ຂ່າວໃນສື່ອອນລາຍ ຕ້ອງເນັ້ນການອະທິບາຍ

ຫວ່າງ​ມໍ່ໆມານີ້ ຜູ້​ຂຽນ​ໄດ້​ຮັບ​ກຽດ​ໄປ​ເປັນ​ວິ­ທະ­ຍາ­ກອນ ໃນ​ກອງ​ປະ­ຊຸມ​ຂອງ​ວົງ​ການ​ສື່​ມວນ​ຊົນ.

ເຈົ້າ­ພາບ​ເພິ່ນ​ມັກ​ຕັ້ງ​ຫົວ­ຂໍ້​ເລື່ອງ​ການ​ຂຽນ​ຂ່າວ ອະ­ທິ­ບາຍ​ບັນ­ຫາ​ທີ່​ສັງ­ຄົມ​ອອນ​ລາຍ​ຕັ້ງ​ຂຶ້ນ ໃນ​ເວ­ລາ​ແລກ­ປ່ຽນ​ກັນ ຜູ້​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ມັກ​ຕັ້ງ​ບັນ­ຫາ​ເລື່ອງ​ຂໍ້​ມູນ ເພາະ​ຂ່າວ​ໃນ​ສື່​ອອນ​ລາຍ​ຕ້ອງ​ໄວ​ຄົນ​ໄວ​ຂໍ້​ມູນ ມັນ​ກະ​ບໍ​ຄ່ອຍ​ຄົບ​ແລ້ວ ຊິ​ເຮັດ​ແນວ­ໃດ? ວ່າ​ຊັ້ນ!

ຫຼາຍ​ທ່ານ​ກໍ​ມີ​ຄຳ​ເຫັນ​ແຕກ​ຕ່າງ ແລະ ເປັນ​ປະ­ໂຫຍດ ແຕ່​ໃນ​ນາມ​ສ່ວນ​ຕົວ​ເຫັນ​ວ່າ ເຮົາ​ສາ­ມາດ​ອອກ​ຂ່າວ​ໄວ ຂໍ້​ມູນ​ບໍ່​ທັນ​ຄົບ​ຖ້ວນ​ໄດ້ ແຕ່​ເຮົາ​ຕ້ອງ​ອອກ​ຂ່າວ​ຕໍ່​ເນື່ອງ ໃຫ້​ຂໍ້​ມູນ​ຕື່ມ​ໃນ​ເວ­ລາ​ທີ່​ພວກ​ເຮົາ​ໄດ້​ຮັບ​ຂໍ້​ມູນ​ຕາມ​ຫຼັງ… ເຊິ່ງ​ບັນ­ຫາ​ນີ້ ໃນ​ວົງ​ການ​ສື່​ມັກ​ເວົ້າ​ວ່າ: ຕາມ​ຂ່າວ ຫຼື ວ່າ​ເຈາະ​ລຽນ­ຕິດ ຫາ​ກວ່າ​ເຮົາ​ອອກ​ຂ່າວ​ຄັ້ງ​ດຽວ ບໍ່​ອອກ​ຕໍ່​ເນື່ອງ ແລ້ວ​ສັງ­ຄົມ​ອອນ​ລາຍ​ເຂົາ​ຈະ​ເຂົ້າ­ໃຈ​ແນວ­ໃດ ? ຢ່າ​ຄິດ​ວ່າ​ອອກ​ຕໍ່​ເນື່ອງ​ຊັກ​ຊ້າ ບໍ່​ທັນ​ສະ­ຖາ­ນະ​ການ ບໍ່​ແມ່ນ​ເນີ ? ເພາະ­ວ່າ​ໄດ້​ປ່ອຍ​ຂ່າວ​ໄປ​ກ່ອນ​ແລ້ວ.

ສຳ­ລັບ​ຄວາມ​ໄວ​ນັ້ນ ຂຽນ​ຂ່າວ​ອອນ​ລາຍ​ແມ່ນ​ຕ້ອງ​ໄວ ແຕ່​ຕ້ອງ​ມີ​ຂໍ້​ມູນ​ຄົບ​ຖ້ວນ ແລະ ຊັດ​ເຈນ ມີ​ຫຼັກ​ຖານ​ອ້າງ​ອີງ (ບຸກ­ຄົນ​ໃນ​ຂ່າວ) ໂດຍ​ສະ­ເພາະ​ແມ່ນ​ພາກ​ເດີນ​ເລື່ອງ ເພື່ອ​ອະ­ທິ­ບາຍ​ບັນ­ຫາ​ທີ່​ສັງ­ຄົມ​ອອນ​ລາຍ​ຕັ້ງ​ຂຶ້ນ ຢາກ​ຂຽນ​ຂ່າວ​ອອນ​ລາຍ​ໃຫ້​ໄດ້​ດີ ຜູ້​ຂຽນ​ຕ້ອງ​ເລືອກ​ຫົວ­ຂໍ້​ຂ່າວ​ທີ່​ເຈາະ​ຈົງ​ໃສ່​ບັນ­ຫາ​ທີ່​ສັງ­ຄົມ​ອອນ​ລາຍ​ຕັ້ງ​ຂຶ້ນ ສ່ວນ​ພາກ​ສະ­ຫຼຸບ ກໍ​ຕ້ອງ​ອະ­ທິ­ບາຍ​ບັນ­ຫາ​ໃຫ້​ຊັດ​ເຈນ ບໍ່​ຊັ້ນ​ຈະ​ຖືກ​ຄຳ​ພັງ​ເພີຍ​ຂອງ​ລາວ​ທີ່​ວ່າ: ເຮືອ​ລົ້ມ​ບາດ​ຈອດ.

ສະ​ໜີ​ຫົວ­ຂໍ້​ນີ້​ເພື່ອ​ແລກ­ປ່ຽນ​ກັບ​ຜູ້​ຮູ້​ທັງ­ຫຼາຍ ເນື້ອ​ໃນ​ໂອ­ກາດ​ວັນ​ສ້າງ­ຕັ້ງ​ສື່​ມວນ​ຊົນ ຄົບ­ຮອບ 70 ປີ ທີ່​ຈະ​ມາ​ເຖິງ.

ໂດຍ: ແນວ​ລາວ

error: Content is protected !!