ເບິ່ງວິທີດຶງດູດນັກທ່ອງທ່ຽວຕ່າງປະເທດ

ມື້­ນີ້​ຂໍ​ເຊີນ­ຊວນ​ບັນ­ດາ​ທ່ານ​ໄປ​ເບິ່ງ​ນະ­ໂຍ­ບາຍ ມາດ​ຕະ­ການ​ເພື່ອ​ຄຸ້ມ​ຄອງ ແລະ ພັດ­ທະ­ນາ​ການ­ທ່ອງ­ທ່ຽວ ຢູ່​ບາງ​ປະ­ເທດ​ຕໍ່​ໄປ​ນີ້:

ທີ່​ອຸດ​ສະ​ເບ​ກິດ​ສະ­ຖານ: ປະ­ເທດ​ທີ່​ພວມ​ກ່າວ​ເຖິງ​ຢູ່​ນີ້ ມີ​ນະ­ຄອນ­ຫຼວງ​ຊື່­ວ່າ ທາ​ສະ​ເຄນ ເຄີຍ​ຮ່ວມ​ເປັນ​ສາ­ທາ­ລະ­ນະ​ລັດ​ໜຶ່ງ​ຂອງ​ອະ­ດີດ​ສະ­ຫະ­ພາບ​ໂຊ​ວຽດ ເຊິ່ງ​ຄົນ​ລາວ​ພວກ​ເຮົາ​ບໍ່​ວ່າ ຈະ​ເປັນ​ອະ­ດີດ​ນັກ​ສຶກ​ສາ​ຢູ່​ທີ່​ນັ້ນ ຫຼື ຜູ້​ທີ່​ເຄີຍ​ເດີນ­ທາງ​ໂດຍ​ເຄື່ອງ​ບິນ ອາ​ແອ​ໂຟຼດ ຈາກ​ວຽງ​ຈັນ ສູ່​ນະ­ຄອນ­ຫຼວງ​ມົດ​ສະ​ກູ ຕ່າງ​ກໍ​ຮູ້​ດີ ເພາະ​ຕ້ອງ​ແວ່​ຈອດ​ຢູ່​ສະ­ໜາມ​ບິນ​ສາ­ກົນ ທາ​ສະ​ເຄນ ນະ­ຄອນ​ງາມ​ນາມ​ຄ່ອງ​ແຫ່ງ​ນີ້ ອຸດ​ສະ​ເບ​ກິດ​ສະ­ຖານ ເປັນ​ປະ­ເທດ​ໜຶ່ງ​ທີ່​ອອກ​ນະ­ໂຍ­ບາຍ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ດ້ວຍ​ວິ­ທີ​ທີ່​ຫຼາຍ​ປະ­ເທດ​ໃຫ້​ຄວາມ​ສຳ­ຄັນ​ເປັນ​ພິ­ເສດ ນັ້ນ​ກໍ​ຄື ນະ­ໂຍ­ບາຍ​ຍົກ­ເວັ້ນ​ວີ​ຊາ​ປະ­ເພດ​ທ່ອງ​ທ່ຽວ ໝາຍ​ຄວາມ​ວ່າ ຊາວ​ຕ່າງ­ປະ­ເທດ​ທີ່​ຕ້ອງ­ການ​ໄປ​ທ່ອງ​ທ່ຽວ​ປະ­ເທດ​ນີ້ ບໍ່​ຈຳ­ເປັນ​ປະ­ກອບ​ເອ­ກະ­ສານ​ຂໍ​ວີ​ຊາ​ເຂົ້າ​ປະ­ເທດ​ໃຫ້​ເສຍ​ເວ­ລາ ແລະ ເປືອງ​ຄ່າ​ໃຊ້​ຈ່າຍ ແຕ່​ທີ່​ໜ້າ​ຍິນ​ດີ​ນຳ ກໍ​ຄື ການ​ຍົກ­ເວັ້ນ​ວີ​ຊາ​ທ່ອງ​ທ່ຽວ​ເປັນ​ເວ­ລາ 30 ວັນ​ດັ່ງ­ກ່າວ ໃຫ້ 45 ປະ­ເທດ​ນັ້ນ ໄດ້​ເຮັດ​ຂຶ້ນ​ພ້ອມ​ດຽວ​ກັນ​ບໍ່​ແມ່ນ​ຄ່ອຍ​ເປັນ​ຄ່ອຍ​ໄປ ຂ່າວ​ຈະ​ບອກ ຫຼື ບໍ່​ບອກ​ກໍ​ຄົງ​ຮູ້​ກັນ​ດີ​ແລ້ວ​ວ່າ ນະ­ໂຍ­ບາຍ​ດັ່ງ­ກ່າວ​ແມ່ນ​ເພື່ອ​ກະ­ຕຸກ​ຊຸກ­ຍູ້​ອຸດ­ສາ­ຫະ­ກຳ​ທ່ອງ​ທ່ຽວ ແລະ ເສດ­ຖະ­ກິດ​ຂອງ​ປະ­ເທດ​ໃຫ້​ດີ​ຂຶ້ນ ເປັນ​ອັນ­ວ່າ ຊາວ​ຕ່າງ­ປະ­ເທດ​ຈາກ 45 ປະ­ເທດ ໃນ​ນັ້ນ ມີ 28 ປະ­ເທດ​ສະ­ມາ­ຊິກ​ສະ­ຫະ­ພາບ​ເອີ​ຣົບ ບໍ່​ຈຳ­ເປັນ​ຂໍ​ວີ​ຊາ​ເຂົ້າ​ອຸດ​ສະ​ເບ​ກິດ​ສະ­ຖານ ນັບ​ແຕ່​ເດືອນ​ກຸມ­ພາ ປີ 2019 ເປັນ­ຕົ້ນ​ມາ.

ທີ່​ອົດ​ສະ​ຕຣາ​ລີ: ນະ­ໂຍ­ບາຍ​ສຸດ​ແສນ​ສະ­ຫຼາດ​ຂອງ​ອົດ​ສະ​ຕຣາ​ລີ ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງ­ປະ­ເທດ​ເຂົ້າ​ໄປ​ທ່ອງ​ທ່ຽວ ແລະ ອອກ­ແຮງ​ງານ ຢູ່​ອົດ​ສະ​ຕຣາ​ລີ ພ້ອມ​ນັ້ນ ໄດ້​ເລີ່ມ​ປະ­ຕິ­ບັດ​ນັບ​ແຕ່​ເດືອນ​ກໍ­ລະ­ກົດ ປີ 2019 ເປັນ­ຕົ້ນ​ມາ ນະ­ໂຍ­ບາຍ​ທ່ອງ​ທ່ຽວ​ແບບ “ທູ​ອິນ​ວັນ” (2 in 1) ນີ້ ອະ­ນຸ­ຍາດ​ໃຫ້​ນັກ​ທ່ອງ​ທ່ຽວ​ຕ່າງ­ປະ­ເທດ​ໄດ້​ທັງ​ທ່ອງ​ທ່ຽວ ແລະ ໄດ້​ທັງ​ອອກ­ແຮງ​ງານ​ໃນ​ຟາມ​ຜະ­ລິດ​ກະ­ສິ­ກຳ ເອົາ​ເງິນ​ເຂົ້າ­ຖົງ ວ່າ​ກັນ​ວ່າ​ນະ­ໂຍ­ບາຍ​ອັນ​ແສນ​ສະ­ຫຼາດ​ນີ້ ມີ​ສ່ວນ​ສຳ­ຄັນ​ໃນ​ການ​ແກ້​ໄຂ​ບັນ­ຫາ​ຂາດ​ແຮງ​ງານ​ທີ່​ເຮັດ​ວຽກ​ຢູ່​ຕາມ​ຟາມ ນະ­ໂຍ­ບາຍ​ວີ​ຊາ​ທ່ອງ​ທ່ຽວ​ສົມ­ທົບ​ກັບ​ການ​ອອກ­ແຮງ​ງານ ອະ­ນຸ­ຍາດ​ໃຫ້​ນັກ​ທ່ອງ​ທ່ຽວ​ຕ່າງ­ປະ­ເທດ​ພັກ​ອາ­ໄສ​ຢູ່​ອົດ​ສະ​ຕຣາ​ລີ ໄດ້​ສູງ​ສຸດ​ເຖິງ 3 ປີ ພາຍ​ໃຕ້​ເງື່ອນ­ໄຂ​ທີ່​ວ່າ ນັກ​ທ່ອງ​ທ່ຽວ​ທີ່​ກ່ຽວ­ຂ້ອງ ຕ້ອງ​ໄດ້​ຜ່ານ​ການ​ອອກ­ແຮງ​ງານ​ຢູ່​ເປັນ​ເວ­ລາ​ຢ່າງ​ໜ້ອຍ 6 ເດືອນ ຢູ່​ຕາມ​ຟາມ​ຜະ­ລິດ​ກະ­ສິ­ກຳ​ທີ່​ພວມ​ຂາດ ແຄນ​ແຮງ​ງານ​ຢ່າງ​ໜັກ​ມາ​ແລ້ວ ໃນ​ເມື່ອ​ກ່ອນ​ວີ​ຊາ​ທ່ອງ​ທ່ຽວ​ສົມ­ທົບ​ກັບ​ການ​ອອກ­ແຮງ​ງານ​ນັ້ນ ມີ​ກຳ­ນົດ​ປະ­ຕິ­ບັດ​ໄດ້​ພຽງ 1 ປີ ແລະ ສາ­ມາດ​ຕໍ່​ເວ­ລາ​ຕື່ມ​ອີກ​ເປັນ​ປີ​ທີ 2 ສຳ­ລັບ​ນັກ​ທ່ອງ​ທ່ຽວ​ທີ່​ຍອມ­ຮັບ​ໄປ​ອອກ­ແຮງ​ງານ ຢູ່​ເຂດ​ຫ່າງ​ໄກ​ສອກ­ຫຼີກ ທາງ​ພາກ​ເໜືອ​ຂອງ​ປະ­ເທດ ຂ່າວ​ບອກ​ວ່າ ລະ­ຫວ່າງ​ປີ 2017-2018 ນັ້ນ ມີ​ນັກ​ທ່ອງ​ທ່ຽວ​ຫຼາຍ​ກວ່າ 2 ແສນ​ຄົນ ເຊິ່ງ​ສ່ວນ​ໃຫຍ່​ມາ​ຈາກ​ປະ­ເທດ​ໃນ​ເອີ​ຣົບ ໄດ້​ຮັບ​ວີ​ຊາ​ທ່ອງ​ທ່ຽວ​ປະ­ເພດ​ນີ້ ຢູ່​ລາວ​ພວກ​ເຮົາ​ກໍ​ເຄີຍ​ໄດ້​ຍິນ​ຂ່າວ​ວ່າ ມີ​ນັກ​ທ່ອງ​ທ່ຽວ​ຕ່າງ­ປະ­ເທດ​ຈຳ­ນວນ​ໜຶ່ງ ສະ­ໝັກ​ຊ່ວຍ​ເຮັດ​ສວນ ເຮັດ​ນາ ເພື່ອ​ຊີມ​ລົດ​ຊາດ​ວີ​ຖີ​ຊີ­ວິດ​ພື້ນ­ຖານ​ຂອງ​ຄົນ​ລາວ ແລະ ເພື່ອ​ຮຽນ​ຮູ້​ປະ­ສົບ​ການ​ໃໝ່ໆ​ໃນ​ຊີ­ວິດ.

error: Content is protected !!