ພັດທະນາຊ່ອງໂທລະພາບສຶກສາ ແລະ ກີລາ ກ້າວສູ່ຄວາມທັນສະໄໝ

ພິ­ທີ​ລົງ​ນາມ​ສັນ­ຍາ​ການ​ຮ່ວມ​ມື​ສ້າງ ແລະ ພັດ­ທະ­ນາ​ໂທລະ­ພາບ​ຊ່ອງ​ສຶກ​ສາ ແລະ ກີ­ລາ ຈັດ​ຂຶ້ນ​ວັນ​ທີ 21 ກໍ­ລະ­ກົດ 2020 ຢູ່​ສະ​ຖາ​ບັນ​ຄົ້ນ­ຄວ້າ​ວິ­ທະ­ຍາ­ສາດ​ການ​ສຶກ​ສາ (ສວ​ສ) ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ (ສສກ) ລະ­ຫວ່າງ​ທ່ານ ອ່ອນ​ແກ້ວ ນວນ​ນະ​ວົງ ຜູ້­ອຳ­ນວຍ­ການ ສວ​ສ ແລະ ທ່ານ ຕິ່ງ ຢອງ​ປີງ ຜູ້­ອຳ­ນວຍ­ການ​ໃຫຍ່ ບໍ­ລິ­ສັດ ດາວ​ທຽມ​ລາວ ເອ​ເຊຍ-ປາ​ຊີ​ຟິກ ຈຳ­ກັດ ມີ​ທ່ານ ພຸດ ສິມ​ມາ­ລາ​ວົງ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ ສສກ ທ່ານ ຫຽມ ພົມ­ມະ­ຈັນ ປະ­ທານ​ສະ­ພາ​ບໍ­ລິ­ຫານ​ບໍ­ລິ­ສັດ​ດາວ​ທຽມ​ລາວ ເອ​ເຊຍ-ປາ​ຊີ​ຟິກ ຈຳ­ກັດ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ເປົ້າ​ໝາຍ​ຫຼັກ​ຂອງ​ການ​ຮ່ວມ​ມື​ຄັ້ງ​ນີ້ ເພື່ອ​ສ້າງ ແລະ ພັດ­ທະ­ນາ​ຊ່ອງ​ໂທລະ­ພາບ​ສຶກ​ສາ ແລະ ກີ­ລາ ທີ່​ເປັນ ຊ່ອງ​ໂທລະ­ພາບ​ສະ­ເພາະ​ຂອງ​ຂະ­ແໜງ­ການ ສສກ ເຊິ່ງ​ຈະ​ເຜີຍ­ແຜ່​ຂໍ້​ມູນ​ຂ່າວ­ສານ ສາ­ລະ​ຄະ­ດີ ແລະ ການ​ເຄື່ອນ ໄຫວ​ຕ່າງໆ​ໃນ​ຂົງ­ເຂດ ສສກ ຜ່ານ​ລະ­ບົບ​ດາວ​ທຽມ LAOSAT-1 ໂດຍ​ນຳ​ໃຊ້​ຄື້ນ​ຄວາມ​ຖີ່ ku-band ເຊິ່ງ​ສາ­ມາດ ຮັບ​ຊົມ​ໄດ້​ທົ່ວ​ປະ­ເທດ ເພື່ອ​ເປັນ​ການ​ປູ​ພື້ນ­ຖານ​ໃຫ້​ວຽກ​ງານ ສສກ ກ້າວ​ເຂົ້າ​ສູ່​ຄວາມ​ທັນ​ສະ­ໄໝ ດ້ວຍ​ຮູບ​ແບບ ການ​ສອນ-ການ​ຮຽນ​ຜ່ານ​ສື່​ໂທລະ­ພາບ ແລະ ສື່​ເອ​ເລັກ​ໂຕຣ​ນິກ​ຕ່າງໆ ທີ່​ເປັນ​ທ່າ​ອ່ຽງ​ຂອງ​ການ​ພັດ­ທະ­ນາ​ວຽກ ງານ​ການ​ສຶກ​ສາ​ທີ່​ກຳ­ລັງ​ໄດ້​ຮັບ​ຄວາມ​ນິ­ຍົມ​ຂອງ​ສາ­ກົນ ໂດຍ​ສະ­ເພາະ​ໄລ­ຍະ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ ໄພ­ພິ­ບັດ​ທາງ​ທຳ​ມະ​ຊາດ ແລະ ເຫດ­ການ​ສຸກ​ເສີນ​ຕ່າງໆ​ທີ່ ອາດ​ເກີດ​ຂຶ້ນ​ໃນ­ຕໍ່­ໜ້າ.

ການ​ຮ່ວມ​ມື​ຄັ້ງ​ນີ້ ເປັນ​ນິ­ມິດ​ໝາຍ ແລະ ເປັນ­ຕົ້ນ​ແບບ​ທີ່​ດີ​ໃຫ້​ບັນ­ດາ​ຂະ­ແໜງ­ການ​ຂອງ​ພາກ​ລັດ ແລະ ເອ­ກະ​ຊົນ​ທົ່ວ​ປະ­ເທດ ເພື່ອ​ຫັນ​ມາ​ນຳ​ໃຊ້​ດາວ​ທຽມ​ລາວ​ເຂົ້າ​ໃນ​ວຽກ​ງານ​ຂະ­ແໜງ​ຂອງ​ຕົນ​ຢ່າງ​ກວ້າງ­ຂວາງ ແລະ ມີ​ປະ​ສິດ­ທິ​ຜົນ​ສູງ.

error: Content is protected !!