ສົ່ງເສີມຜະລິດຕະພັນຫັດຖະກຳລາວ ກ້າວສູ່ປະເທດຍີ່ປຸ່ນ

    ເພື່ອ​ແນ­ໃສ່​ເຮັດ​ໃຫ້­ການ​ສົ່ງ­ເສີມ​ພາກ​ທຸ­ລະ​ກິດ ໂດຍ​ສະ­ເພາະ ການ​ຂະ­ຫຍາຍ​ຕະ­ຫຼາດ​ໂດຍ​ຜ່ານ​ການ​ຮ່ວມ​ມື​ລະ­ຫວ່າງ​ນັກ­ທຸ­ລະ­ກິດ​ລາວ ແລະ ຍີ່­ປຸ່ນ ໃຫ້​ກວ້າງ­ຂວາງ ເພື່ອ​ເປີດ​ໂອ­ກາດ​ໃຫ້​ຫົວ­ໜ່ວຍ​ທຸ­ລະ​ກິດ​ທີ່​ເຂົ້າ​ຮ່ວມ​ຄັດ​ເລືອກ​ໄດ້​ຮຽນ​ຮູ້ ແລະ ປັບ­ປຸງ​ຜະ­ລິດ​ຕະ​ພັນ​ຂອງ​ຕົນ​ເພື່ອ​ຈຳ­ໜ່າຍ​ສົ່ງ​ອອກ​ໄປ​ປະ­ເທດ​ຍີ່­ປຸ່ນ​ໃຫ້​ຫຼາຍ​ຂຶ້ນ ເພື່ອ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ຮ່ວມ​ມື ກໍ​ຄື ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ລະ­ຫວ່າງ​ສອງ​ປະ­ເທດ​ໃຫ້​ເຕີບ​ໃຫຍ່​ເຂັ້ມ­ແຂງ.

    ສະ​ຖາ​ບັນ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ ລາວ-ຍີ່­ປຸ່ນ ໂດຍ​ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ​ຈາກ​ອົງ­ການ JICA ປະ­ຈຳ​ລາວ ໄດ້​ຈັດ​ງານ​ຄັດ​ເລືອກ​ຜະ­ລິດ​ຕະ​ພັນ​ຫັດ­ຖະ­ກຳ​ລາວ ຂຶ້ນ​ວັນ​ທີ 26 ກຸມ­ພາ 2020 ທີ່​ສະ​ຖາ​ບັນ​ດັ່ງ­ກ່າວ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ບຸນ​ລ້ວນ ດ້ວງ​ເງິນ ຜູ້­ອຳ­ນວຍ­ການ​ສະ​ຖາ​ບັນ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ ລາວ-ຍີ່­ປຸ່ນ ມີ​ທ່ານ ສົມ​ສີ ຍໍ​ພັນ​ໄຊ ອະ­ທິ­ການ​ບໍ­ດີ​ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ ທ່ານ  Yoshiharu YONEYAMA ຫົວ­ໜ້າ​ອົງ­ການ JICA ປະ­ຈຳ​ລາວ ພ້ອມ​ດ້ວຍ​ຊ່ຽວ­ຊານ​ບໍ­ລິ­ສັດ Felissemo ປະ­ເທດ​ຍີ່­ປຸ່ນ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

    ການ​ຄັດ​ເລືອກ​ຄັ້ງ​ນີ້ ໄດ້​ເຊີນ​ຜູ້​ຊ່ຽວ­ຊານ​ຈາກ​ບໍ­ລິ­ສັດ Felissimo ເຊິ່ງ​ເປັນ​ບໍ­ລິ­ສັດ​ນຳ​ໜ້າ ດ້ານ​ການ​ນຳ​ເຂົ້າ­ຂອງ​ປະ­ເທດ​ຍີ່­ປຸ່ນ ມາ​ເປັນ​ຄະ­ນະ​ກຳ­ມະ­ການ​ໃຫ້​ຄະ­ແນນ ເພື່ອ​ຄັດ​ເລືອກ​ເອົາ​ບັນ­ດາ​ຜະ­ລິດ​ຕະ​ພັນ ທີ່​ສາ­ມາດ​ພັດ­ທະ­ນາ​ຕໍ່­ໃຫ້​ໄດ້​ມາດ­ຕະ­ຖານ​ສົ່ງ​ອອກ​ໄປ​ຍີ່­ປຸ່ນ ຕາມ​ຕະ­ຫຼາດ​ຕ້ອງ­ການ ມີ​ທັງ​ໝົດ 48 ຜະ­ລິດ​ຕະ​ພັນ ແລະ 10 ແນວ​ຄວາມ​ຄິດ​ອອກ​ແບບ​ເຂົ້າ​ຮ່ວມ ໃນ​ນັ້ນ ຜ່ານ​ການ​ຄັດ​ເລືອກ​ສາ­ມາດ​ເລືອກ​ໄດ້ 10 ຜະ­ລິດ​ຕະ​ພັນ ແລະ 3 ແນວ​ຄວາມ​ຄິດ​ອອກ​ແບບ​ທີ່​ສາ­ມາດ​ນຳ­ໄປ​ພັດ­ທະ­ນາ ແລະ ປັບ­ປຸງ​ໃຫ້​ດີ​ຂຶ້ນ ເພື່ອ​ສົ່ງ​ອອກ​ເປັນ​ຜະ­ລິດ​ຕະ​ພັນ​ຫັດ­ຖະ­ກຳ.

   ນອກ​ນີ້ ໃນ​ງານ​ຍັງ​ໄດ້​ຮັບ​ຊົມ​ການ​ນຳ​ສະ­ເໜີ​ແນວ​ຄວາມ​ຄິດ ແລະ ຜະ­ລິດ​ຕະ​ພັນ​ຫັດ­ຖະ­ກຳ​ຂອງ​ນັກ​ສຶກ​ສາ ແລະ ຜູ້​ປະ­ກອບ​ການ​ທີ່​ນຳ​ໃຊ້​ວັດ­ຖຸ​ດິບ ແລະ ອຸ­ປະ­ກອນ​ຂອງ​ລາວ​ເຮົາ ເພື່ອ​ຜະ­ລິດ​ເປັນ​ເຄື່ອງ​ຫັດ­ຖະ­ກຳ​ທີ່​ຈະ​ສົ່ງ​ໄປ​ປະ­ເທດ​ຍີ່­ປຸ່ນ ຕື່ມ​ອີກ.

Leave a Reply

error: Content is protected !!