ວຽງຈັນເອັຟຊີ ຊະນະ ເອສະຣາບານເຕະລາວລີກ 1

ວຽງ​ຈັນ ເອັຟ​ຊີ ສະ­ໂມ­ສອນ​ໜຶ່ງ​ດຽວ​ຈາກ​ຕ່າງ​ແຂວງ ແລະ ນ້ອງ​ໃໝ່ ໃນ​ການ​ແຂ່ງ­ຂັນ​ບານ­ເຕະ ເປບ​ຊີ ລາວ​ລີກ 1 ລະ­ດູ​ການ 2020 ສ້າງ​ປະ­ຫວັດ­ສາດ​ຊະ­ນະ​ໃນ​ລີກ​ສູງ​ສຸດ​ຂອງ​ລາວ ໄດ້​ສຳ­ເລັດ​ວັນ​ທີ 30 ມິ­ຖຸ­ນາ 2020 ຢູ່​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ ຫຼັກ 16 ດ້ວຍ​ການ​ເອົາ​ຊະ­ນະ​ສະ­ໂມ­ສອນ ເອ​ສະ​ຣາ ເອັຟ​ຊີ ໄປ​ແບບ​ຫວຸດ​ຫວິດ 1-0.

ສຳ­ລັບ​ເກມ​ນັດ​ດັ່ງ­ກ່າວ ວຽງ​ຈັນ​ເອັຟ​ຊີ ຫຼິ້ນ​ໄດ້​ໂດດ​ເດັ່ນ​ສາ­ມາດ​ຈັບ​ທາງ​ຂອງ ເອ​ສະ​ຣາ ເອັຟ​ຊີ ຈົນ​ເຮັດ​ໃຫ້ ເອ​ສະ​ຣາ ເອັຟ​ຊີ ສ້າງ​ເກມ​ບຸກ​ໄດ້​ຢ່າງ​ລຳ­ບາກ ກ່ອນ​ທີ່ ສຸກ​ພະ­ຈັນ ນັກ​ເຕະ​ຕົວ​ເກັ່ງ​ຂອງ ວຽງ​ຈັນ ເອັຟ​ຊີ ຈະ​ມາ​ຍິງ​ປະ­ຕູ​ໄຊ​ໃຫ້​ກັບ​ທີມ​ໃນ​ນາ­ທີ 65 ເອົາ​ຊະ­ນະ ເອ​ສະ​ຣາ ເອັຟ​ຊີ ໄປ​ຫວຸດ​ຫວິດ 1-0.

ຫຼັງ​ຈົບ​ການ​ແຂ່ງ­ຂັນ ມີ​ການ​ເປີດ­ເຜີຍ​ສະ­ຖິ­ຕິ ປາ­ກົດ​ວ່າ: ທັງ​ສອງ​ທີມ​ມີ​ໂອ­ກາດ​ຍິງ 7 ຄັ້ງ​ເທົ່າ​ກັນ ແຕ່​ເປັນ ວຽງ​ຈັນ ເອັຟ​ຊີ ຍິງ​ເຂົ້າ​ເປົ້າ 2 ຄັ້ງ ເປັນ​ປະ­ຕູ 1 ໜ່ວຍ ສ່ວນ ເອ​ສະ​ຣາ ເອັຟ​ຊີ ຍິງ​ເຂົ້າ​ເປົ້າ​ພຽງ 1 ຄັ້ງ ບໍ່​ເປັນ​ປະ­ຕູ ຈາກ​ຜົນ​ດັ່ງ­ກ່າວ ເຮັດ​ໃຫ້​ວຽງ​ຈັນ ເອັຟ​ຊີ ເກັບ​ເພີ່ມ​ເປັນ 4 ຄະ­ແນນ ຈາກ​ການ​ລົງ​ແຂ່ງ­ຂັນ 3 ນັດ ແຊງ​ຂຶ້ນ​ມາ​ຢູ່​ອັນ​ດັບ 4 ຂອງ​ຕາ­ຕະ­ລາງ​ຄະ­ແນນ​ລວມ ຕາມ​ຫຼັງ ລາວ​ໂຕ​ໂຢ​ຕາ ເອັຟ​ຊີ ທີມ​ນຳ 6 ຄະ­ແນນ.

error: Content is protected !!