ຄວາມສຳຄັນ ແລະ ບັນຫາກ່ຽວກັບສື່ສັງຄົມອອນລາຍ ແລະ ອິນເຕີເນັດ

ຄໍ​ລຳ​ປະ­ຈຳ​ວັນ​ນີ້ ມີ​ຂ່າວ​ກ່ຽວ​ກັບ​ຄຳ​ຮຽກ­ຮ້ອງ​ຂອງ​ຜູ້​ໃຊ້​ໂທລະ­ສັບ​ມື​ຖື​ຢູ່​ຫວຽດ­ນາມ ໃຫ້​ລັດ­ຖະ­ບານ​ຄວບ​ຄຸມ​ກຸ່ມ​ໂຄ­ສະ­ນາ​ສິນ­ຄ້າ​ຜ່ານ​ສື່​ສັງ­ຄົມ​ອອນ​ລາຍ ຕໍ່​ໃສ່​ຂ່າວ​ກ່ຽວ​ກັບ​ຄວາມ​ເສຍ​ຫາຍ​ທາງ​ເສດ­ຖະ­ກິດ ຍ້ອນ​ຄວາມ​ບົກ​ຜ່ອງ​ຂອງ​ເຄືອ​ຄ່າຍ​ອິນ​ເຕີ​ເນັດ.

ທີ່​ຮ່າ​ໂນ້ຍ: ການ​ໃຊ້​ສື່​ສັງ­ຄົມ​ອອນ​ລາຍ​ເພື່ອ​ໂຄ­ສະ­ນາ​ສິນ­ຄ້າ​ການ​ຊື້-ຂາຍ​ທີ່​ດິນ ຕະ­ຫຼາດ​ຫຸ້ນ ແລະ ອື່ນໆ​ແບບ​ຊະ­ຊາຍ ຂາດ​ການ​ຄຸ້ມ​ຄອງ​ນັ້ນ ໄດ້​ກາຍ­ເປັນ​ບັນ­ຫາ​ລົບ​ກວນ​ເວ­ລາ ແລະ ສະ­ມາ­ທິ​ຂອງ​ສ່ວນ​ບຸກ­ຄົນ​ຢູ່​ຫວຽດ­ນາມ​ມາ​ເປັນ​ເວ­ລາ​ດົນ​ນານ​ແລ້ວ ດັ່ງ​ມີ​ຂ່າວ​ອອກ​ມາ​ຈາກ​ຫວຽດ­ນາມ ກ່ຽວ​ກັບ​ຄຳ​ຮຽກ­ຮ້ອງ​ຂອງ​ຜູ້​ໃຊ້​ໂທລະ­ສັບ​ມື​ຖື​ໃນ​ທົ່ວ​ປະ­ເທດ ໃຫ້​ລັດ­ຖະ­ບານ​ມີ​ມາດ​ຕະ­ການ​ຄວບ​ຄຸມ​ບັນ­ຫາ​ນີ້​ຢ່າງ​ຈິງ​ຈັງ ຂ່າວ​ບອກ​ວ່າ ທາງ​ກະ­ຊວງ​ຖະ­ແຫຼງ​ຂ່າວ ແລະ ສື່­ສານ​ຂອງ​ຫວຽດ­ນາມ ໄດ້​ຕອບ​ຮັບ​ຄຳ​ຮຽກ­ຮ້ອງ​ດັ່ງ­ກ່າວ ໂດຍ​ໄດ້​ອອກ­ດຳ­ລັດ ເພື່ອ​ແກ້​ໄຂ​ບັນ­ຫາ​ການ​ສົ່ງ​ຂໍ້­ຄວາມ ການ​ໂທ ການ​ສົ່ງ​ອີ​ເມວ ທີ່​ມີ​ເນື້ອ​ໃນ​ໂຄ­ສະ­ນາ ຫຼື ຊັກ​ຊວນ​ໃຫ້​ຊື້​ສິນ­ຄ້າ​ເຂົ້າ​ໂທລະ­ສັບ​ມື​ຖື​ຂອງ​ສ່ວນ​ບຸກ­ຄົນ​ແບບ​ຊະ­ຊາຍ ຮ່າງ​ດຳ­ລັດ​ທີ່​ວ່າ​ນັ້ນ ໄດ້​ສົ່ງ​ລົງ​ໄປ​ທາບ​ທາມ​ຄຳ​ຄິດ​ຄຳ​ເຫັນ​ຈາກ​ກຸ່ມ​ທຸ­ລະ​ກິດ​ສື່­ສານ​ສັງ­ຄົມ ກ່ອນ​ປະ­ກາດ​ໃຊ້​ຢ່າງ​ເປັນ​ທາງ​ການ ໃນ​ທ້າຍ​ປີ 2019 ນັ້ນ​ເອງ ຂໍ້­ຄວາມ ຫຼື ສຽງ​ໂທ​ແບບ​ບໍ່​ຄາດ​ຝັນ ຈາກ​ໜ້າ​ຈໍ​ມື​ຖື​ທີ່​ຖື​ວ່າ​ລົບ​ກວນ​ຄວາມ​ເປັນ​ສ່ວນ​ຕົວ​ຢູ່​ຫວຽດ­ນາມ​ນັ້ນ ສ່ວນ​ຫຼາຍ​ແມ່ນ​ພົວ­ພັນ​ກັບ​ການ​ຊື້-ຂາຍ​ເຊົ່າ​ທີ່​ດິນ ເຮືອນ ແລະ ການ​ຊື້​ປະ­ກັນ​ໄພ ຢູ່​ປະ­ເທດ​ລາວ​ພວກ​ເຮົາ​ກໍ​ມີ​ຫາງ​ສຽງ​ຈົ່ມ​ວ່າ ກ່ຽວ​ກັບ​ຂໍ້­ຄວາມ​ສຽງ​ໂທ​ທີ່​ໂປ­ໂລ ຫຼື ດັງ​ຂຶ້ນ​ແບບ​ບໍ່​ຄາດ​ຝັນ​ຢູ່​ໜ້າ​ຈໍ​ມື​ຖື ຊຶ່ງ​ເປັນ​ການ​ລົບ​ກວນ​ສະ­ມາ­ທິ ແລະ ຄວາມ​ເປັນ​ສ່ວນ​ຕົວ​ຂອງ​ບຸກ­ຄົນ​ເວ­ລາ​ເຮັດ​ວຽກ.

ທີ່​ສິງ­ກະ­ໂປ: ຂ່າວ​ຕ່າງ­ປະ­ເທດ​ຈາກ​ສິງ­ກະ­ໂປ ໃນ​ທ້າຍ​ໄຕ​ມາດ​ທີ 1 ຂອງ​ປີ​ນີ້ ໄດ້​ເວົ້າ​ກ່ຽວ​ກັບ​ພວກ​ທີ່​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ພະ­ນັນ​ທາງ​ອອນ​ລາຍ ຊຶ່ງ​ເຮັດ​ໃຫ້​ມີ​ການ​ສູນ​ເສຍ​ເງິນ​ໄປ​ລ້າໆ ບໍ່​ຕ່ຳ​ກວ່າ 872.000 ໂດ​ລາ​ສະ­ຫະ­ລັດ ສະ­ເພາະ​ໃນ​ປີ 2019 ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ສິງ­ກະ­ໂປ​ໄດ້​ຮັບ​ບົດ​ລາຍ​ງານ ຈຳ­ນວນ 13 ເລື່ອງ ກ່ຽວ​ກັບ​ການ​ພະ­ນັນ​ທີ່​ຜິດ​ກົດ­ໝາຍ​ທາງ​ອອນ​ລາຍ ໂດຍ​ມີ​ລາຍ​ລະ­ອຽດ​ວ່າ ພວກ​ທີ່​ຖືກ​ຕົ້ມ​ຕຸ໋ນ​ທັງ​ໝົດ​ໄດ້​ຮູ້­ຈັກ​ກັບ​ກຸ່ມ​ແກ້ງ​ການ​ພະ­ນັນ ໂດຍ​ຜ່ານ​ເວ­ທີ​ສື່​ອອນ​ລາຍ​ທິນ​ເດີ (Tinder) ໂອ​ເຄ​ຄິວ​ວິດ (OK Cuvid) ແລະ ປັກ​ຕໍ (PakTor) ຫຼັງ​ຈາກ​ນັ້ນ ກໍ​ຖືກ​ກຸ່ມ​ແກ້ງ​ດັ່ງ­ກ່າວ​ຊັກ​ຊວນ​ຫຼິ້ນ​ການ​ພະ­ນັນ ໂດຍ​ຫຼອກ​ວ່າ​ໂຊກ​ໃຫຍ່​ໄຊ​ງາມ​ກຳ­ລັງ​ລໍ­ຄອຍ​ຢູ່​ຂ້າງ​ໜ້າ ເພາະ​ໂອ­ກາດ​ຊະ­ນະ​ມີ​ສູງ ເງື່ອນ­ໄຂ​ການ​ຫຼິ້ນ​ການ​ພະ­ນັນ​ທາງ​ອອນ​ລາຍ​ນີ້​ມີ​ຢູ່​ວ່າ ຜູ້​ເຂົ້າ​ຮ່ວມ​ຫຼິ້ນ​ຕ້ອງ​ເປີດ​ບັນ­ຊີ​ເງິນ​ພະ­ນັນ​ກັບ​ກຸ່ມ​ແກ້ງ​ດັ່ງ­ກ່າວ.

ທີ່​ອັງ­ກິດ: ເວັບ​ໄຊ ທອບ​ເທັນ ວີ​ພີ​ເອນ ຄອມ (Top10VPN.com) ທີ່​ລອນ​ດອນ ປະ­ເທດ​ອັງ­ກິດ ໄດ້​ໃຫ້​ຮູ້​ໃນ​ຕົ້ນ​ປີ 2020 ນີ້​ວ່າ ເສດ­ຖະ­ກິດ​ໂລກ​ໄດ້​ສູນ​ເສຍ​ເງິນ​ເປັນ​ຈຳ­ນວນ 8 ຕື້​ໂດ​ລາ​ສະ­ຫະ­ລັດ ຍ້ອນ​ອິນ​ເຕີ​ເນັດ​ຂາດ​ໃນ​ໄລ­ຍະ​ປີ 2019 ໃນ​ປີ 2019 ເຄືອ​ຄ່າຍ​ອິນ​ເຕີ​ເນັດ​ໃນ​ຫຼາຍ​ປະ­ເທດ​ໄດ້​ເກີດ​ຂັດ­ຂ້ອງ​ເຖິງ 122 ເທື່ອ ກວມ​ເອົາ 18.225 ຊົ່ວ­ໂມງ ໃນ 21 ປະ­ເທດ ໃນ​ນັ້ນ ໜັກ­ໜ່ວງ​ກວ່າ​ໝູ່​ແມ່ນ​ບັນ­ດາ​ປະ­ເທດ​ໃນ​ເຂດ​ຕາ­ເວັນ​ອອກ​ກາງ ແລະ ອາ​ຟຣິ​ກາ​ເໜືອ ໂດຍ​ມີ​ມູນ​ຄ່າ​ເສຍ​ຫາຍ​ເຖິງ 3,1 ຕື້​ໂດ​ລາ​ສະ­ຫະ­ລັດ ໃນ​ຍຸກ​ດິ​ຈີ​ຕອນ ທີ່​ວິ­ຖີ​ຊີ­ວິດ​ຂອງ​ຊາວ​ໂລກ​ຖືກ​ບັນ­ຊາ​ໂດຍ​ລະ­ບົບ​ອິນ​ເຕີ​ເນັດ​ນີ້ ທຸກ​ປະ­ເທດ​ຕ້ອງ​ມີ​ມາດ​ຕະ­ການ​ພັດ­ທະ­ນາ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ­ສານ ໃຫ້​ມີ​ປະ­ສິດ­ທິ­ພາບ​ສູງ ແລະ ຍືນ​ຍົງ​ແທ້ໆ.

error: Content is protected !!