ຍົກລະດັບມາດຕະຖານກະສິກຳທີ່ດີ ໃຫ້ກຸ່ມຜະລິດກາເຟ

ຊຸດ​ເຝິກ­ອົບ­ຮົມ​ມາດ­ຕະ­ຖານ​ກະ​ສີ​ກຳ​ທີ່​ດີ ໃຫ້​ກຸ່ມ​ຜະ­ລິດ​ກະ​ເຟ​ໃຫ້​ຊາວ​ກະ­ສິ­ກອນ 6 ບ້ານ​ເມືອງ​ທ່າ​ແຕງ ແຂວງ​ເຊ​ກອງ ຈັດ​ຂຶ້ນ​ວັນ​ທີ 20-22 ກໍ­ລະ­ກົດ 2020 ຢູ່​ບ້ານ​ກົກ​ພຸງ​ເໜືອ ໂດຍ​ມີ​ທ່ານ ເສີມ​ສີ ສຸ​ລິ​ຕະ ຮອງ​ຫົວ­ໜ້າ​ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້​ແຂວງ​ເຊ​ກອງ ທ່ານ​ນາງ ບົວ​ບານ ໄຊ​ຍະ​ສານ ຮອງ​ຫົວ­ໜ້າ​ໜ່ວຍ​ງານ​ປູກ­ຝັງ ຫ້ອງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້​ເມືອງ​ທ່າ​ແຕງ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ທ່ານ​ນາງ ສົມ​ເພັດ ສຸກ​ກະ­ເສີມ ຮອງ​ຫົວ­ໜ້າ​ຂະ­ແໜງ​ປູກ­ຝັງ ຜູ້​ປະ­ສານ​ງານ​ໂຄງ­ການ​ຄຣີນ​ແຂວງ​ເຊ​ກອງ ກ່າວ​ວ່າ: ຊຸດ​ເຝິກ­ອົບ­ຮົມ​ຄັ້ງ​ນີ້ ແບ່ງ​ເປັນ​ພາກ​ທິດ​ສະ​ດີ ແລະ ພາກ​ປະ­ຕິ­ບັດ​ຕົວ​ຈິງ ໃນ​ນີ້​ພາກ​ທິດ​ສະ​ດີ​ໄດ້​ລົງ​ເລິກ​ກ່ຽວ​ກັບ​ມາດ­ຕະ­ຖານ​ກະ­ສິ­ກຳ​ທີ່​ດີ ຄວາມ​ປອດ​ໄພ ແລະ ແນະ­ນຳ​ກ່ຽວ​ກັບ​ການ​ປະ­ຕິ­ບັດ​ກະ ສິ​ກຳ​ທີ່​ດີ​ສຳ­ລັບ​ການ​ປູກ​ກາ­ເຟ ເຕັກ­ນິກ​ການ​ປູກ​ກາ­ເຟ ການ​ເກັບ​ກ່ຽວ ແລະ ການ​ເຄື່ອນ​ຍ້າຍ​ກາ­ເຟ ສ່ວນ​ພາກ​ປະ­ຕິ­ບັດ​ຕົວ​ຈິງ​ໄດ້​ລົງ​ສຳ​ຫຼວດ​ຟື້ນ​ທີ່​ສວນ​ປູກ​ຂອງ​ສະ­ມາ­ຊິກ​ກຸ່ມ ຜ່ານ​ການ​ອົບ­ຮົມ​ສາ­ມາດ​ປະ​ເມີນ​ຄວາມ​ຮັບ​ຮູ້​ຂອງ​ສຳ​ມະ​ນາ​ກອນ​ໄດ້ 90% ສຳ­ລັບ​ເປົ້າ​ໝາຍ​ການ​ອົບ­ຮົມ​ມາດ­ຕະ­ຖານ​ກະ­ສິ­ກຳ​ທີ່​ດີ ໃຫ້​ກຸ່ມ​ຜະ­ລິດ​ກະ​ເຟ​ຢູ່​ເມືອງ​ທ່າ​ແຕງ ມີ 12 ບ້ານ ມີ​ຜູ້​ເຂົ້າ​ຮ່ວມ 319 ຄົນ ສຳ­ເລັດ​ແລ້ວ 6 ບ້ານ ໄດ້​ຮັບ​ໃບ​ຢັ້ງ ຢືນ 107 ຄົນ ຍິງ 14 ຄົນ ແລະ ຈະ​ສືບ­ຕໍ່ 6 ບ້ານ ຄາດ​ວ່າ​ຈະ​ໃຫ້​ສຳ­ເລັດ​ຕົ້ນ​ເດືອນ​ສິງ­ຫາ 2020 ນີ້.

ທ່ານ​ຮອງ​ຫົວ­ໜ້າ​ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້​ແຂວງ​ເຊ​ກອງ ໄດ້​ສະ­ແດງ​ຄວາມ​ຊົມ­ເຊີຍ​ຜົນ ສຳ­ເລັດ​ຂອງ​ການ​ເຝິກ­ອົບ­ຮົມ​ຄັ້ງ​ນີ້ ແລະ ຮຽກ­ຮ້ອງ​ໃຫ້​ສຳ​ມະ​ນາ​ກອນ ​ນຳ​ເອົາ​ບົດ­ຮຽນ​ໃນ​ການ​ເຝິກ­ອົບ­ຮົມ​ຄັ້ງ​ນີ້​ ໄປ​ນຳ​ໃຊ້​ໃນ​ວຽກ​ງານ​ການ​ຜະ­ລິດ​ກະ​ເຟ​ຢູ່​ໃນ​ຄອບ­ຄົວ​ຂອງ​ຕົນ ​ໃຫ້​ໄດ້​ຮັບ​ປະ​ສິດ­ທິ​ຜົນ​ສູງ ສາ­ມາດ​ຕອບ​ສະ­ໜອງ​ຕາມ​ຄວາມ​ຕ້ອງ­ການ​ຂອງ​ຕະ­ຫຼາດ ແລະ ສາ­ມາດ​ຜະ­ລິດ​ເປັນ​ສິນ­ຄ້າ​ສົ່ງ​ອອກ ​ໃຫ້​ໄດ້​ທັງ​ປະ­ລິ­ມານ ແລະ ຄຸນ​ນະ​ພາບ​ສູງ​ຂຶ້ນ.

error: Content is protected !!