ເຈົ້າຄອງນະຄອນຫຼວງ ລົງຊຸກຍູ້ໂຄງການພັດທະນາເມືອງສີສັດຕະນາກ

    ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ພ້ອມຄະນະ ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ໂຄງການພັດທະນາຢູ່ເມືອງສີສັດຕະນາກ ວັນທີ 25 ກໍລະກົດ 2020 ຖືກຕ້ອນຮັບຈາກທ່ານ ເດດສົງຄາມ ທໍາມະວົງ ເຈົ້າເມືອງສີສັດຕະນາກ.

    ການເຄື່ອນໄຫວຢ້ຽມຢາມຄັ້ງນີ້ ໄດ້ລົງຢ້ຽມຢາມໂຄງການພັດທະນາທີ່ດິນເຂດດອນຈັນຄົບວົງຈອນ ເຊິ່ງທ່ານ ຈິນ ວຸ້ຍ ຫຸ້ຍ ຕາງໜ້າບໍລິສັດ ແຄມຊີອິນເວສມັນ (ລາວ) ຈໍາກັດ ໄດ້ລາຍງານແຜນການພັດທະນາໂຄງການວ່າ: ໂຄງການພັດທະນາເຂດດອນຈັນ ມີເນື້ອທີ່ທັງໝົດ 425.000 ຕາແມັດ ໂດຍຜູ້ຖືຮຸ້ນສອງຝ່າຍຂອງບໍລິສັດໄດ້ລົງທຶນຫຼາຍກວ່າ 300 ລ້ານໂດລາສະຫະລັດ ຫຼື ປະມານ 2.717 ຕື້ກີບ ໃນນີ້ ເຮືອນພັກປະມຸກລັດແມ່ນໜຶ່ງໃນໂຄງການພັດທະນາ ມີເຮືອນພັກປະມຸກລັດ 50 ຫຼັງ ແລະ ອາຄານຫໍປະຊຸມ 1 ຫຼັງ ພ້ອມນັ້ນ ໃນເຂດພັດທະນາດອນຈັນຕອນເໜືອ ແມ່ນໂຄງການປັບປຸງຕົບແຕ່ງໂຮງແຮມດອນຈັນ ຖະໜົນຄົນຍ່າງ ຮ້ານຄ້າໂລກໃໝ່ແຫ່ງວຽງຈັນ ເຊິ່ງໄດ້ກາຍເປັນໃບໜ້າໃບຕາຂອງ ນວ ປະກອບສ່ວນສໍາຄັນໃນການສໍາເລັດວຽກງານຕ້ອນຮັບຄະນະຜູ້ນໍາທີ່ມາເຂົ້າຮ່ວມກອງປະຊຸມສຸດຍອດອາຊີ-ເອີຣົບຄັ້ງທີ 9 ແລະ ກອງປະຊຸມສຸດຍອດອາຊຽນທີ່ລາວເປັນເຈົ້າພາບ ແລະ ໃນອະນາຄົດ ບໍລິສັດຈະພັດທະນາເຂດດອນຈັນໃຫ້ກາຍເປັນສູນລວມການພັດທະນາແບບຄົບວົງຈອນ ໂດຍມີເຮືອນພັກປະມຸກລັດ ໂຮງແຮມ 5 ດາວດອນຈັນ ຮ້ານຄ້າທີ່ມີເອກະລັກ ຫ້າງຊັບພະສິນຄ້າ ອາຄານຫ້ອງການ ອາພາດເມັນ ໂຮງຮຽນນາໆຊາດ ແລະ ໂຮງໝໍທີ່ທັນສະໄໝໃຫ້ຄົບວົງຈອນ ເພື່ອກາຍເປັນຈຸດໝາຍປາຍທາງຂອງຄົນເຮັດວຽກ ຊື້ເຄື່ອງ ບັນເທີງ ແລະ ທີ່ຢູ່ອາໄສຂອງຊາວ ນວ ໂດຍລວມ ໂຄງການທັງໝົດຈະໄດ້ພັດທະນາໄປເທື່ອລະກ້າວຢ່າງໝັ້ນຄົງ ຄຽງຄູ່ກັນນັ້ນ ບໍລິສັດໄດ້ປະເຊີນກັບສິ່ງທ້າທາຍຫຼາຍຢ່າງ ເປັນຕົ້ນຕະຫຼາດລາວເປັນຕະຫຼາດທີ່ນ້ອຍແຕ່ມີຄູ່ແຂ່ງຫຼາຍ ຕົ້ນທຶນໃນການລົງທຶນສູງ ອາຍຸການສໍາປະທານທີ່ດິນສັ້ນ ມີຄວາມຫຍຸ້ງຍາກໃນການຊອກຄູ່ຮ່ວມລົງທຶນ ມີສຽງເນືອງນັນລົບກວນຈາກຮ້ານບັນເທີງອ້ອມຂ້າງ ເຮັດໃຫ້ລົບກວນລູກຄ້າທີ່ເຂົ້າມາພັກເຊົາ ເຮືອນວິນລາ 6 ຫຼັງທີ່ກໍ່ສ້າງໂດຍບໍ່ໄດ້ຮັບອະນຸຍາດຈາກລັດຖະບານ ທີ່ຕັ້ງຢູ່ທິດຕາເວັນອອກສຽງເໜືອຂອງໂຮງແຮມດອນຈັນ ບໍ່ໄດ້ຮັບການແກ້ໄຂ ມັນຈະຂັດຂວາງການພັດທະນາໂດຍລວມຂອງໂຄງການ ແລະ ແຜນການພັດທະນາໄດ້ຮັບຜົນກະທົບຈາກການລະບາດເຊື້ອພະຍາດໂຄວິດ-19 ເຮັດໃຫ້ຜູ້ບໍລິຫານຂອງບໍລິສັດບໍ່ສາມາດເຂົ້າມາລາວໄດ້ ການພັດທະນາໄດ້ຖືກຈໍາກັດ ແລະ ຄວາມຄືບໜ້າຊ້າ ນອກນີ້ ການແລກປ່ຽນທີ່ດິນ 3 ເຮັກຕາ ເຮັດໃຫ້ບໍລິສັດຂາດທຶນຈໍານວນຫຼາຍ ຫວັງວ່າລັດຖະບານຈະໃຫ້ການຊ່ວຍເຫຼືອ ແລະ ໃຫ້ທິດຊີ້ນໍາກ່ຽວກັບນະໂຍບາຍທິດທາງການລົງທຶນໃນຕໍ່ໜ້າ.      

  ໂອກາດນີ້ ທ່ານ ສິນລະວົງ ຄຸດໄພທູນ ໄດ້ໃຫ້ທິດ ໂດຍຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງເລັ່ງແກ້ໄຂສຽງເນືອງນັນ ຮ້ານບັນເທີງທີ່ລົບກວນສັງຄົມ ກໍຄືແຂກທີ່ເຂົ້າມາພັກເຊົາໃນເຂດພັດທະນາດອນຈັນ ພ້ອມນັ້ນເຮືອນວິນລາ 6 ຫຼັງທີ່ຂັດຂວາງຕໍ່ການພັດທະນາໂຄງການ ມອບໃຫ້ບ້ານລົງກວດກາເກັບກໍາຂໍ້ມູນລະອຽດວ່າເປັນກໍາມະສິດຂອງໃຜ ເພື່ອຈະໄດ້ແກ້ໄຂສະດວກຂຶ້ນ ແລະ ໃຫ້ບໍລິສັດສືບຕໍ່ພັດທະນາໄປເລື້ອຍໆ ໃຫ້ມີແຜນຜັງການພັດທະນາຢ່າງລະອຽດ ຈະແຈ້ງ ໂດຍສະເພາະຕອນດິນທີ່ຍັງເຫຼືອ ຈະນໍາໃຊ້ແນວໃດ ນອກນີ້ ເນັ້ນໃຫ້ຮັກສາຄວາມສະອາດດ້ານໃນ ແລະ ດ້ານນອກຂອງໂຄງການ ໃຫ້ຮື້ຮົ້ວສັງກະສີທີ່ອ້ອມໂຄງການອອກ ແລ້ວເອົາຕາໜ່າງມາທົດແທນ ຫຼື ປູກຕົ້ນໄມ້ໄຜ່ໃສ່ໃຫ້ມີຄວາມສວຍງາມ ເພີ່ມປ່າປົກຫຸ້ມສີຂຽວ ແລະ ອື່ນໆ.

    ນອກນັ້ນ ທ່ານເຈົ້າຄອງພ້ອມຄະນະ ໄດ້ສືບຕໍ່ຢ້ຽມຢາມສວນພະເຈົ້າປູ່ສີສຸດໂທຕະນາກ  ເຊິ່ງເປັນສະຖານທີ່ເກົ່າແກ່ ປະຊາຊົນໃຫ້ຄວາມນັບຖື ແລະ ສັກກາລະບູຊາເປັນປະຈໍາ ໃນນີ້ ໄດ້ແນະນໍາໃຫ້ຜູ້ສໍາປະທານສົມທົບກັບພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນວ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ພັດທະນາໃຫ້ເປັນສວນສາທາລະນະ ພ້ອມທັງກະກຽມສະເໜີໃຫ້ເປັນມໍລະດົກທ້ອງຖິ່ນໃນໄວໆນີ້ ນອກນີ້ ຍັງໄດ້ເດີນທາງໄປຢ້ຽມຢາມໂຄງການໄລຟວຽງຈັນເຊັນເຕີ້ ເປັນໂຄງການໜຶ່ງຂອງບໍລິສັດ ກຣິດຕິພົງກຣຸບ ຈໍາກັດ ທີ່ຈະພັດທະນາໃຫ້ມີຄວາມທັນສະໄໝໃນຕໍ່ໜ້າ ໂດຍສະເພາະໂຄງການສູນການຄ້າທັນສະໄໝໜອງຈັນ ມີເນື້ອທີ່ປຸກສ້າງ 72.000 ຕາແມັດ ເນື້ອທີ່ຮ້ານຂາຍເຄື່ອງທັງ ໝົດ 10.000 ຕາແມັດ ມີອາພາດເມັນ 400 ຫ້ອງ ໂຮງແຮມ 300 ຫ້ອງ ເປັນໂຄງການຄົບວົງຈອນທີ່ລວມດ້ວຍການຄ້າ ແລະ ໂຮງແຮມພັກເຊົາ ຈະກາຍເປັນຕຶກສໍາຄັນແຫ່ງໃໝ່ຢູ່ ນວ ປີ 2021.

error: Content is protected !!