ພະແນກຍຸຕິທຳນະຄອນຫຼວງວຽງຈັນ ປັບປຸງການຈັດຕັ້ງ

    ເພື່ອປະຕິບັດຕາມຄຳສັ່ງຂອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງ ຈັນ ວ່າດ້ວຍການຍົກຍ້າຍພະນັກງານ ແລະ ການແຕ່ງຕັ້ງພະນັກງານ ອີງໃສ່ກົດໝາຍວ່າດ້ວຍການປົກຄອງທ້ອງ ຖິ່ນ ເພື່ອຊັບຊ້ອນພະນັກງານເຂົ້າໃນການປະຕິບັດໜ້າທີ່ໃຫ້ສອດຄ່ອງ ເໝາະສົມກັບໜ້າທີ່ ຄວາມຮູ້ ຄວາມສາ ມາດ ເພື່ອປະກອບສ່ວນເຂົ້າໃນການພັດທະນາ ສ້າງສາປະເທດຊາດ.

    ໃນວັນທີ 4 ສິງຫາ 2020 ທີ່ພະແນກຍຸຕິທຳນະຄອນຫຼວງວຽງຈັນ (ນວ) ຈັດພິທີປະກາດແຕ່ງຕັ້ງທ່ານ ພູທອນ ແກ້ວດວງມະນີ ຄະນະພັກກະຊວງ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ເປັນວ່າການເລຂາຄະ ນະພັກຮາກຖານ ຫົວໜ້າພະແນກຍຸຕິທໍາ ນວ (ຜູ້ໃໝ່) ທ່ານ ບຸນເພັງ ສີນະວົງພອນ ຫົວໜ້າພະແນກຍຸຕິທຳ ນວ (ຜູ້ເກົ່າ) ໄປປະຈຳການຢູ່ເມືອງຫາດຊາຍຟອງ ເພື່ອຮັບການແຕ່ງຕັ້ງເປັນເຈົ້າເມືອງຫາດຊາຍຟອງ.

    ໂອກາດດຽວກັນ ໄດ້ແຕ່ງຕັ້ງທ່ານ ສີວຽງທອງ ສໍພາບມີໄຊ ຫົວໜ້າຂະແໜງຈັດຕັ້ງ-ພະນັກງານ ແລະ ກວດກາ ເປັນຮອງຫົວໜ້າພະແນກຍຸຕິທຳ ນວ ແລະ ທ່ານ ສັກດາ ອາດວາລີ ຫົວໜ້າຂະແໜງສົ່ງເສີມວຽກງານຍຸຕິທຳ ເປັນຮອງຫົວໜ້າພະແນກຍຸຕິທຳ ນວ ແລະ ຍົກຍ້າຍທ່ານ ບົວເກດ ພົມມະຈັນ ຮອງຫົວໜ້າພະແນກຍຸຕິທຳ ນວ ໄປປະຈຳການຢູ່ສະພາປະຊາຊົນ ນວ ເພື່ອສືບຕໍ່ປະຕິບັດໜ້າທີ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາ ປະຊາຊົນ ນວ ຢູ່ສະພາປະຊາຊົນ ນວ ຈົນຄົບວາລະ.

    ເຂົ້າຮ່ວມເປັນສັກຂີພິຍານ ມີທ່ານ ລາດຊະນີວົງ ອະມາຣະທິທາດາ ຄະນະປະຈຳພັກ ປະທານອົງການກວດ ກາພັກ ຫົວໜ້າພະແນກກວດກາລັດ ນວ ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ.

# ຂ່າວ & ພາບ: ບຸນມີ

error: Content is protected !!