ກິນແລ້ວບໍ່ມ້ຽນ ຄືສ້ຽນສັງຄົມ

ສັງ­ຄົມ​ແອ​ອັດ​ຕາມ​ຕົວ​ເມືອງ​ໃຫຍ່​ໃນ​ປັດ­ຈຸ­ບັນ ຄົນ​ທັງ­ຫຼາຍ​ມັກ​ຊອກ​ໄປ​ຊຸມ​ແຊວ​ແຫ້ນ​ກິນ​ຕາມ​ສວນ​ສາ­ທາ­ລະ­ນະ ຕາມ​ແຄມ​ຫ້ວຍ ລຳ­ເຊ ກ້ອງ​ຕົນ​ໄມ້​ໃຫຍ່ ຕາມ​ເກາະ­ດອນ ແລະ ໂຂດ​ຫີນ ຫຼື ປາກ​ຖ້ຳ ບ່ອນ​ມີ​ທຳ​ມະ​ຊາດ​ອັນ​ພິດ­ສະ­ດານ​ຫວານ​ອາ­ລົມ ແຕ່​ຂໍ​ຢ່າ​ລືມ​ວ່າ​ກິນ​ແລ້ວ​ຕ້ອງ​ມ້ຽນ ປັດ­ກວາດ​ສະ­ຖານ­ທີ່​ສະ­ອາດ​ງາມ​ຕາ​ໄວ້​ສຳ­ລັບ​ຄົນ​ອື່ນ ຖ້າ​ກິນ​ແລ້ວ​ຖິ້ມ ຄື​ເຫັນ​ໃນ​ຮູບ​ກາ​ຕູນ​ນີ້ ທ່ານ​ກໍ​ຈະ​ໄດ້​ຊື່­ວ່າ​ເປັນ​ຄົນ​ຂາດ​ຄວາມ​ຮັບ­ຜິດ­ຊອບ ບໍ່​ມີ​ສັກ­ສິດ​ຂອງ​ຄວາມ​ເປັນ​ມະ­ນຸດ​ທີ່​ສີ­ວິ­ໄລ​ເຫຼືອ​ຢູ່​ເລີຍ !.

ໂດຍ: ສາວ​ສິ້ນ​ແຕ້ມ

error: Content is protected !!