ເຮັດໂລເລກັບໄຟຟ້າ ຟ້າຊິລົງໂທດ

ບົດ​ນີ້​ບໍ່​ຈຳ­ເປັນ​ເວົ້າ​ຍາວ​ສາວ​ຍືດ ເພາະ​ໃຜໆ​ກໍ​ຮູ້​ດີ​ວ່າ ການ​ສຸມ​ໄຟ​ຢູ່​ກ້ອງ​ສາຍ​ໄຟ­ຟ້າ​ນັ້ນ ອັນ­ຕະ­ລາຍ​ກວ່າ​ທີ່​ຄິດ ມັນ​ອາດ​ປິດ​ຊີ­ວິດ​ຂອງ​ທ່ານ​ໄດ້​ໃນ​ຊົ່ວ​ພິບ​ຕາ ຖ້າ​ສາຍ​ໄຟ​ມີ​ເຄືອ­ໄມ້​ແຫ້ງ ເກາະ ຫຼື ກ້ຽວ​ພັນ​ຢູ່ ກໍ​ແຮງ​ຍິ່ງ​ເປັນ​ອັນ­ຕະ­ລາຍ ເພາະ​ໄຟ​ອາດ​ໄໝ້​ສາຍ​ໄຟ ສ້າງ​ຄວາມ​ເດືອດ­ຮ້ອນ​ໃຫ້​ຜູ້​ອື່ນ​ທີ່​ໃຊ້​ໄຟ­ຟ້າ​ຮ່ວມ​ສາຍ ທັງ​ເປັນ​ການ​ທຳ­ລາຍ​ຊັບ​ສິນ​ຂອງ​ລັດ​ອີກ​ດ້ວຍ.

ໂດຍ: ສາວ​ສິ້ນ​ແຕ້ມ

error: Content is protected !!