ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍປິ່ນອ້ອມ COVID-19

    ຄື​ດັ່ງ​ຮູ້​ກັນ​ດີ​ແລ້ວ​ວ່າ ພະ­ຍາດ​ໂຄ​ວິດ 19 ເປັນ​ໂຣກ​ລະ­ບາດ​ທີ່​ຮ້າຍ​ແຮງ​ຊະ­ນິດ​ໜຶ່ງ​ທີ່​ກຳ­ເນີດ ເກີດ​ຂື້ນ​ທີ່​ເມືອງ​ອູ​ຮັ່ນ ມົນ­ທົນ​ຮູ​ເປີ້ຍ ສປ ຈີນ ອັນ​ເຮັດ​ໃຫ້​ມີ​ຄົນ​ເຈັບ​ສາ­ມາດ​ປິ່ນ­ປົວ​ດີ ແລະ ເສຍ​ຊີ­ວິດ​ຈຳ­ນວນ​ໜຶ່ງ ອິດ­ທິ­ລິດ​ຂອງ​ມັນ​ຍັງ​ມີ​ການ​ແຜ່​ກະ­ຈາຍ​ຂະ­ຫຍາຍ​ເຊື້ອ ໄປ​ຍັງ​ພູ­ມີ­ພາກ​ຕ່າງໆ​ທີ່​ສ້າງ​ເງື່ອນ­ໄຂ ໂດຍ​ສະ­ເພາະ​ການ​ເອົາ­ໃຈ­ໃສ່​ປ້ອງ​ກັນ​ລະ​ເຫຼີງ​ຂາດ​ຄວາມ​ຕັ້ງ­ໜ້າ.

    ເຖິງ​ແນວ­ໃດ​ກໍ​ດີ​ພາກ​ພື້ນ​ເຮົາ ທີ່​ມີ​ຫຼາຍ​ປະ­ເທດ ກໍ​ເອົາ­ໃຈ­ໃສ່​ຢ່າງ​ຕັ້ງ­ໜ້າ​ສະ­ກັດ​ກັ້ນ​ບໍ່​ໃຫ້​ພະ­ຍາດ​ຮ້າຍ​ດັ່ງ­ກ່າວ​ນີ້ ຮຸກ​ຮານ​ຂະ­ຫຍາຍ­ຕົວ​ຕໍ່​ໄປ​ໄດ້ ແຕ່​ເປັນ​ທີ່​ໜ້າ​ສົນ­ໃຈ ສິ່ງ​ມາ​ພ້ອມ​ກັບ​ໂຣກ​ຮ້າຍ​ດັ່ງ­ກ່າວ ກໍ​ແມ່ນ​ການ​ປັ່ນ​ປ່ວນ​ສວຍ­ໂອ­ກາດ ທາງ​ເສດ­ຖະ­ກິດ ທັງ​ໂດຍ​ກົງ ແລະ ທາງ​ອ້ອມ ໂດຍ​ກົງ​ຜົນ​ກະ­ທົບ​ແມ່ນ​ທຸ­ລະ​ກິດ​ທ່ອງ​ທ່ຽວ ການ​ບໍ­ລິ­ການ​ຕ່າງໆ​ປິ່ນ​ອ້ອມ​ການ­ທ່ອງ­ທ່ຽວ ການ­ຈັດ­ຕັ້ງ​ກີ­ລາ ສິ­ລະ​ປະ (ຄອນ­ເສີດ) ການ​ບັນ­ເທີງ​ຕ່າງໆ​ຖືກ​ປິດ​ໂດຍ​ກົງ ສ່ວນ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ສຳ­ຄັນ​ຂອງ​ໂລກ ຂອງ​ປະ­ເທດ​ກໍ​ເຊັ່ນ​ກັນ ນອກ­ຈາກ​ນີ້​ການ​ຊຸມ­ນຸມ​ທາງ​ການ­ເມືອງ ເພື່ອ​ບໍ່​ໃຫ້​ໂຣກ​ຮ້າຍ​ດັ່ງ­ກ່າວ​ເຂົ້າ​ໄປ​ມີ​ບົດ­ບາດ​ຂະ­ຫຍາຍ­ຕົວ​ຕໍ່​ໄປ​ໄດ້​ກໍ​ສັ່ງ​ໂຈະ ແລະ ເກືອດ​ຫ້າມ​ແບບ​ມີ​ກຳ­ນົດ​ຕາມ​ການ​ປະ​ເມີນ​ການ​ລະ­ບາດ​ຂອງ​ພະ­ຍາດ ໃນ​ແຕ່​ລະ​ປະ­ເທດ.

    ຄຽງ​ຄູ່​ກັບ​ປາ­ກົດ­ການ​ທີ່​ເກີດ​ຂຶ້ນ​ດັ່ງ­ກ່າວ​ມາ​ນັ້ນ ມີ​ຄົນ​ບໍ່​ດີ​ຈຳ­ນວນ​ໜຶ່ງ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ສ້າງ​ຂ່າວ​ປອມ​ທາງ​ສື່​ອອນ​ລາຍ ເພື່ອ​ປັ່ນ ປ່ວນ​ສັງ­ຄົມ ສ່ວນ​ທາງ​ດ້ານ​ເສດ­ຖະ­ກິດ​ກໍ​ແມ່ນ ການ​ສວຍ­ໂອ­ກາດ ກັກ​ຕຸນ​ຂຶ້ນ​ລາ­ຄາ​ສິນ­ຄ້າ ທັງ​ອາ­ຫານ ແລະ ຢາ ເຄື່ອງ­ຮັບ​ໃຊ້​ຊີ­ວິດ​ການ​ເປັນ​ຢູ່ ປະ­ຈຳ​ວັນ​ທີ່​ຈຳ­ເປັນ​ອີກ​ດ້ວຍ ໃນ​ນັ້ນ ກໍ​ມີ​ຜ້າ​ໜ້າ​ກາກ​ອະ­ນາ­ໄມ​ທີ່​ໃນ​ບາງ​ຮ້ານ​ຂາຍ​ຢາ​ບໍ່​ມີ​ຂາຍ ຫຼື ອື່ນໆ​ເຊິ່ງ​ເປັນ​ການ​ສ້າງ​ພາບ​ພົດ​ບໍ່​ດີ​ແກ່​ການ­ຈັດ­ຕັ້ງ ປະ­ເທດ​ຊາດ​ບ້ານ​ເມືອງ​ແທນ​ທີ່​ຈະ​ຮ່ວມ​ແຮງ​ຮ່ວມ​ໃຈ ພາ­ກັນ​ແກ້​ໄຂ​ວິ​ກິດ​ໃຫ້​ຜ່ານ​ໄປ​ໄດ້.

    ເວ­ລາ​ນີ້​ຍິ່ງ​ກວ່າ​ເວ­ລາ​ໃດ​ໝົດ ຕ້ອງ​ສາ­ມັກ­ຄີ​ກັນ​ເຮັດ​ໜ້າ­ທີ່​ແກ້​ໄຂ​ວິ​ກິດ​ຊ່ວຍ​ພັກ-ລັດ ແລະ ປະ­ຊາ­ຊົນ ແຕ່​ບໍ່​ແມ່ນ​ການ​ສ້າງ​ໂອ­ກາດ​ຫາ​ຜົນ​ປະ­ໂຫຍດ​ໃສ່​ສ່ວນ​ຕົວ ໂດຍ​ບໍ່​ເຫັນ​ຄວາມ​ຫຍຸ້ງ­ຍາກ​ຂອງ​ສັງ­ຄົມ ເຊິ່ງ​ຊຸມ​ເຮົາ​ເຈົ້າ​ຂ້ອຍ​ກໍ​ພໍ​ເຂົ້າ­ໃຈ​ວ່າ “ໄຟ​ໄໝ້​ປ່າ​ຈຶ່ງ​ເຫັນ​ໜ້າ​ໜູ” ຫຼື ບາງ­ທີ ມັນ​ກໍ​ແມ່ນ​ວິ­ທີ​ການ​ໜຶ່ງ​ທີ່​ພາ​ຕົນ​ເຂົ້າ​ສູ່​ຈຸດ​ອາ​ວະ​ສານ​ແຫ່ງ​ການ​ທຳ​ມາ​ຫາ​ກິນ​ກໍ​ໄດ້ ຖ້າ​ຫາກ​ມີ​ພະ­ຍານ​ຫຼັກ ຖານ​ໜັກ​ແໜ້ນ.

ໂດຍ: ຊຽງ​ເອງ

error: Content is protected !!