ຍົກເລີກການມອບລາງວັນ ບັນລົງດໍ ປີ 2020 ຍ້ອນການລະບາດໂຄວິດ-19

     ຟຣອງ ຟຸດບອລ ວາລະສານກີລາບານເຕະຊື່ດັງຂອງຝຣັ່ງ ປະກາດຍົກເລີກການຈັດພິທີມອບລາງ ວັນນັກກີລາບານເຕະດີເດັ່ນ (ບັນລົງດໍ) ປະຈໍາປີ 2020 ເປັນຄັ້ງທໍາອິດ ໃນຮອບ 64 ປີ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ວົງການກີລາທົ່ວໂລກ ເຮັດໃຫ້ບາງລີກແຂ່ງຂັນບໍ່ຄົບນັດ ຕ້ອງຕັດຈົບການແຂ່ງຂັນ ຝ່າຍຈັດງານຈຶ່ງເຫັນວ່າມັນບໍ່ຢຸດຕິທໍາ ຖ້າຕ້ອງມີການມອບລາງວັນໃນປີນີ້.

    ປາສກາວ ແຟເຣ້ ບັນນາທິການ ຟຣອງ ຟຸດບອລ ກ່າວວ່າ: ການຕັດສິນໃຈຍົກເລີກການມອບລາງວັນ ບັນລົງດໍ ປີນີ້ ເພື່ອຫຼີກລ່ຽງການປຽບທຽບ ແລະ ຂໍ້ສົງໃສທີ່ຈະຕາມມາ ທັງເປັນການປົກປ້ອງຄວາມໜ້າເຊື່ອຖື ແລະ ຄວາມຖືກຕ້ອງຕາມກົດຂອງລາງວັນ ໂດຍລາງວັນບັນລົງດໍ ຈະກັບມາອີກຄັ້ງໃນປີ 2021.

    ລາງວັນບັນລົງດໍ ຈະຕັດສິນດ້ວຍການລົງຄະແນນຂອງນັກຂ່າວສາຍກີລາທີ່ຮ່ວມມືກັບ ຟຣອງ ຟຸດບອລ ເລີ່ມຈັດແຕ່ປີ 1956 ແລະ ໄດ້ເພີ່ມການມອບລາງວັນໃຫ້ນັກເຕະບານຍິງໃນປີ 2018 ກ່ອນໜ້ານີ້ ສະຫະພັນບານເຕະນາໆຊາດ (ຟີຟ້າ) ກໍໄດ້ຍົກເລີກການມອບລາງວັນປະຈຳປີ 2020 ຍ້ອນໂຄວິດ-19 ເຊັ່ນກັນ.

error: Content is protected !!