ຜະລິດກະສິກຳເປັນສິນຄ້າ ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ

    ທ່ານ ສະຫວຽງ ຈັນທະວົງ ອາຍຸ 60 ປີ ຄອບຄົວຕົວແບບດ້ານການຜະລິດກະສິກໍາເປັນສິນຄ້າຂອງບ້ານທ່າແຂກ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຍຶດຖືອາຊີບປູກຝັງເພື່ອລ້ຽງຊີບມາເປັນເວລາຫຼາຍປີ ເບື້ອງຕົ້ນໄດ້ເຮັດການຜະລິດແບບປະຖົມປະຖານ ສະພາບຄອບຄົວຍັງທຸກຍາກຂາດເຂີນ ພາຍຫຼັງໄດ້ຮັບການຊີ້ນຳ-ນຳພາຈາກພາກລັດ ກໍຄືຫ້ອງການກະສິກຳ ແລະ ປ່າໄມ້ເມືອງຫາດຊາຍຟອງ ຈຶ່ງໄດ້ຫັນມາຜະລິດເປັນສິນຄ້າແບບກະສິກຳສະອາດ GAP ຕາມແນວທາງນະໂຍບາຍຂອງພັດ-ລັດວາງອອກ ຈຶ່ງສາມາດສ້າງລາຍຮັບໄດ້ດີ ມີຄວາມໝັ້ນຄົງ ແລະ ພົ້ນເດັ່ນຂຶ້ນເລື້ອຍໆ ຈົນກາຍເປັນຄອບຄົວຕົວແບບດ້ານການຜະລິດກະສິກຳເປັນສິນຄ້າຂອງເມືອງຫາດຊາຍຟອງໃນປັດຈຸບັນ.

    ທ່ານ ສະຫວຽງ ຈັນທະວົງ ກ່າວວ່າ: ຄອບຄົວຂອງຕົນທໍາການຜະລິດໃນເນື້ອທີ່ 5,5 ເຮັກຕາ ແຮງງານຕົ້ນຕໍມີ 2 ຄົນ ຈຶ່ງໄດ້ຈ້າງແຮງງານຕື່ມ 1 ຄົນ ຄ່າແຮງງານ 70.000 ກີບຕໍ່ວັນ ໃນນີ້ໄດ້ປູກໝາກກ້ວຍ 2 ເຮັກຕາ ໝາກລະມຸດ 2 ເຮັກຕາ ເຮັດນາ 2 ໄລ່ ຫອມປ້ອມ ໝາກເຜັດ ໝາກບວບ ຜັກຫອມບົ່ວ ຜັກສະຫຼັດ ແລະ ອື່ນໆ 1 ເຮັກຕາ ໂດຍປູກສັບປ່ຽນໝູນວຽນໄປຕາມແຕ່ລະລະດູການ ການບົວລະ ບັດຮັກສາແມ່ນປະຕິບັດຕາມຫຼັກວິຊາການ ມາດຖານ ແລະ ເງື່ອນໄຂກະສິກຳສະອາດຂອງຫ້ອງການກະ ສິກຳ ແລະ ປ່າໄມ້ວາງອອກຢ່າງເຂັ້ມງວດທຸກຂັ້ນຕອນ ການຂາຍແມ່ນໄປຂາຍເອງຢູ່ຕະຫຼາດທົ່ງຂັນຄຳທຸກວັນ ແຕ່ 4-14:00 ໂມງ ໃນໄລຍະນີ້ຜົນຜະລິດທີ່ນໍາໄປຂາຍໝາກລະມຸດ ລາຄາ 60.000 ກີບຕໍ່ໝື່ນ ຜົນຜະລິດທີ່ໄດ້ລາຄາດີແມ່ນໝາກບວບ 80.000 ກີບຕໍ່ໝື່ນ ໝາກກ້ວຍນ້ຳ ກ້ວຍໄຂ່ ກ້ວຍຫອມ 1.000-15.000 ກີບຕໍ່ຫວີ ຜັກສະຫຼັດ 30.000 ກີບຕໍ່ໝື່ນ ໂດຍປີ 2019 ສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ 200 ລ້ານກວ່າກີບ (ລວມຕົ້ນທຶນໃນການຜະລິດ).

    ຜ່ານການຜະລິດດັ່ງກ່າວ ເຮັດໃຫ້ຄອບຄົວຕົນສາມາດຊື້ລົດຈັກ 2 ຄັນ ລົດໃຫຍ່ 2 ຄັນ ເຮືອນ 2 ຫຼັງ ລົດໄຖນ້ອຍ 1 ຄັນ ສົ່ງລູກຮຽນຈົນຈົບລະດັບປະລິນຍາຕີ 3 ຄົນ ປັດຈຸບັນເປັນພະນັກງານຕຳຫຼວດ 2 ຄົນ ເຮັດໃຫ້ກາຍເປັນຄອບຄົວທີ່ກຸ້ມຢູ່ກຸ້ມກິນ ແລະ ລະດັບຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ.

ພາບ-ຂ່າວ: ສົມສະຫວັນ

error: Content is protected !!