ຈາກຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະພັກຮາກຖານພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ໄດ້ຊີ້ໃຫ້ເຫັນຜົນງານໃນການຊີ້ນຳ-ນຳພາຂອງຄະນະພັກຮາກຖານ ໃນໄລຍະຜ່ານມາ ເຊິ່ງສາມາດຍາດແຍ່ງຜົນງານທີ່ພົ້ນເດັ່ນຫຼາຍດ້ານ ໃນຂະແໜງການສຶກສາ ແລະ ກີລາຂອງນະຄອນຫຼວງວຽງຈັນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງນະຄອນຫຼວງ ໂດຍສະເພາະການປະກອບສ່ວນພັດທະນາຊັບພະຍາກອນມະນຸດ ທີ່ມີຄວາມຮູ້ ຄວາມສາມາດອອກຮັບໃຊ້ສັງຄົມ.

ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ກ່າວຕໍ່ກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະພັກຮາກຖານ ພະແນກສຶກສາທິການ ແລະ ກີລາໃນຄັ້ງຜ່ານມາວ່າ: ຕະຫຼອດໄລຍະຂອງການຊີ້ນຳ-ນຳພາວຽກງານຂະແໜງການສຶກສາ-ກີລາ 2015-2019 ເຫັນວ່າສາມາດຍາດແຍ່ງຜົນງານມາໄດ້ຫຼາຍດ້ານ ໂດຍສະເພາະ ການຊີ້ນຳ-ນຳພາໜ້າທີ່ວຽກງານວິຊາສະເພາະ ໄດ້ຮັບການພັດທະນາທາງດ້ານປະລິມານ ແລະ ຄຸນນະພາບສະເພາະໃນວຽກງານສາມັນສຶກສາ ແລະ ການສຶກສາກ່ອນໄວຮຽນ.
ປັດຈຸບັນ ນະຄອນຫຼວງວຽງຈັນ ມີໂຮງຮຽນລ້ຽງເດັກອະນຸບານ ທັງໝົດ 410 ແຫ່ງ ເພີ່ມຂຶ້ນ 91 ແຫ່ງ ໃນນັ້ນ ພາກລັດມີ 118 ແຫ່ງ ເອກະຊົນ 292 ແຫ່ງ ມີຫ້ອງຮຽນທັງໝົດ 1.966 ຫ້ອງ ເພິ່ມຂຶ້ນ 476 ຫ້ອງ ຈຳນວນຄູສອນທັງໝົດ 2.844 ຄົນ ເພິ່ມຂຶ້ນ 623 ຄົນ ມີນັກຮຽນທັງໝົດ 40.882 ຄົນ ຍິງ 20.091 ຄົນ ໃນນັ້ນມີຫ້ອງກຽມປະຖົມ 174 ຫ້ອງ ມີນັກຮຽນທັງໝົດ 3.659 ຄົນ ຍິງ 1.998 ຄົນ ໂຮງຮຽນປະຖົມມີ 524 ແຫ່ງ ທຽບໃສ່ 2014 ເພີ່ມຂຶ້ນ 50 ແຫ່ງ ໃນນັ້ນ ພາກລັດ 364 ແຫ່ງ ມີນັກຮຽນທັງໝົດ 79.329 ຄົນ ຍິງ 38.015 ຄົນ ເພີ່ມຂຶ້ນ 11,25% ອັດຕາເຂົ້າຮຽນສຸດທິ ຊັ້ນປະຖົມສຶກສາ 100,30% ສ່ວນຊັ້ນມັດທະຍົມສຶກສາມີທັງໝົດ 180 ແຫ່ງ ເພີ່ມຂຶ້ນ 28 ແຫ່ງ ພາກລັດ 104 ແຫ່ງ ມີນັກຮຽນທັງໝົດ 81.768 ຄົນ ຍິງ 40.532 ຄົນ.

ພ້ອມດຽວກັນ ໄດ້ເອົາໃຈໃສ່ພັດທະນາການຮຽນ-ການສອນ ສ້າງໄດ້ນັກຮຽນເກ່ງລະດັບຊາດໃນແຕ່ລະປີ ຊັ້ນ ປ5 ສ້າງນັກຮຽນເກ່ງ ໄດ້ທັງໝົດ 9 ຄົນ ຍິງ 6 ຄົນ (ວິຊາພາສາລາວ ໂລກອ້ອມຕົວ ແລະ ຄະນິດສາດ) ໄດ້ອັນດັບໜຶ່ງມີ 4 ຄົນ ອັນດັບສອງມີ 1 ຄົນ ແລະ ອັນດັບສາມມີ 1 ຄົນ ຊັ້ນ ມ4 ສ້າງໄດ້ 15 ຄົນ ຍິງ 10 ຄົນ ໄດ້ຫຼຽນຄຳ ມີ 12 ຄົນ ຍິງ 9 ຄົນ ໄດ້ຫຼຽນເງິນມີ 3 ຄົນ ຍິງ 1 ຄົນ ຊັ້ນ ມ7 ສ້າງໄດ້ 19 ຄົນ ຍິງ 7 ຄົນ ໄດ້ຫຼຽນຄຳ 10 ຄົນ ຍິງ 2 ຄົນ ໄດ້ຫຼຽນເງິນ 7 ຄົນ ຍິງ 4 ຄົນ ໄດ້ຮັບຫຼຽນທອງ 1 ຄົນ ແລະ ໄດ້ຮັບລາງວັນຊົມເຊີຍ 1 ຄົນ ເປັນຍິງ ພ້ອມດຽວກັນ ການສອບເສັງຈົບຊັ້ນ ມ4 ແລະ ມ7 ໃນແຕ່ລະປີ ນັກຮຽນສາມາດຍາດໄດ້ໃບປະກາສະນິຍະບັດແດງ 47 ຄົນ ຍິງ 32 ຄົນ ໃນນັ້ນ ຊັ້ນ ມ4 ຈຳນວນ 24 ຄົນ ຍິງ 17 ຄົນ ມ7 ຈຳນວນ 23 ຄົນ ຍິງ 15 ຄົນ ທັງໄດ້ຮັບລາງວັນຈາກການແຂ່ງຂັນຕ່າງໆໃນລະດັບຊາດ ແລະ ສາກົນ.
ນອກຈາກນີ້ ໄດ້ຈັດຕັ້ງປະຕິບັດວຽກງານຮຽນຮ່ວມພິການທາງສາຍຕາ ປາກກືກ ແລະ ບົກຜ່ອງທາງການໄດ້ຍິນ ໃນໂຮງຮຽນສາມັນສຶກສາ ຕາມນະໂຍບາຍການສຶກສາແຫ່ງຊາດ ສ້າງໂຮງຮຽນຕົວແບບດ້ານສຸຂະພາບໄດ້ 289 ແຫ່ງ ສາມາດເປັນແບບຢ່າງໃຫ້ກັບແຂວງຕ່າງໆໃນທົ່ວປະເທດ ສ້າງໂຮງຮຽນຂຽວສະອາດ-ສະພາບແວດລ້ອມດີໄດ້ 96 ແຫ່ງ ເພີ່ມຂຶ້ນ 6 ແຫ່ງ ສ້າງໂຮງຮຽນຕົວແບບຄຸນະພາບໄດ້ 14 ແຫ່ງ ໂຮງຮຽນປອດສິ່ງເສບຕິດໄດ້ 196 ແຫ່ງ ໃນນັ້ນ ມີໂຮງຮຽນຊັ້ນປະຖົມສຶກສາ ຈຳນວນ 55 ແຫ່ງ ຊັ້ນມັດທະຍົມສຶກສາ 141 ແຫ່ງ.
ສ່ວນການສຶກສານອກໂຮງຮຽນ ສາມາດບຳລຸງໃຫ້ກຸ່ມເປົ້າໝາຍຊັ້ນປະຖົມສຶກສາໄດ້ 2.909 ຄົນ ຍິງ 713 ຄົນ ທຽບໃສ່ 2014 ເພີ່ມຂຶ້ນ 202 ຄົນ ຊັ້ນມັດທະຍົມໄດ້ 8.619 ຄົນ ຍິງ 4.775 ຄົນ ເພີ່ມຂຶ້ນ 1.407 ຄົນ ສ່ວນມັດທະຍົມຕອນປາຍຈັດສະເພາະແຕ່ 4 ເມືອງ ຄື: ສີໂຄດຕະບອງ ສີສັດຕະນາກນາຊາຍທອງ ແລະ ໄຊທານີ ມີຜູ້ເຂົ້າຮຽນ 2.579 ຄົນ ຍິງ 1.027 ຄົນ ນອກນັ້ນ ຈັດການຮຽນ-ການສອນໃຫ້ກຸ່ມເປົ້າໝາຍທີ່ຍົກຍ້າຍມາໃໝ່ ແລະ ປະລະການຮຽນຢູ່ 9 ເມືອງ ໄດ້ 3.713 ຄົນ ຍິງ 1.756 ຄົນ ພ້ອມທັງເອົາໃຈໃສ່ຈັດການເຝິກອົບຮົມວິຊາຊີບຕ່າງໆ ໃຫ້ປະຊາຊົນຜູ້ດ້ອຍໂອກາດ 3.579 ຄົນ ຍິງ 2.890 ຄົນ ເພີ່ມຂຶ້ນ 1.432 ຄົນ ໄປພ້ອມກັບການຍົກລະດັບທາງດ້ານທິດສະດີການເມືອງ ແລະ ທາງດ້ານວິຊາການໃຫ້ພະນັກງານຄູ-ອາຈານທັງໄລຍະສັ້ນ ແລະ ໄລຍະຍາວ ທັງພາຍໃນ ແລະ ຕ່າງປະເທດຢ່າງເປັນລະບົບຕໍ່ເນື່ອງ.
ນຳສະເໜີໂດຍ: ແວ່ນຂາວ