ສື່ມວນຊົນປະກອບສ່ວນໂຄສະນາໃຫ້ພາກທຸລະກິດ

    ທ່ານ ມະນີຈັນ ຜັນຫວາດວົງສຸກ ເຈົ້າຂອງບ້ານສວນມະນີຈັນ ໃຫ້ສຳພາດວັນທີ 2 ສິວັນ 2020 ວ່າ: ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນລາວ ແລະ ການພິມຈຳໜ່າຍ ຄົບຮອບ 70 ປີ ຂ້າພະເຈົ້າ ໃນນາມນັກທຸລະກິດ ສະແດງຄວາມຮູ້ສຶກພາກພູມໃຈຕໍ່ວັນດັ່ງກ່າວ ຖ້າເວົ້າເຖິງສື່ມວນຊົນແລ້ວ ແມ່ນມີບົດບາດສຳຄັນ ທີ່ເປັນສື່ກາງໃນການໂຄສະນາປະຊາສຳພັນຂໍ້ມູນຂ່າວສານຕ່າງໆໃຫ້ສັງຄົມໄດ້ຮັບຮູ້ໂດຍຜ່ານສື່ສິ່ງພິມ ວິທະຍຸ ແລະ ໂທລະພາບ ສະເພາະທຸລະກິດຂອງຂ້າພະເຈົ້າ ສື່ໄດ້ມາເຮັດຂ່າວຢ່າງຕໍ່ເນື່ອງ ໂດຍສະເພາະນັກຂ່າວໜັງສືພິມວຽງຈັນໃໝ່ ທີ່ໄດ້ໂຄສະນາໃຫ້ເປັນປະຈຳ ອັນໄດ້ເຮັດໃຫ້ສະຖານທີ່ທ່ອງທ່ຽວອະນຸຮັກບ້ານສວນມະນີຈັນ ຕັ້ງຢູ່ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫວງວຽງຈັນ ໄດ້ເປັນທີ່ຮູ້ຈັກຂອງສັງຄົມ ກໍຄືນັກທ່ອງທ່ຽວພາຍໃນ ແລະ ຕ່າປະເທດ.

    ນັບແຕ່ເປີດບໍລິການມາແຕ່ທ້າຍປີ 2020 ເປັນຕົ້ນມາ ແລະ ຂໍຖືໂອກາດນີ້ ສະແດງຄວາມຂອບໃຈມາຍັງສື່ທຸກພາກສ່ວນທີ່ໃຫ້ຄວາມສຳຄັນຕໍ່ຫົວໜ່ວຍທຸລະກິດ ແລະ ເຮັດໃຫ້ທຸລະກິດຂອງຂ້າພະເຈົ້າມີຄວາມຜູກພັນກັບນັກຂ່າວຫຼາຍ ພ້ອມກັນນີ້ ຄຽງຄູ່ກັບຜົນງານທີ່ຍາດໄດ້ນັ້ນ ກໍມີຈຸດຄົງຄ້າງບາງດ້ານທີ່ສື່ຈະໄດ້ສືບຕໍ່ປັບປຸງຕົນເອງ ເປັນຕົ້ນຢາກໃຫ້ນຳສະເໜີຂ່າວເຫດການໃຫ້ໄວຂຶ້ນ ໂດຍສະເພາະໃຫ້ນັກຂ່າວລົງໄປເກັບກຳຂໍ້ຂ່າວຕົວຈິງ ວ່ອງໄວ ເພື່ອນຳເອົາເຫດການນັ້ນມາສະເໜີໃຫ້ສັງຄົມໄດ້ຮັບຮູ້ໄວທັນກັບສະພາບການ ພັດທະນາທັກສະການຂຽນຂ່າວ ໄອທີ ແລະ ອື່ນໆເພື່ອໃຫ້ທຽບທັນກັບສື່ຕ່າງປະເທດ.

# ຂ່າວ & ພາບ: ສົມສະຫວັນ

error: Content is protected !!