ອົງການປົກຄອງ ນວ ຫາລືຫຼາຍບັນຫາສຳຄັນໃນການພັດທະນາ

ກອງ​ປະ­ຊຸມ​ອົງ­ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຄັ້ງ​ທີ 33 ຈັດ​ຂຶ້ນ​ວັນ​ທີ 28-29 ກໍ­ລະ­ກົດ 2020 ທີ່​ຫ້ອງ​ວ່າ­ການ​ປົກ­ຄອງ ນວ ເປັນ​ປະ­ທານ​ຂອງ​ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ບັນ­ດາ​ຮອງ​ເຈົ້າ​ຄອງ ແລະ ສະ­ມາ­ຊິກ​ອົງ­ການ​ປົກ­ຄອງ ນວ ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ຄັ້ງ​ນີ້​ສະ­ມາ­ຊິກ​ອົງ­ການ​ປົກ­ຄອງ ນວ ພ້ອມ​ດ້ວຍ​ຂະ­ແໜງ­ການ​ກ່ຽວ­ຂ້ອງ ໄດ້​ພ້ອມ​ກັນ​ປຶກ­ສາ​ຫາ­ລື​ປະ­ກອບ​ຄຳ​ຄິດ​ຄຳ​ເຫັນ ໃສ່​ບັນ­ຫາ​ທີ່​ສຳ­ຄັນ​ຕິດ​ພັນ​ກັບ​ການ​ພັດ­ທະ­ນາ ນວ ເຊິ່ງ​ຜູ້​ເຂົ້າ​ຮ່ວມ​ໄດ້​ຮັບ​ຟັງ​ການ​ລາຍ​ງານ ແລະ ໃຫ້​ທິດ​ຊີ້​ນຳ​ກ່ຽວ​ກັບ​ສະ­ພາບ​ພົ້ນ​ເດັ່ນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ໃນ​ເດືອນ​ກໍ­ລະ­ກົດ ແລະ ແຜນ​ວຽກ​ຈຸດ​ສຸມ​ເດືອນ​ສິງ­ຫາ 2020 ແຜນ­ການ​ກະ­ກຽມ​ຕ້ານ​ແລ້ງ-ຕ້ານ​ຖ້ວມ​ປະ­ຈຳ​ປີ 2020 ການ​ຈັດ​ສັນ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ ແລະ ປະ­ດັບ​ປະ­ດາ​ຕົວ​ເມືອງ ເພື່ອ​ຄຳ­ນັບ​ຮັບ​ຕ້ອນ​ວັນ​ສຳ­ຄັນ​ຕ່າງໆ​ຂອງ​ຊາດ​ຂອງ​ພັກ ແລະ ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ VII ອົງ­ຄະ​ນະ​ພັກ ນວ ຮັບ​ຟັງ​ການ​ລາຍ​ງານ ແລະ ໃຫ້​ທິດ​ຊີ້​ນຳ​ກ່ຽວ​ກັບ​ສະ­ພາບ​ການ​ຄຸ້ມ​ຄອງ​ພະ­ນັກ­ງານ-ລັດ­ຖະ­ກອນ​ປີ 2020 ສະ­ເໜີ​ແຜນ​ຄວາມ​ຕ້ອງ­ການ​ລັດ­ຖະ­ກອນ​ໃໝ່​ປີ 2021 ຮັບ​ຟັງ​ການ​ລາຍ​ງານ ແລະ ໃຫ້​ທິດ​ຊີ້​ນຳ​ກ່ຽວ​ກັບ​ການ​ຂໍ​ຕໍ່​ເວ­ລາ​ຂຸດ​ຄົ້ນ​ແຮ່-ຊາຍ ຂອງ​ບໍ­ລິ­ສັດ ລາວ​ຈະ­ເລີນ​ຮຸ່ງ­ເຮືອງ ຈຳ­ກັດ ເພື່ອ​ສະ­ໜອງ​ໃຫ້​ໂຄງ­ການ​ກໍ່­ສ້າງ​ທາງ​ລົດ­ໄຟ​ລາວ-ຈີນ ບັນ­ຫາ​ກຳ­ນົດ​ລາ­ຄາ​ຫົວ­ໜ່ວຍ ແລະ ການ​ຊົດ​ເຊີຍ​ໃຫ້​ຜູ້​ຖືກ​ຜົນ​ກະ­ທົບ​ຈາກ​ໂຄງ­ການ​ກໍ່­ສ້າງ​ທາງ​ລົດ­ໄຟ​ລາວ-ຈີນ ການ​ອະ­ນຸ­ຍາດ​ສ້າງ­ຕັ້ງ​ຕະ­ຫຼາດ​ຊຸມ​ຊົນ ຕິດ​ພັນ​ກັບ​ການ​ຂາຍ​ພືດ​ຜັກ​ປອດ​ສານ­ພິດ​ຂອງ​ທ່ານ ສີ​ທົນ ສ້ອຍ​ດາ­ລາ ຕັ້ງ​ຢູ່​ລະ­ຫວ່າງ​ເຂດ​ບ້ານ​ໂພນ​ພະ​ເນົາ ແລະ ບ້ານ​ຈອມ​ມະ­ນີ ເມືອງ​ໄຊ​ເສດ​ຖາ ນອກ​ນັ້ນ​ຍັງ​ໄດ້​ຮັບ​ຟັງ ແລະ ໃຫ້​ທິດ​ຊີ້​ນຳ​ການ​ສະ­ເໜີ​ແຜນ​ປັບ­ປຸງ​ລະ­ບົບ​ນ້ຳ­ພຸ​ຢູ່​ສວນ​ປະ­ຕູ​ໄຊ ແລະ ໄຟ​ເຍືອງ​ທາງ 7 ເສັ້ນ­ທາງ (ເຂດ​ຫົວ​ມັງ­ກອນ) ທີ່​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ລ້າ​ຈາກ​ລັດ­ຖະ­ບານ​ຈີນ ແລະ ບັນ­ຫາ​ອື່ນໆ​ຕື່ມ​ອີກ.

error: Content is protected !!