ບົດກະວີ “ຫອມແຜ່ນດິນລາວ” ໄດ້ຮັບລາງວັນ SEA Write

     ພິທີຖະແຫຼງຂ່າວ ຜົນການຕັດສິນລາງວັນ ວັນນະກຳສ້າງສັນສຸດຍອດອາຊຽນ (SEA Write) ປະຈໍາປີ 2019 ຈັດຂຶ້ນວັນທີ 24 ກໍລະກົດ 2020 ຢູ່ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໂດຍເປັນປະທານຂອງທ່ານ ທອງໃບ ໂພທິສານ ຫົວໜ້າກົມມໍລະດົກ ກະຊວງ ຖວທ ປະທານສະມາຄົມນັກປະພັນລາວ ມີພະສົງສາມະເນນ ທ່ານຮອງປະທານສະມາຄົມ ຜູ້ຊົງຄຸນວຸດທິ ນັກປະພັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ສຸບັນ ຫຼວງລາດ ຮອງປະທານສະມາຄົມນັກປະພັນລາວ ຄະນະກຳມະການຕັດສິນລາງວັນ SEA Write ກ່າວວ່າ: ໂດຍປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງ ຖວທ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການຕັດສິນບົດວັນນະກໍາຂອງລາວ ເພື່ອຊີງລາງວັນ SEA Write ແລະ ລາງວັນວັນນະກໍາແມ່ນ້ໍາຂອງ ປະຈໍາປີ 2019 ອີງຕາມພາລະບົດບາດ ແຜນການເຄື່ອນໄຫວ ແລະ ການຈັດຕັ້ງປະຕິບັດວຽກງານຕົວຈິງຂອງສະມາຄົມນັກປະພັນລາວ ຜ່ານການປະຕິບັດໜ້າທີ່ຂອງຕົນຕາມແຜນການ ລະບຽບການ ດ້ວຍຄວາມຮັບຜິດຊອບສູງ ກອງປະຊຸມຄົບຄະນະຂອງກໍາມະການຕັດສິນລາງວັນ SEA Write ວັນທີ 24 ມິຖຸນາ 2020 ໄດ້ຕີລາຄາ ຮວບຮວມຄະແນນບົດກະວີແຂ່ງຂັນຮອບສຸດທ້າຍ ປະຈໍາປີ 2019 ຈຳນວນ 9 ບົດ (9 ເຫຼັ້ມປຶ້ມ) ຕົກລົງເປັນເອກະສັນກັນຮັບຮອງເອົາບົດກະວີ ຊື່: “ຫອມແຜ່ນດິນລາວ” ຂຽນໂດຍ ພຣະ ໄພວັນ ມາລາວົງ (ນາມປາກກາ: ລູກດອນກະເດັນ) ເປັນບົດຊະນະເລີດຂອງລາວ ດ້ວຍຄະແນນລວມ 311 ຄະແນນ ເພື່ອຮ່ວມຮັບລາງວັນ SEA Write ປະຈໍາປີ 2019.

    ບົດກະວີ “ຫອມແຜ່ນດິນລາວ” ແມ່ນບົດກະວີບົດໜຶ່ງ ຍາວ 22 ບາດ ໃນປຶ້ມໂຮມບົດກະວີ ຊື່ “ລະດູການຊີວິດ” ຈັດພິມໃນປີ 2019 ມີເນື້ອໃນສ່ອງແສງເຖິງຄວາມອຸດົມຮັ່ງມີ ແລະ ສວຍສົດງົດງາມຂອງປະເທດຊາດທີ່ແສນຮັກ ແລະ ຫວງແຫນຂອງປະຊາຊົນລາວບັນດາເຜົ່າ ເປັນຕົ້ນ ດ້ານທໍາມະຊາດ

ປະຫວັດສາດ ແລະ ວັດທະນະທໍາ-ສັງຄົມ ເຊິ່ງຜູ້ປະພັນໄດ້ບັນຍາຍໃນແງ່ມຸມຕ່າງໆຢ່າງປະທັບໃຈ ແລະ ມ່ວນຊື່ນ ອ່ອນຊ້ອຍ ເຮັດໃຫ້ຜູ້ອ່ານເກີດເພີດເພີນ ມີຄວາມພາກພູມໃຈ ແລະ ຊຸກຍູ້ຄວາມຮັກຊາດ ຮັກບ້ານເກີດເມືອງນອນຂອງຕົນ ເພື່ອພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາໃຫ້ມີຄວາມຈະເລີນຮຸ່ງເຮືອງ ວັດທະນາຖາວອນ ສໍາລັບພິທີມອບ-ຮັບລາງວັນ SEA Write ປະຈໍາປີ 2019 ແລະ 2020 ຈະຈັດຂຶ້ນຢູ່ບາງກອກ ປະເທດໄທ ໃນເວລາສະພາບການອໍານວຍ ເຊິ່ງທາງເຈົ້າພາບຈັດງານຈະແຈ້ງໃຫ້ຊາບຕາມພາຍຫຼັງ. 

    # ຂ່າວ & ພາບ: ບຸນມີ

error: Content is protected !!