ຖອດຖອນບົດຮຽນ ສາເຫດຄູກັນນ້ຳເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ

ກອງ​ປະ­ຊຸມ​ຖອດ​ຖອນ​ບົດ­ຮຽນ​ກ່ຽວ​ກັບ​ຜົນ​ການ​ກວດ­ກາ ສືບ­ສວນ-ສອບ​ສວນ ສາ­ເຫດ​ຄູ​ກັນ​ນ້ຳ ໂຄງ­ການ​ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ແຕກ ຈັດ​ຂຶ້ນ​ວັນ​ທີ 27 ກໍ­ລະ­ກົດ 2020 ຢູ່​ຫ້ອງ​ວ່າ­ການ​ປົກ­ຄອງ​ແຂວງ​ອັດ​ຕະ​ປື ເປັນ​ປະ­ທານ​ຂອງ​ທ່ານ ບຸນ​ທອງ ຈິດ​ມະ­ນີ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ປະ­ທານ​ຄະ­ນະ​ກວດ­ກາ​ສູນ​ກາງ​ພັກ ປະ­ທານ​ອົງ­ການ​ກວດ­ກາ​ລັດ­ຖະ­ບານ ແລະ ຫົວ­ໜ້າ​ອົງ­ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂັ້ນ​ສູນ​ກາງ ມີ​ບັນ­ດາ​ລັດ­ຖະ­ມົນ­ຕີ ຮອງ​ລັດ­ຖະ­ມົນ­ຕີ ເຈົ້າ­ແຂວງ ຮອງ​ເຈົ້າ­ແຂວງ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ທ່ານ ສີ​ໃນ ມຽງ​ລາ​ວັນ ຮອງ​ປະ­ທານ​ຄະ­ນະ​ກວດ­ກາ​ສູນ​ກາງ​ພັກ ແລະ ອົງ­ການ​ກວດ­ກາ​ລັດ­ຖະ­ບານ ໄດ້​ລາຍ​ງານ​ຜົນ​ການ​ກວດ­ກາ​ຄວາມ​ຮັບ­ຜິດ­ຊອບ​ຂອງ​ເຈົ້າ​ໜ້າ­ທີ່​ລັດ​ທີ່​ກ່ຽວ­ຂ້ອງ​ກັບ​ການ​ອະ­ນຸ­ມັດ​ກໍ່­ສ້າງ ແລະ ເຕືອນ​ໄພ​ລ່ວງ​ໜ້າ ກ່ອນ​ຄູ​ກັນ​ນ້ຳ​ເຂື່ອນ​ໄຟ­ຟ້າ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ແຕກ ໂດຍ​ໄດ້​ຍົກ​ໃຫ້​ເຫັນ​ຈຸດ​ບົກ​ຜ່ອງ​ໃນ​ການ​ປະ­ສານ​ງານ​ລະ­ຫວ່າງ​ພາກ­ສ່ວນ​ຕ່າງໆ ນັບ​ທັງ​ບໍ­ລິ­ສັດ​ຜູ້​ຮັບ​ເໝົາ ອຳ­ນາດ​ການ​ປົກ­ຄອງ​ທ້ອງ­ຖິ່ນ ແລະ ສູນ​ກາງ ເຊິ່ງ​ຕ້ອງ​ໄດ້​ມີ​ການ​ປັບ­ປຸງ​ຄືນ­ໃໝ່ ແລະ ຕິດ​ຕັ້ງ​ລະ­ບົບ​ແຈ້ງ​ເຕືອນ​ໄພ​ທີ່​ທັນ​ສະ­ໄໝ​ອີກ ຈາກ​ນັ້ນ​ທ່ານ ສິງ​ເພັດ ບຸນ​ສະ​ຫວັດ​ທິ​ພັນ ຮອງ​ປະ­ທານ​ອົງ­ການ​ກວດ­ກາ​ລັດ­ຖະ­ບານ ໄດ້​ລາຍ​ງານ​ຜົນ​ການ​ສືບ­ສວນ-ສອບ​ສວນ​ສາ­ເຫດ​ທີ່​ພາ­ໃຫ້​ຄູ​ກັນ​ນ້ຳ​ເຂື່ອນ​ໄຟ­ຟ້າ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ແຕກ ໄດ້​ຍົກ​ໃຫ້​ເຫັນ​ຂະ​ບວນ​ການ ຂັ້ນ​ຕອນ ການ​ທົດ​ລອງ​ຂອງ​ການ​ກວດ­ກາ ສືບ­ສວນ-ສອບ​ສວນ​ສາ­ເຫດ​ຂອງ​ການ​ແຕກ​ພັງ ໂດຍ​ໄດ້​ເຊີນ​ເອົາ​ຊ່ຽວ­ຊານ​ຈາກ​ອົງ​ການ­ຈັດ­ຕັ້ງ​ສາ­ກົນ ບັນ­ດາ​ປະ­ເທດ​ອ້ອມ​ຂ້າງ ແລະ ຜູ້​ສັງ­ເກດ​ການ​ຈາກ​ປະ­ເທດ​ຕ່າງໆ ເພື່ອ​ມາ​ຊ່ວຍ​ໃນ​ການ​ກວດ­ກາ ສືບ­ສວນ-ສອບ​ສວນ ຈົນ​ສາ­ມາດ​ຮູ້​ສາ­ເຫດ​ທີ່­ແທ້​ຈິງ ແລະ ປະ­ກາດ​ໃຫ້​ປະ­ຊາ­ຊົນ​ລາວ ກໍ​ຄື​ຊາວ​ໂລກ​ຮັບ​ຮູ້​ໃນ​ກາງ​ປີ 2019 ນອກ​ນີ້ ຜູ້​ເຂົ້າ​ຮ່ວມ​ຍັງ​ໄດ້​ປະ­ກອບ​ຄຳ​ຄິດ​ເຫັນ ເພື່ອ​ເຮັດ​ໃຫ້​ວຽກ​ງານ​ຄຸ້ມ​ຄອງ​ເຂື່ອນ​ໄຟ­ຟ້າ ແລະ ການ​ແກ້​ໄຂ​ເຫດ​ສຸກ​ເສີນ​ການ​ເຕືອນ​ໄພ​ລ່ວງ​ໜ້າ​ມີ​ປະ​ສິດ­ທິ​ຜົນ ເພື່ອ​ບໍ່​ໃຫ້​ມີ​ເຫດ­ການ​ດັ່ງ­ກ່າວ​ເກີດ​ຂຶ້ນ​ອີກ​ໃນ​ອະ­ນາ­ຄົດ.

ທ່ານ​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ເນັ້ນ​ໃຫ້​ເພີ່ມ​ທະ­ວີ​ວຽກ​ງານ​ສຶກ​ສາ​ອົບ­ຮົມ​ການ­ເມືອງ-ແນວ​ຄິດ​ໃຫ້​ເລິກ­ເຊິ່ງ ຄະ­ນະ​ພັກ ອົງ­ການ​ປົກ­ຄອງ ກະ­ຊວງ ແລະ ທ້ອງ­ຖິ່ນ ຕ້ອງ​ຖື​ເອົາ​ວຽກ​ງານ​ນີ້​ເປັນ​ກົກ ເພື່ອ​ສຶກ​ສາ​ອົບ­ຮົມ​ພະ­ນັກ­ງານ ສະ­ມາ­ຊິກ​ພັກ ແລະ ລັດ­ຖະ­ກອນ​ເປັນ​ປະ­ຈຳ ກະ­ຊວງ​ທີ່​ກ່ຽວ­ຂ້ອງ​ຕ້ອງ​ເພີ່ມ​ທະ­ວີ​ການ​ປະ­ຕິ­ບັດ​ພາ­ລະ​ບົດ­ບາດ​ຄຸ້ມ​ຄອງ​ມະ­ຫາ​ພາກ​ໃຫ້​ເຂັ້ມ­ແຂງ​ກວ່າ​ເກົ່າ ເປັນ­ຕົ້ນ ການ​ປັບ­ປຸງ ແລະ ສ້າງ​ນິ­ຕິ​ກຳ​ຕ່າງໆ​ໃຫ້​ຄົບ​ຊຸດ ຮັດ­ກຸມ​ຕື່ມ ໂດຍ​ສະ­ເພາະ​ນິ­ຕິ​ກຳ​ດ້ານ​ການ​ຄຸ້ມ​ຄອງ​ພະ­ລັງ­ງານ ແລະ ສິ່ງ­ແວ­ດລ້ອມ ພ້ອມ​ທັງ​ນຳ­ພາ​ຊີ້​ນຳ​ປະ­ຕິ­ບັດ​ໃຫ້​ຖືກ­ຕ້ອງ ເຂັ້ມ​ງວດ ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ຕ້ອງ​ເພີ່ມ​ທະ­ວີ​ການ​ຕິດ­ຕາມ ກວດ­ກາ​ຄືນ​ບັນ­ດາ​ໂຄງ­ການ​ໄຟ­ຟ້າ​ທີ່​ກຳ­ລັງ​ກໍ່­ສ້າງ ແລະ ກໍ່­ສ້າງ​ສຳ­ເລັດ​ແລ້ວ​ໃນ​ທົ່ວ​ປະ­ເທດ ວ່າ ການ​ກໍ່­ສ້າງ​ໄດ້​ມາດ­ຕະ­ຖານ ຕາມ​ການ​ອອກ​ແບບ​ທີ່​ກົມ​ວິ­ຊາ​ການ​ຮັບ­ຮອງ ແລະ ຕາມ​ສັນ­ຍາ​ສຳ​ປະ­ທານ ຫຼື​ບໍ່ ເພື່ອ​ຮັບ­ປະ­ກັນ​ຄວາມ​ປອດ​ໄພ​ຂອງ​ໂຄງ­ການ ແລະ ບໍ່​ສ້າງ​ຜົນ​ກະ­ທົບ​ຕໍ່​ສິ່ງ­ແວ­ດລ້ອມ ຖ້າ​ພົບ​ເຫັນ​ບັນ­ຫາ​ທີ່​ບໍ່​ຖືກ­ຕ້ອງ​ສອດ­ຄ່ອງ ຕ້ອງ​ສົມ­ທົບ​ກັບ​ບໍ­ລິ­ສັດ​ທີ່​ກ່ຽວ­ຂ້ອງ ແກ້​ໄຂ​ໃຫ້​ທັນ​ເວ­ລາ ກະ­ຊວງ​ຊັບ­ພະ­ຍາ­ກອນ ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ ຕ້ອງ​ເພີ່ມ​ທະ­ວີ​ການ​ຕິດ­ຕາມ​ກວດ­ກາ​ຄືນ ແຜນ­ການ​ຄຸ້ມ​ຄອງ ແລະ ຕິດ­ຕາມ​ກວດ­ກາ​ດ້ານ​ສິ່ງ­ແວ­ດລ້ອມ ສັງ­ຄົມ ແລະ ທຳ​ມະ​ຊາດ ທີ່​ກະ­ຊວງ​ຮັບ­ຮອງ​ແລ້ວ ລວມ​ທັງ​ບັນ­ດາ​ໂຄງ­ການ​ທີ່​ກຳ­ລັງ​ກໍ່­ສ້າງ ແລະ ກໍ່­ສ້າງ​ສຳ­ເລັດ​ແລ້ວ​ໃນ​ທົ່ວ​ປະ­ເທດ ເພື່ອ​ໃຫ້​ສອດ­ຄ່ອງ​ກັບ​ສະ­ພາບ​ຄວາມ​ເປັນ​ຈິງ ມີ​ການ​ລົງ​ກວດ­ກາ​ເກັບ​ກຳ​ຂໍ້​ມູນ​ຢູ່​ພາກ​ສະ­ໜາມ​ຕົວ​ຈິງ ເພື່ອ​ຮັບ­ປະ­ກັນ​ຄວາມ​ຖືກ­ຕ້ອງ​ຕາມ​ຕົວ​ຈິງ ຕ້ອງ​ມີ​ແຜນ​ຕອບ​ໂຕ້​ກໍ­ລະ­ນີ​ສຸກ​ເສີນ​ໃນ​ທຸກ​ໂຄງ­ການ ແລະ ຮັບ­ປະ­ກັນ​ໃຫ້​ມີ​ລະ­ບົບ​ເຕືອນ​ໄພ​ທີ່​ທັນ​ສະ­ໄໝ ມີ​ປະ­ສິດ​ຕິ​ຜົນ ເພື່ອ​ຮັບ­ປະ­ກັນ​ໃຫ້​ປະ­ຊາ­ຊົນ​ຢູ່​ເຂດ​ລຸ່ມ​ໂຄງ­ການ​ມີ​ຄວາມ​ປອດ​ໄພ.

ເມື່ອ​ມີ​ເຫດ­ການ​ສຸກ​ເສີນ ກະ­ຊວງ ແລະ ອົງ­ການ​ປົກ­ຄອງ​ທ້ອງ­ຖິ່ນ ຕ້ອງ​ເອົາ­ໃຈ­ໃສ່ ແລະ ມີ​ຄວາມ​ຮັບ­ຜິດ­ຊອບ​ສູງ​ໃນ​ການ​ອະ­ນຸ­ມັດ ຮັບ­ຮອງ​ການ​ກໍ່­ສ້າງ​ໂຄງ­ການ​ພັດ­ທະ­ນາ​ໄຟ­ຟ້າ​ໃນ­ຕໍ່­ໜ້າ ຕ້ອງ​ໃຫ້​ເປັນ​ໄປ​ຕາມ​ຂັ້ນ​ຕອນ​ຂອງ​ລະ­ບຽບ​ກົດ­ໝາຍ​ຢ່າງ​ເຂັ້ມ​ງວດ ແລະ ເຕັກ­ນິກ ໂດຍ​ໃຊ້​ເວ­ລາ​ທີ່​ເໝາະ​ສົມ ຫຼີກ​ລ່ຽງ​ການ​ເຮັດ​ແບບ​ຟ້າວ​ຟັ່ງ ຫຼື​ເອື່ອຍ​ອີງ­ໃສ່​ແຕ່​ການ​ສະ­ໜອງ​ຂໍ້​ມູນ​ຈາກ​ເຈົ້າ​ຂອງ​ໂຄງ­ການ ແລະ ບໍ­ລິ­ສັດ​ແຕ່​ຝ່າຍ​ດຽວ ເພີ່ມ​ທະ­ວີ​ວຽກ​ງານ​ຄຸ້ມ​ຄອງ​ບັນ­ດາ​ໂຄງ­ການ​ໄຟ­ຟ້າ ປຸກ­ລະ­ດົມ​ທົ່ວ​ສັງ­ຄົມ​ເຂົ້າ​ຮ່ວມ​ໃນ​ການ​ຄຸ້ມ​ຄອງ ແລະ ປົກ​ປັກ​ຮັກ­ສາ​ດ້ວຍ​ຄວາມ​ເປັນ​ເຈົ້າ​ການ ບ່ອນ​ໃດ​ທີ່​ມີ​ການ​ອະ­ນຸ­ຍາດ​ໃຫ້​ພັດ­ທະ­ນາ ກໍ​ຕ້ອງ​ມີ​ການ​ຄຸ້ມ​ຄອງ ຕິດ­ຕາມ-ກວດ­ກາ​ເປັນ​ປົກ­ກະ­ຕິ ແລະ ຖືກ­ຕ້ອງ​ຕາມ​ກົດ­ໝາຍ ຕ້ອງ​ມີ​ລະ­ບຽບ​ການ ແລະ ມາດ​ຕະ­ການ​ລະ­ອຽດ​ຈະ­ແຈ້ງ ເພື່ອ​ຄຸ້ມ​ຄອງ​ໃຫ້​ແທດ​ເຖິງ ແລະ ເຂັ້ມ​ງວດ ຄະ­ນະ​ຮັບ­ຜິດ­ຊອບ ແລະ ກະ­ຊວງ​ທີ່​ກ່ຽວ­ຂ້ອງ​ຕ້ອງ​ເອົາ­ໃຈ­ໃສ່​ປະ­ສານ​ສົມ­ທົບ​ກັບ​ແຂວງ​ອັດ​ຕະ​ປື ກໍ​ຄື​ເມືອງ​ສະ­ໜາມ​ໄຊ ກວດ­ກາ​ຄືນ​ການ​ຈັດ​ສັນ​ທີ່­ຢູ່​ອາ­ໄສ ແລະ ບ່ອນ​ທຳ​ການ​ຜະ­ລິດ​ຂອງ​ຜູ້​ທີ່​ຖຶກ​ຜົນ​ກະ­ທົບ​ໃຫ້​ໄວ​ຂຶ້ນ​ຕື່ມ ເຮັດ​ໃຫ້​ປະ­ຊາ­ຊົນ​ມີ​ຄວາມ​ອຸ່ນ​ອ່ຽນ ແລະ ໄດ້​ດຳ­ລົງ​ຊີ­ວິດ ທຳ​ມາ​ຫາ​ກິນ​ເປັນ​ປົກ­ກະ­ຕິ​ໂດຍ​ໄວ ຄະ­ນະ​ພັກ ອົງ­ການ​ປົກ­ຄອງ​ແຂວງ​ອັດ​ຕະ​ປື ແລະ ເມືອງ​ສະ­ໜາມ​ໄຊ ຕ້ອງ​ເພີ່ມ​ທະ­ວີ​ຄວາມ​ຮັບ­ຜິດ­ຊອບ​ໃນ​ການ​ຟື້ນ​ຟູ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ຜູ້​ຖືກ​ຜົນ​ກະ­ທົບ​ໃຫ້​ກັບ​ຄືນ​ສູ່​ສະ­ພາບ​ປົກ­ກະ­ຕິ​ໂດຍ​ໄວ ໃນ​ນີ້ ໃຫ້​ເອົາ­ໃຈ­ໃສ່​ຕິດ­ຕາມ ກວດ­ກາ​ດ້ານ​ຄວາມ​ໂປ່ງ​ໃສ​ຂອງ​ພາກ­ສ່ວນ​ຕ່າງໆ​ໃນ​ການ​ຄຸ້ມ​ຄອງ​ທຶນ­ຮອນ ຊັບ​ສິນ ງົບ­ປະ­ມານ​ຊົດ​ເຊີຍ ຊ່ວຍ­ເຫຼືອ​ຜູ້​ຖືກ​ຜົນ​ກະ­ທົບ ບໍ່​ໃຫ້​ເກີດ​ມີ​ຊ່ອງ​ຫວ່າງ​ສວຍ­ໂອ­ກາດ.

ນອກ​ນີ້​ທ່ານ ບຸນ​ທອງ ຈິດ​ມະ­ນີ ຍັງ​ໄດ້​ມອບ​ລົດ­ຈັກ 4 ຄັນ ຄອມ​ພິວ​ເຕີ ແລະ ເຄື່ອງ­ພິມ 2 ຊຸດ ມູນ​ຄ່າ 72 ລ້ານ​ກີບ ໃຫ້​ຄະ­ນະ​ກວດ­ກາ​ພັກ ແລະ ອົງ­ການ​ກວດ­ກາ​ແຂວງ​ອັດ​ຕະ​ປື ເພື່ອ​ນຳ​ໃຊ້​ໃນ​ການ­ເຄື່ອນ­ໄຫວ​ວຽກ​ງານ​ຕື່ມ​ອີກ.

error: Content is protected !!