ຍຸກດີຈີຕອນ ສື່ມວນຊົນລາວຕ້ອງປັບປຸງຕົນເອງ

ເນື່ອງ​ໃນ​ໂອ­ກາດ​ວັນ​ສ້າງ­ຕັ້ງ​ສື່​ມວນ​ຊົນ​ລາວ ແລະ ການ​ພິມ​ຈຳ­ໜ່າຍ ຄົບ­ຮອບ 70 ປີ (13/8/1955-13/8/2020) ທ່ານ ບຸນ​ເຈົ້າ ພິ­ຈິດ ອຳ­ນວຍ​ການ​ສະ­ຖາ­ນີ​ໂທລະ­ພາບ​ແຫ່ງ​ຊາດ​ລາວ ໃຫ້​ສຳ­ພາດ​ວັນ​ທີ 28 ກໍ­ລະ­ກົດ 2020 ວ່າ: ສື່​ມວນ​ຊົນ​ລາວ​ມີ​ບົດ­ບາດ​ສຳ­ຄັນ​ໃນ​ແຕ່​ລະ​ໄລ­ຍະ ບໍ່​ວ່າ​ໃນ​ໄລ­ຍະ​ຕໍ່­ສູ້​ກູ້​ຊາດ ກໍ​ຄື​ໄລ­ຍະ​ປົກ​ປັກ​ຮັກ­ສາ ແລະ ສ້າງ­ສາ​ພັດ­ທະ­ນາ​ປະ­ເທດ​ຊາດ ທີ່​ເປັນ​ກະ­ບອກ​ສຽງ​ອັນ​ແຫຼມ​ຄົມ​ໃຫ້​ແກ່​ພັກ-ລັດ ໃນ​ການ​ໂຄ­ສະ­ນາ​ເຜີຍ­ແຜ່​ຂໍ້​ມູນ​ຂ່າວ­ສານ ຄື​ໃນ​ໄລ­ຍະ​ທີ່​ປະ­ເທດ​ຊາດ​ຕົກ​ເປັນ​ຫົວ​ເມືອງ​ຕ່າງ​ຊາດ ສື່​ມວນ​ຊົນ​ໄດ້​ເຮັດ​ໜ້າ­ທີ່​ໂຄ­ສະ­ນາ​ປຸກ­ລະ­ດົມ​ປະ­ຊາ­ຊົນ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ປະ­ຕິ­ວັດ​ຜ່ານ​ຊ່ອງ​ທາງ​ໜັງ­ສື­ພິມ ວິ­ທະ­ຍຸ ແລະ ຮູບ­ເງົາ ພາຍ­ຫຼັງ​ປະ­ເທດ​ຊາດ​ໄດ້​ຮັບ​ການ​ສະ­ຖາ­ປະ­ນາ​ເປັນ ສປປ ລາວ ນັບ​ແຕ່​ວັນ​ທີ 2 ທັນ­ວາ 1975 ເປັນ­ຕົ້ນ​ມາ ສື່​ມວນ​ຊົນ​ກໍ​ເຮັດ​ໜ້າ​ຂອງ​ຕົນ​ຢ່າງ​ຫ້າວ­ຫັນ ພາຍ​ໃຕ້​ການ​ຊີ້​ນຳ-ນຳ­ພາ​ຂອງ​ພັກ ແລະ ມາ​ຮອດ​ທ້າຍ​ປີ 1983 ສື່​ໂທລະ­ພາບ​ແຫ່ງ​ຊາດ​ກໍ​ໄດ້​ກຳ­ເນີດ​ເກີດ​ຂຶ້ນ​ຕື່ມ​ອີກ ເພື່ອ​ພ້ອມ​ກັນ​ຊ່ວຍ​ໂຄ­ສະ­ນາ​ປະ­ຊາ­ສຳ­ພັນ​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ ກົດ­ໝາຍ​ຂອງ​ລັດ ນິ­ຕິ​ກຳ​ຕ່າງໆ​ລົງ​ສູ່​ຮາກ​ຖານ​ປະ­ຊາ­ຊົນ​ໃຫ້​ເຂົ້າ­ໃຈ​ເຊື່ອມ​ຊຶມ​ຢ່າງ​ກວ້າງ­ຂວາງ ພ້ອມ​ດຽວ​ກັນ​ນັ້ນ ຍັງ​ເປັນ​ເວ­ທີ​ແລກ­ປ່ຽນ​ຄຳ​ຄິດ​ຄຳ​ເຫັນ ແລະ ຄວາມ​ມຸ່ງ​ມາດ​ປາ­ຖະ​ນາ​ຂອງ​ປະ­ຊາ­ຊົນ ໃຫ້​ຂັ້ນ​ເທິງ ກໍ​ຄື​ພັກ​ລັດ​ໄດ້​ຮັບ​ຮູ້​ຕື່ມ​ອີກ.

ໂດຍ​ລວມ​ແລ້ວ ສື່​ມວນ​ຊົນ​ນັບ​ມື້​ໄດ້​ຮັບ​ການ​ພັດ­ທະ­ນາ​ຢ່າງ​ບໍ່​ຢຸດ​ຢັ້ງ ຫັນ​ຈາກ​ອະ​ນາ​ລອກ​ໄປ​ສູ່​ດີ​ຈີ​ຕອນ​ທີ່​ມີ​ຄວາມ​ທັນ​ສະ­ໄໝ ທຸກ​ເປົ້າ​ໝາຍ​ໄດ້​ເຂົ້າ​ເຖິງ​ຂໍ້​ມູນ​ຂ່າວ­ສານ ແລະ ບໍ­ລິ­ໂພກ​ຜະ­ລິດ​ຕະ​ພັນ​ສື່​ທັນ​ເວ­ລາ ແຕ່​ຄຽງ​ຄູ່​ກັບ​ຜົນ­ງານ​ທີ່​ຍາດ​ໄດ້​ນັ້ນ ສື່​ແບບ​ເກົ່າ​ໄດ້​ພົບ​ສິ່ງ​ທ້າ​ທາຍ ຍ້ອນ​ປັດ­ຈຸ­ບັນ ສື່​ແບບ​ໃໝ່ (ອອນ​ລາຍ) ເຂົ້າ​ມາ​ມີ​ບົດ­ບາດ​ຫຼາຍ​ຂຶ້ນ ແຕ່​ເຖິງ​ວ່າ​ຈະ​ພົບ​ບັນ­ຫາ ພວກ​ເຮົາ​ກໍ​ຖື​ໂອ­ກາດ​ນີ້​ພັດ­ທະ­ນາ​ຕົນ​ເອງ ເປັນ­ຕົ້ນ ປັບ­ປຸງ​ດ້ານ​ວຽກ​ງານ​ວິ­ຊາ​ສະ­ເພາະ ເຕັກ​ໂນ​ໂລ​ຊີ ພາ­ສາ​ຕ່າງ­ປະ­ເທດ ຜູ້​ໜຶ່ງ​ເຮັດ​ຫຼາຍ​ໜ້າ​ວຽກ ເຮັດ​ຂ່າວ​ທັນ​ເວ­ລາ ວ່ອງ­ໄວ​ຮັບ­ປະ­ກັນ​ຄວາມ​ຖືກ­ຕ້ອງ ແລະ ຖື​ໂອ­ກາດ​ນີ້ ຮຽກ­ຮ້ອງ​ມາ​ຍັງ​ຜູ້​ບໍ­ລິ­ໂພກ​ສື່ ໂດຍ​ສະ­ເພາະ​ສື່​ອອນ​ລາຍ ກ່ອນ​ຈະ​ກົດ​ໄລ​ກົດ​ແຊ ຕ້ອງ​ຄິດ​ຕ້ອງ​ອ່ານ ແລະ ເບິ່ງ​ໃຫ້​ລະ­ອຽດ​ຖີ່​ຖ້ວນ​ສາ­ກ່ອນ ບໍ່​ດັ່ງ­ນັ້ນ ຈະ​ມີ​ຜົນ​ກະ­ທົບ​ມາ​ໃສ່​ຕົນ​ເອງ​ຖ້າ​ຜິດ­ພາດ​ຕ້ອງ​ຮັບ­ຜິດ­ຊອບ​ຕໍ່­ໜ້າ​ກົດ­ໝາຍ ດີ​ແທ້​ໃຫ້​ບໍ­ລິ­ໂພກ​ສື່​ຫຼັກ ກໍ​ຄື​ສື່​ທາງ​ການ.

error: Content is protected !!