ຮ້ານອາຫານຄົວລາວ ໄດ້ຮັບລາງວັນ Women 2020 ASEAN Award

    ທ່ານນາງ ມະໂນລາ ດາລາວົງ ເຈົ້າຂອງຮ້ານອາຫານຄົວລາວ ໄດ້ຮັບລາງວັນ Women 2020 ASEAN Award ໃນກອງປະຊຸມສຸດຍອດຜູ້ປະກອບການຍິງ 2020: ທັດສະນະຜູ້ຍິງ ທີ່ສ້າງແຮງຊຸກຍູ້ໃຫ້ມີການເຄື່ອນໄຫວທົ່ວໂລກ (WOMEN 2020 Entrepreneurship Summit: Perspectives of a Global Woman of Impact) ໃນວັນທີ 3 ມີນາ 2020​ ຢູ່ນະຄອນຫຼວງມະນິລາ ປະເທດຟິລິບປິນ ເຊິ່ງຕາງໜ້າຮັບໂດຍທ່ານເອກອັກຄະລັດຖະທູດ ສປປ ລາວ ປະຈໍາຟິລິບປິນ. 

    ການໄດ້ຮັບລາງວັນດັ່ງກ່າວ ເປັນອີກໜຶ່ງຄວາມພາກພູມໃຈຂອງຄົນລາວ ທີ່ແມ່ຍິງລາວສາມາດສ້າງແຮງຊຸກຍູ້ໃຫ້ມີການເຄື່ອນໄຫວ ແລະ ໄດ້ຖືກຍົກສູງດ້ານບົດບາດຜູ້ປະກອບການຍິງໃນເວທີສາກົນ ລາງ ວັນ Women 2020 ASEAN Award ຈັດຂຶ້ນເພື່ອຊົມເຊີຍຜູ້ປະກອບການຍິງອາຊຽນ ທີ່ປະສົບຜົນສຳເລັດດ້ານທຸລະກິດ ດ້ວຍວິໄສທັດຂອງຜູ້ນໍາ ແລະ ມີສ່ວນຮ່ວມໃນການສົ່ງເສີມເສດຖະກິດຂອງຊາດ ກໍຄືການພັດທະນາຫົວໜ່ວຍທຸລະກິດຂອງຕົນ ຈົນປະສົບຜົນສຳເລັດ.

    ກອງປະຊຸມດັ່ງກ່າວ ໄດ້ຄັດເລືອກແມ່ຍິງຈາກປະເທດສະມາຊິກອາຊຽນ ທີ່ມີຜົນງານໂດດເດັ່ນ ເພື່ອມອບລາງວັນ Women 2020 ASEAN Award ໃຫ້ ເຊິ່ງທ່ານນາງ ມະໂນລາ ດາລາວົງ ເປັນແມ່ຍິງລາວຄົນດຽວທີ່ໄດ້ຮັບລາງວັນດັ່ງກ່າວ ຮ່ວມກັບທ່ານນາງ ຮອຍ ລິງ ທານ ຜູ້ຮ່ວມກໍ່ຕັ້ງ Grab ຈາກປະ ເທດມາເລເຊຍ ທ່ານນາງ ຫງວຽນ ທິ ງ່າ ປະທານກຸ່ມບໍລິສັດ BRC ປະເທດຫວຽດນາມ ທ່ານນາງ   ໝ່ອມຫຼວງ ປຣີຍະພັນ ສຣີຫະວັດ ຈາກສູນບາເລຊຽງໃໝ່ ປະເທດໄທ ທ່ານນາງ Lok Chum Teav Mao Chamnan ປະທານເຈົ້າໜ້າທີ່ຝ່າຍປະຕິບັດການທະນາຄານ Wing Limited Specialised ປະ ເທດກໍາປູເຈຍ ທ່ານນາງ ເຄມາຣີອາ ດູຣາມານ ປະເທດບຣູໄນ ທ່ານນາງ ເວໂຣນິກາ ໂຄລອນດໍາ ປະ ເທດອິນໂດເນເຊຍ ທ່ານນາງ ຄິນ ເລ ປະເທດມຽນມາ ທ່ານນາງ ແອມ ເດເລຍ ອັລເບີດ ປະເທດຟິລິບປິນ ແລະ ທ່ານນາງ ຊີ ເຄັມ ປະເທດສິງກະໂປ.

    ຮ້ານອາຫານຄົວລາວ ສ້າງຕັ້ງຂຶ້ນປີ 1994 ເຊິ່ງເປັນຮ້ານອາຫານລາວ ທີ່ໃຫ້ບໍລິການອາຫານ ຕິດພັນກັບວັດທະນະທຳ ໂດຍການບັນເລງເຄື່ອງດົນຕີລາວ ພ້ອມການສະແດງຟ້ອນທີ່ອ່ອນຊ້ອຍໃນແຕ່ລະວັນ ຮ້ານອາຫານຄົວລາວໄດ້ຮັບໃຊ້ ແລະ ຮັບຕ້ອນແຂກພາຍໃນ ແລະ ຕ່າງປະເທດທີ່ສຳຄັນຢ່າງຫຼວງ ຫຼາຍ ໂດຍສະເພາະບັນດາຜູ້ນໍາຂອງປະເທດລາວ ແລະ ຜູ້ນໍາຈາກປະທດຕ່າງໆ ນັກສະແດງ ຫຼື ຜູ້ມີຊື່ສຽງຈາກຕ່າງປະເທດ ຕະຫຼອດຮອດປະຊາຊົນຄົນລາວບັນດາເຜົ່າ.

error: Content is protected !!