ປາກງື່ມ ກຽມ​ຈັດກິດຈະກຳ​ຕ້ອນ​ຮັບ​ວັນ​ສ້າງ​ຕັ້ງ​ແນວ​ລາວ​ສ້າງ​ຊາດ​

    ເມືອງປາກງື່ມ ນະຄອນຫຼວງວຽງຈັນ (ນວ) ກຽມຈັດຫຼາຍກິດຈະກຳ ເພື່ອຕ້ອນຮັບວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ (13 ສິງ​ຫາ 1950-13 ສິງ​ຫາ 2020) ໃຫ້ມີບັນຍາກາດຟົດຟື້ນ ເປັນຕົ້ນການປະ​ດັບ​ປະ​ດາ​ອ້ອມ​ຂ້າງ​ເມືອງ ປຸກ​ລະ​ດົມ​ປະ​ຊາ​ຊົນ​ສ້າງ​ຂະ​ບວນ​ການ​ອາ​ນະ​ໄມ ຈັດ​ສັນ​ເວນ​ຍາມ​ ແລະ ອື່ນໆ.

    ທ່ານ ສົ​ມ​ໝາຍ ສີ​ບຸນ​ເຮືອງ ປະ​ທານແນວ​ລາວ​ສ້າງ​ຊາດ​ເມືອງ​ປາກ​ງື່ມ ໃຫ້ສໍາພາດເມື່ອບໍ່ດົນມານີ້ ​ວ່າ: ວັນສ້າງຕັ້ງ​ແນວ​ລາວ​ສ້າງ​ຊາດ ​ເປັນວັນໜຶ່ງທີ່ມີຄວາມໝາຍສໍາຄັນຂອງອົງ​ການ​ຈັດ​ຕັ້ງທາງ​ການ​ເມືອງ​ຂອງ​ພັກ ເຊິ່ງໄລຍະຜ່ານມາ ກໍຄືໃນ​ໄລ​ຍະການ​ຕໍ່​ສູ້​ກູ້​ຊາດ ແນວລາວສ້າງຊາດໄດ້​ເຮັດ 2 ​ໜ້າ​ທີ່​ຍຸດ​ທະ​ສາດ ​ຄື: ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ ແລະ ເຕົ້າ​ໂຮມ​ຄວາມ​ສາ​ມັກ​ຄີປະຊາຊົນລາວບັນດາເຜົ່າໃຫ້ເປັນປືກແຜ່ນ ເພື່ອຕໍ່ສູ້ກັບກໍາລັງສັດຕູຜູ້ຮຸກຮານ ເພື່ອເຮັດໃຫ້ການສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າຊາດ ຄົບຮອບ 70 ປີ ມີບັນຍາກາດຟົດຟື້ນ ແລະ ເຕັມໄປດ້ວຍຄວາມໝາຍສໍາຄັນ ເມືອງປາກງື່ມໄດ້ກຽມຈັດຫຼາຍກິດຈະກຳເພື່ອຕ້ອນຮັບວັນສໍາຄັນດັ່ງກ່າວ ເປັນຕົ້ນໄດ້ການກະກຽມ​​ປະ​ດັບ​ປະ​ດາ​ອ້ອມ​ຂ້າງ​ເມືອງ ແລະ ຈັດ​ສັນ​ເວນ​ຍາມ​ເພື່​ອ​ເຮັດ​ໃຫ້​ສະ​ພາບ​ພາຍ​ໃນ​ເມືອງ​ມີ​ຄວາມ​ສະ​ຫງົບ ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ​​ປຸກ​ລະ​ດົມ​ປ​ະ​ຊາ​ຊົນໃນແຕ່ລະບ້ານສ້າງ​ຂະ​ບວນ​ການ​ອາ​ນະ​ໄມສໍານັກງານ ອົງການ ແລະ ​ຂອບ​ເຂດ​ທີ່​ຢູ່​ອາ​ໃສ່ຂອງ​ຕົນ ປູກຈິດສໍານຶກໃຫ້ມີການໄປທັດ​ສະ​ນະ​ຫໍ​ພິ​ພິ​ທະ​ພັນ ຫໍມູນເຊື້ອ ສ້າງ​ຂະ​ບວນ​ການ​ຕ້ານ​ປາ​ກົດ​ຫຍໍ້​ທໍ້​ຕ່າງໆ​ທີ່​ເກີດ​ຂຶ້ນໃນສັງຄົມ ໂດຍສະເພາະການມີສ່ວນຮ່ວມໃນແກ້ໄຂ​ບັນ​ຫາ​ອຸ​ບັດ ເຫດຕາມທ້ອງຖະໜົນ ປຸກ​ລະ​ດົມ​ໃຫ້​ປະ​ຊາ​ຊົນ​ສຶກ​ສາ​ອົບ​ຮົມ​ລູກຫຼານ​ ແລະ ເປັນ​ຫູ​ເປັນ​ຕາ​ຊ່ວຍ​ກັນລະວັງກຸ່ມຄົນບໍ່ດີ ເພື່ອປະກອບສ່ວນເຮັດ​ໃຫ້​ບັນ​ຫາ​ປະ​ກົດ​ຫຍໍ້​ທໍ້ໃນສັງຄົມຫຼຸດ​ລົງ ​ແລະ ຮັບປະກັນໃຫ້ການສະເຫຼີມສະຫຼອງວັນສ້າງ​ແນວລາວສ້າງຊາດຄົບຮອບ70 ປີ ມີສະຫງົບ ປອດໄພ ແລະ ເປັນລະບຽບຮຽບຮ້ອຍ ນອກນີ້ ການ​ດຳ​ເນີນກອງ​ປະ​ຊຸມ​ຂອງ​ແນວ​ລາວ​ສ້າງ​ຊາດ​ເມືອງ​ ກໍ​ແມ່ນ​ໜຶ່ງ​​ໃນຂະ​ບວນ​ການ​​ຕ້ອນຮັບວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ ເຊິ່ງໃນ​ກອງ​ປະ​ຊຸມ​ດັ່ງກ່າວ ກໍ​ໄດ້​ມີຫຼາຍ​ຊັ້ນ​ຄົນ ​ຊົນ​ເຜົ່າ​​ ສາສະ​ໜາ ແລະ ຫົວໜ່ວຍທຸ​ລະ​ກິດ​ ທີ່ເປັນຜູ້ແທນສົມບູນໃຫ້ແນວລາວສ້າງຊາດທົ່ວເມືອງເຂົ້າ​ຮ່ວມຢ່າງພ້ອມພຽງ.

# ຂ່າວ & ພາບ: ລັດເວລາ

error: Content is protected !!