະ­ນັ້ນ ການ​ນຳ​ໃຊ້​ຂອງ​ນາງ ຫຼົງ ຈຶ່ງ​ມີ​ລັກ­ສະ­ນະ​ປິດໆ​ບັງໆ ຢ້ານໆ ກົວໆ ສະ­ແດງ​ວ່າ​ນາງ ຫຼົງ ຄອບ​ຄອງ​ຊັບ​ຂອງ​ຄົນ​ອື່ນ​ຢ່າງ​ຜິດ​ກົດ­ໝາຍ ໂດຍ​ບໍ່​ບໍ­ລິ­ສຸດ​ໃຈ​ແລ້ວ.

ສຳ­ລັບ​ໝາກ­ຜົນ ຫຼື ລາຍ​ໄດ້​ທີ່​ເກີດ​ຈາກ​ຊັບ​ສິ່ງ​ຂອງ ຊຶ່ງ​ຢູ່​ໃນ​ການ​ຄອບ​ຄອງ​ຂອງ​ບຸກ­ຄົນ​ໃດ​ໜຶ່ງ​ຢ່າງ​ຜິດ​ກົດ­ໝາຍ ໂດຍ​ບໍ່​ມີ​ຄວາມ​ບໍ­ລິ­ສຸດ​ໃຈ​ນັ້ນ ຈະ​ໄດ້​ສົ່ງ​ຄືນ​ໃຫ້​ເຈົ້າ​ກຳ­ມະ­ສິດ​ທັງ​ໝົດ ໃນ​ກໍ­ລະ­ນີ​ທີ່​ຜູ້­ກ່ຽວ​ຫາກ​ໄດ້​ເອົາ​ໝາກ­ຜົນ ຫຼື ລາຍ​ໄດ້​ນັ້ນ​ໄປ​ນຳ​ໃຊ້​ຂາຍ ແລະ ອື່ນໆ ຜູ້­ກ່ຽວ​ກໍ​ຈະ​ໄດ້​ໃຊ້​ແທນ​ຄ່າ​ເສຍ​ຫາຍ ຫຼື ມູນ​ຄ່າ​ຂອງ​ໝາກ­ຜົນ ຫຼື ລາຍ​ໄດ້​ນັ້ນ​ໃຫ້​ເຈົ້າ​ກຳ­ມະ­ສິດ​ເດີມ​ຄືນ.

ຕົວ­ຢ່າງ: ງົວ ທີ່​ທ້າວ ອ່ອຍ​ລ່ອຍ ຄອບ​ຄອງ​ຢ່າງ​ຜິດ​ກົດ­ໝາຍ ໂດຍ​ຄວາມ​ບໍ່​ບໍ­ລິ­ສຸດ​ໃຈ ຫາກ​ໄດ້​ເກີດ​ລູກ ແລ້ວ​ຜູ້­ກ່ຽວ​ເອົາ​ລູກ​ງົວ​ນັ້ນ​ໄປ​ຂາຍ ເງິນ​ທີ່​ໄດ້​ຈາກ​ການ​ຂາຍ​ລູກ​ງົວ ລວມ​ທັງ​ແມ່​ງົວ​ນັ້ນ ທ້າວ ອ່ອຍ​ລ່ອຍ ຈະ​ຕ້ອງ​ໄດ້​ສົ່ງ​ຄືນ​ໃຫ້​ທ້າວ ຂື່​ລື່ ຊຶ່ງ​ເປັນ​ເຈົ້າ​ກຳ­ມະ­ສິດ​ເດີມ.

ໂດຍ: ໄມ້​ງັດ

ຕິດຕໍ່ພວກເຮົາ
error: Content is protected !!