ສຸດໃຈທ່ອງທ່ຽວ ຈັດໂຄງການລາວທ່ຽວລາວຢູ່ 4 ແຂວງ

ຕາມ​ການ​ໃຫ້​ສຳ­ພາດ​ຂອງ​ທ່ານ ເຄນ ວົງ​ທອງ​ຈິດ ປະ­ທານ​ບໍ­ລິ­ສັດ ສຸດ​ໃຈ​ທ່ອງ​ທ່ຽວ ຈຳ­ກັດ​ຜູ້​ດຽວ ໃນ​ວັນ​ທີ 5 ສິງ­ຫາ 2020 ວ່າ: ເນື່ອງ​ຈາກ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ອັນ​ໄດ້​ເຮັດ​ໃຫ້​ລູກ​ຄ້າ​ນັກ​ທ່ອງ​ທ່ຽວ​ຕ່າງ­ປະ­ເທດ​ບໍ່​ໄດ້​ເຂົ້າ​ມາ​ທ່ອງ​ທ່ຽວ​ປະ­ເທດ​ລາວ​ເຮົາ​ເປັນ​ເວ­ລາ​ຫຼາຍ​ເດືອນ​ຜ່ານ​ມາ ແລະ ກໍ​ຍັງ​ບໍ່​ຮູ້​ວ່າ​ອີກ​ຍັງ​ດົນ​ປານ­ໃດ​ອີກ ຈຶ່ງ​ຈະ​ມີ​ການ​ເປີດ​ການ­ທ່ອງ­ທ່ຽວ​ລະ­ຫວ່າງ​ປະ­ເທດ​ຄື​ຜ່ານ​ມາ ດັ່ງ­ນັ້ນ ບໍ­ລິ­ສັດ​ຈຶ່ງ​ໄດ້​ຈັດ​ໂຄງ­ການ​ລາວ​ທ່ຽວ​ລາວ​ຂຶ້ນ​ໃນ​ລາ­ຄາ​ທີ່​ປະ­ຢັດ​ສຸດ ຈາກ​ປົກ­ກະ­ຕິ​ຫຼຸດ 40% ເລີ່ມ​ແຕ່​ຕົ້ນ​ເດືອນ​ສິງ­ຫາ 2020 ເປັນ­ຕົ້ນ​ໄປ​ເບື້ອງ​ຕົ້ນ​ຈະ​ເອົາ​ຢູ່ 4 ແຂວງ​ສາ­ກ່ອນ ເຊິ່ງ​ຮູບ​ແບບ​ການ​ໃຊ້​ຈ່າຍ ບໍ­ລິ­ສັດ​ຮັບ­ຜິດ­ຊອບ​ການ​ເດີນ­ທາງ ແລະ ຄ່າ​ທີ່​ພັກ ສ່ວນ​ລູກ​ຄ້າ​ຮັບ­ຜິດ­ຊອບ​ກິນ​ຢູ່ ແລະ ຄ່າ​ເຂົ້າ​ທ່ຽວ​ຊົມ​ສະ­ຖານ­ທີ່​ທ່ອງ​ທ່ຽວ ເນື່ອງ​ຈາກ​ຮູບ​ແບບ​ທີ່​ບໍ­ລິ­ສັດ​ຮັບ­ຜິດ­ຊອບ​ໝົດ​ທຸກ​ຢ່າງ ລູກ​ຄ້າ​ບໍ່​ຄ່ອຍ​ມັກ​ຮູບ​ແບບ​ນີ້.

ສຳ­ລັບ​ຄ່າ​ໃຊ້​ຈ່າຍ​ຕໍ່​ຫົວ​ຄົນ​ຄື: ເມືອງ​ວັງ​ວຽງ ແຂວງ​ວຽງ​ຈັນ 2 ວັນ 1 ຄືນ ລາ­ຄາ 250.000 ກີບ ແຂວງ​ຄຳ​ມ່ວນ 3 ວັນ 2 ຄືນ ລາ­ຄາ 450.000 ກີບ ແຂວງ​ຈຳ­ປາ​ສັກ 4 ວັນ 3 ຄືນ ລາ­ຄາ 800.000 ກີບ ແລະ ແຂວງ​ຫຼວງ​ພະ​ບາງ 3 ວັນ 2 ຄືນ ລາ­ຄາ 600.000 ກີບ ເມືອງ​ວັງ​ວຽງ ແລະ ແຂວງ​ຄຳ​ມ່ວນ​ເລີ່ມ​ເດືອນ​ສິງ­ຫາ 2020 ແຂວງ​ຫຼວງ​ພະ​ບາງ ແລະ ແຂວງ​ຈຳ­ປາ​ສັກ​ເລີ່ມ​ເດືອນ​ກັນ­ຍາ 2020 ການ​ເດີນ­ທາງ​ແຕ່​ລະ​ຄັ້ງ​ແມ່ນ​ຄົບ 10 ຄົນ​ຈຶ່ງ​ອອກ ບໍ­ລິ­ສັດ​ຈະ​ມີ​ລົດ 12 ບ່ອນ​ນັ່ງ 20 ບ່ອນ​ນັ່ງ ແລະ 45 ບ່ອນ​ນັ່ງ ຖ້າ​ຫາກ​ໂຄງ­ການ​ທົດ​ລອງ​ເບື້ອງ​ຕົ້ນ​ໄປ​ໄດ້​ດີ ຈະ​ມີ​ການ​ຂະ­ຫຍາຍ​ໄປ​ຍັງ​ແຂວງ​ຊຽງ​ຂວາງ ແລະ ແຂວງ​ຫົວ­ພັນ​ຕື່ມ​ອີກ​ໃນ​ອະ­ນາ­ຄົດ ໃນ​ລາ­ຄາ​ດັ່ງ­ກ່າວ ຖ້າ​ເປັນ​ເດັກ­ນ້ອຍ​ອາ­ຍຸ 5 ປີ​ລົງ​ມາ ມີ​ສ່ວນ​ຫຼຸດ 40% ດັ່ງ­ນັ້ນ ຜູ້​ທີ່​ສົນ­ໃຈ​ໄປ​ທ່ຽວ​ຊົມ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ 4 ແຂວງ​ດັ່ງ­ກ່າວ ສາ­ມາດ​ຕິດ­ຕໍ່​ພົວ­ພັນ​ໄດ້​ທີ່​ບໍ­ລິ­ສັດ ສຸດ​ໃຈ​ທ່ອງ​ທ່ຽວ ສະ­ຖານ­ທີ່​ຕັ້ງ​ຢູ່​ບ້ານ​ຊຽງ​ຍືນ ເມືອງ​ຈັນ­ທະ​ບູ​ລີ ນະ­ຄອນ­ຫຼວງ​ວຽງ​ຈັນ ເບີ​ໂທ 021 254512-5 ຫຼື ເຂົ້າ​ໄປ​ເຟ​ສ​ບຸກ​ບໍ­ລິ­ສັດ ສຸດ​ໃຈ​ທ່ອງ​ທ່ຽວ.

error: Content is protected !!