ຫວນຄືນອະດີດ ນັກຂ່າວຮັບໃຊ້ຊາດໃນສະໄໝສົງຄາມ

ເນື່ອງ​ໃນ​ໂອ­ກາດ​ວັນ​ສ້າງ­ຕັ້ງ​ສື່​ມວນ​ຊົນ​ລາວ ແລະ ການ​ພິມ​ຈຳ­ໜ່າຍ ຄົບ­ຮອບ 70 ປີ ທ່ານ ຄຳ​ສີ ຈັນ­ທະ​ວີ​ທອງ ຜູ້­ອຳ­ນວຍ­ການ​ໂຮງ­ພິມ​ນະ­ຄອນ­ຫຼວງ​ວຽງ​ຈັນ ອະ­ດີດ​ນັກ​ຂ່າວ​ໜັງ­ສື­ພິມ​ລາວ​ຮັກ​ຊາດ ກໍ​ຄື​ໜັງ­ສື­ພິມ​ປະ­ຊາ­ຊົນ​ໃນ​ປັດ­ຈຸ­ບັນ ໄດ້​ໃຫ້​ທັດ­ສະ­ນະ​ວ່າ: ຂົງ­ເຂດ​ວຽກ​ງານ​ສື່​ມວນ​ຊົນ ແລະ ການ​ພິມ​ຈຳ­ໜ່າຍ​ທຸກ​ວັນ​ນີ້ ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ​ກາຍ­ເປັນ​ກຳ­ລັງ​ແຮງ​ປະ­ກອບ­ສ່ວນ​ສຳ­ຄັນ​ເຂົ້າ​ໃນ​ພາ­ລະ­ກິດ​ປົກ​ປັກ​ຮັກ­ສາ ແລະ ສ້າງ­ສາ​ພັດ­ທະ­ນາ​ປະ­ເທດ​ຊາດ.

ເມື່ອ​ຫວນ​ຄືນ​ໃນ​ສະ­ໄໝ​ສົງ­ຄາມ ວຽກ​ງານ​ດັ່ງ­ກ່າວ​ຍັງ​ອ່ອນ​ນ້ອຍ ຂອບ​ເຂດ​ການ­ເຄື່ອນ­ໄຫວ​ຍັງ​ບໍ່​ທັນ​ກວ້າງ­ຂວາງ ຂ້າ­ພະ­ເຈົ້າ ພາຍ­ຫຼັງ​ຮຽນ​ຈົບ​ວິ­ຊາ​ນັກ​ຂ່າວ​ປີ 1969 ໄດ້​ເຂົ້າ​ຮ່ວມ​ວຽກ​ງານ​ສື່​ມວນ​ຊົນ ເປັນ​ນັກ​ຂ່າວ​ໜັງ­ສື­ພິມ​ລາວ​ຮັກ​ຊາດ ມີ​ສຳ­ນັກ­ງານ​ຕັ້ງ​ຢູ່​ຖ້ຳ​ແຫ່ງ​ໜຶ່ງ​ທີ່​ພູ​ແຄ ເມືອງ​ວຽງ​ໄຊ ແຂວງ​ຫົວ­ພັນ ໃນ​ສະ­ໄໝ​ນັ້ນ ຍ້ອນ​ເສິກ​ສົງ­ຄາມ ນັກ​ຂ່າວ​ຮຸ່ນ​ດຽວ​ກັນ​ກັບ​ຂ້າ­ພະ­ເຈົ້າ​ຕ້ອງ​ໄດ້​ເຮັດ​ວຽກ ແລະ ດຳ­ລົງ​ຊີ­ວິດ​ດ້ວນ​ຄວາມ­ທຸກ​ຍາກ​ລຳ­ບາກ ກິນ­ນອນ ຂຽນ​ຂ່າວ​ຢູ່​ໃນ​ຖ້ຳ​ທີ່​ເປັນ​ພູ­ຜາ​ປ່າ­ດົງ​ອັນ​ຕຶບ­ໜາ​ເພື່ອ​ລົບ​ຫຼີກ​ເຮືອ­ບິນ​ຂອງ​ສັດ­ຕູ​ມາ​ຖິ້ມ​ລະ­ເບີດ​ໃສ່​ທັງ​ເວັນ ແລະ ຄືນ ທຸກ​ຄົນ​ຕ້ອງ​ປະ­ຕິ­ບັດ​ລະ­ບຽບ​ທະ­ຫານ ທັງ​ເຮັດ​ວຽກ​ວິ­ຊາ​ສະ­ເພາະ ທັງ​ເພີ່ມ​ພູນ​ຜະ­ລິດ­ຜົນ​ຫາ​ລ້ຽງ​ກຸ້ມ​ຕົນ​ເອງ ແຕ່​ລະ​ວັນ​ຕ້ອງ​ໄດ້​ຕື່ນ​ເດິກ​ລຸກ​ເຊົ້າ ໄປ​ຫາ​ຢູ່​ຫາ​ກິນ ກາງ­ຄືນ​ກໍ​ໄດ້​ຈັບ​ປືນ​ຍາມ​ສຳ­ນັກ­ງານ ນັກ​ຂ່າວ​ທຸກ​ຄົນ​ຕ້ອງ​ຮຽນ​ການ​ທະ­ຫານ ມີ​ອາ­ວຸດ​ຕິດ​ຕົວ ໂດຍ​ສະ­ເພາະ​ເວ­ລາ​ເຄື່ອນ​ໄຫວ​ຂ່າວ​ຢູ່​ສະ­ໜາມ­ຮົບ ແລະ ເຂດ​ຫ່າງ​ໄກ​ສອກ­ຫຼີກ ໃນ​ຍຸກ​ນັ້ນ​ມີ​ຫຼາຍ​ຄົນ​ໄດ້​ເສຍ​ຊີ­ວິດ​ເວ­ລາ​ໄປ​ເອົາ​ຂ່າວ​ຢູ່​ສະ­ໜາມ­ຮົບ ໄປ​ປະ­ຕິ­ບັດ​ໜ້າ­ທີ່​ຢູ່​ຕ່າງ​ແຂວງ ແລະ ຖືກ​ລະ­ເບີດ​ຕົກ​ຄ້າງ​ຢູ່​ໃນ​ປ່າ ເວ­ລາ​ນັ້ນ ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ແນວ​ໜ້າ ເພື່ອ​ເອົາ​ຊະ­ນະ​ຈັກ­ກະ­ພັດ​ຜູ້​ຮຸກ​ຮານ ສະ­ນັ້ນ ເນື້ອ​ໃນ​ວຽກ​ງານ​ສື່​ມວນ​ຊົນ ແລະ ພິມ​ຈຳ­ໜ່າຍ​ຈຶ່ງ​ສຸມ​ໃສ່​ປຸກ­ລະ­ດົມ​ມະ­ຫາ­ຊົນ ເຂົ້າ​ຮ່ວມ​ການ​ປະ­ຕິ­ບັດ​ເປັນ­ຕົ້ນ​ຕໍ.

ໂດຍ​ລວມ​ແລ້ວ​ວຽກ​ງານ​ສື່ ແລະ ການ​ພິມ​ຈຳ­ໜ່າຍ​ມີ​ບົດ­ບາດ​ສຳ­ຄັນ​ຫຼາຍ ໃນ​ການ​ເປັນ​ກະ­ບອກ​ສຽງ​ອັນ​ແຫຼມ​ຄົມ​ໃຫ້​ແກ່​ພັກ-ລັດ​ຕະ­ຫຼອດ​ມາ.

error: Content is protected !!