ສ້າງຄວາມເຂັ້ມແຂງວຽກງານກວດສອບໃຫ້ພະນັກງານບັນຈຸໃໝ່

    ເພື່ອສ້າງໃຫ້ພະນັກງານ-ລັດຖະກອນທີ່ບັນຈຸໃໝ່ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບພາລະບົດບາດ ໜ້າທີ່ຂອງອົງການກວດສອບແຫ່ງລັດ ແລະ ຄວາມຮູ້ພື້ນຖານທາງດ້ານກົດໝາຍ ການກວດສອບ ການບໍລິຫານອົງກອນຕາມຫຼັກສູດສະຖາບັນເຝິກອົບຮົມ ສ້າງຄວາມສາມາດໃນການປະຕິບັດໜ້າທີ່ວຽກງານຕາມການມອບຄວາມໝາຍຢ່າງມີຄວາມຮັບຜິດຊອບ.

    ລະຫວ່າງວັນທີ 3-21 ສິງຫາ 2020 ສະຖາບັນເຝິກອົບຮົມ ອົງການກວດສອບແຫ່ງລັດ ຈັດຊຸດເຝິກອົບຮົມໃຫ້ພະນັກງານລັດຖະກອນເຝິກງານ 95% ຂອງອົງການກວດສອບແຫ່ງລັດປະຈຳປີ 2020 ທີ່ສະຖາບັນເຝິກອົບຮົມດັ່ງກ່າວ ມີທ່ານ ປະດັບເພັດ ໄຊຍະໂຄດ ຜູ້ຊ່ວຍວຽກຄະນະປະທານອົງການກວດສອບແຫ່ງລັດ ພ້ອມ້ວຍຄະນະຮັບຜິດຊອບເຝິກອົບຮົມ ວິທະຍາກອນ ສຳມະນາກອນເຂົ້າຮ່ວມ.

    ຊຸດເຝິກອົບຮົມຄັ້ງນີ້ ມີສຳມະນາກອນ  7 ທ່ານ  ເຊິ່ງຈະໄດ້ຮຽນຮູ້ຄວາມຮູ້ທົ່ວໄປກ່ຽວກັບລັດຖະທຳມະນູນ ກົດໝາຍວ່າດ້ວບລັດຖະບານ ວ່າການປົກຄອງທ້ອງຖິ່ນ ວ່າດ້ວຍອົງການກວດສອບແຫ່ງລັດ ແລະ ນິຕິກຳທີ່ຕິດພັນກັບອົງການສອບສອບແຫ່ງລັດ ວ່າດ້ວຍການກວດກາລັດ ວ່າດ້ວຍພະນັກງານ-ລັດຖະກອນ ຄວາມຮູ້ພື້ນຖານການບັນຊີແຫ່ງລັດ ການບັນຊີວິສາຫະກິດ ບັນຊີທະນາຄານ ບັນຊີໂຄງການ ການບໍລິຫານອົງການ ມະນຸດສຳພັນ ມາລະຍາດໃນສັງຄົມ ແລະ ຮ່າງເອກະສານທາງລັດຖະການ.

# ຂ່າວ & ພາບ: ອົ່ນ ໄຟສົນທອງ

error: Content is protected !!