ຍົກລະດັບຄວາມອາດສາມາດສື່ມວນຊົນ ໃນການໂຄສະນາວຽກງານອະນຸຮັກສັດປ່າ

ສະ­ມາ­ຄົມ​ນັກ​ຂ່າວ​ແຫ່ງ ສປປ ລາວ ຮ່ວມ​ກັບ​ກົມ​ປ່າ­ໄມ້ ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ອົງ­ການ​ອະ­ນຸ​ຮັກ​ສັດ­ປ່າ ແລະ ອົງ­ການ GIZ ປະ­ຈຳ​ລາວ ໄດ້​ຈັດ​ສຳ​ມະ​ນາ​ສື່​ມວນ​ຊົນ ກ່ຽວ​ກັບ​ການ​ປ້ອງ​ກັນ​ອາດ­ຊະ­ຍາ​ກຳ​ທາງ​ສັດ­ປ່າ​ຂຶ້ນ​ວັນ​ທີ 6-7 ສິງ­ຫາ 2020 ທີ່​ສຳ­ນັກ­ງານ​ໜັງ­ສື­ພິມ​ວຽງ​ຈັນ​ທາຍ ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ກຽດ​ເຂົ້າ​ຮ່ວມ​ເປີດ​ໂດຍ​ທ່ານ ສະ­ຫວັນ​ຄອນ ຣາ​ຊ​ມຸນ​ຕຣີ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ປະ­ທານ​ສະ­ມາ­ຄົມ​ນັກ​ຂ່າວ ແຫ່ງ ສປປ ລາວ ມີ​ບັນ­ດາ​ຫົວ­ໜ້າ​ກົມ ຕາງ­ໜ້າ​ສຳ­ນັກ​ສື່ ອົງ­ການ​ກ່ຽວ­ຂ້ອງ ແລະ ສື່​ມວນ​ຊົນ​ເຂົ້າ​ຮ່ວມ.

ການ​ຈັດ​ສຳ​ມະ​ນາ​ຄັ້ງ ເປັນ​ໜຶ່ງ​ໃນ​ກິດ­ຈະ­ກຳ​ເພື່ອ​ສະ­ເຫຼີມ­ສະ­ຫຼອງ​ວັນ​ສ້າງ­ຕັ້ງ​ສື່​ມວນ​ຊົນ​ລາວ ແລະ ການ​ພິມ​ຈຳ­ໜ່າຍ ຄົບ­ຮອບ 70 ປີ ວັນ​ອະ­ນຸ​ຮັກ​ສັດ​ນ້ຳ-ສັດ­ປ່າ​ແຫ່ງ​ຊາດ 13 ກໍ­ລະ­ກົດ ແລະ ວັນ​ສຳ­ຄັນ​ຕ່າງໆ​ຂອງ​ພັກ ຂອງ​ຊາດ ແລະ ເພື່ອ​ສ້າງ​ໂອ­ກາດ​ໃຫ້​ສຳ​ມະ​ນາ​ກອນ​ໄດ້​ຮຽນ​ຮູ້ ແລກ­ປ່ຽນ​ປະ­ສົບ​ການ ກໍ​ຄື​ການ​ຍົກ​ລະ­ດັບ​ຄວາມ​ອາດ​ສາ­ມາດ​ໃນ​ການ​ລາຍ​ງານ​ຂ່າວ ແລະ ໂຄ­ສະ­ນາ​ວຽກ​ງານ​ອະ­ນຸ​ຮັກ​ສັດ­ປ່າ​ຢູ່​ລາວ ເຊິ່ງ​ການ​ຈັດ​ສຳ​ມະ​ນາ​ຄັ້ງ​ນີ້ ມີ​ສຳ​ມະ​ນາ​ກອນ​ເຂົ້າ​ຮ່ວມ 20 ກວ່າ​ຄົນ ທີ່​ມາ​ຈາກ​ສື່​ຕ່າງໆ​ຢູ່​ສູນ​ກາງ ແລະ ທ້ອງ­ຖິ່ນ​ຈຳ­ນວນ​ໜຶ່ງ ໂດຍ​ໄດ້​ເຊື້ອ​ເຊີນ​ເອົາ​ຊ່ຽວ­ຊານ​ຈາກ​ກົມ​ປ່າ­ໄມ້ ນັກ​ອະ­ນຸ​ຮັກ​ສັດ­ປ່າ​ປະ­ຈຳ​ພາກ​ສະ­ໜາມ ແລະ ວິ­ຊາ​ການ​ສື່​ມວນ​ຊົນ ມາ​ເປັນ​ວິ​ພະ­ຍາ­ກອນ.

ເອ­ກະ­ສານ​ທີ່​ນຳ​ມາ​ສະ­ເໜີ​ຄັ້ງ​ນີ້ ປະ­ກອບ​ມີ ການ​ພັດ­ທະ­ນາ​ສື່​ມວນ​ຊົນ​ລາວ ບົດ­ບາດ​ໜ້າ­ທີ່ ແລະ ຄຸນ­ຄ່າ​ຂອງ​ນັກ​ຂ່າວ​ລາວ ກົດ­ໝາຍ ກົດ​ລະ­ບຽບ ຄຳ​ສັ່ງ ແລະ ນະ­ໂຍ­ບາຍ​ຂອງ​ລັດ­ຖະ­ບານ ກ່ຽວ​ກັບ​ການ​ປົກ​ປັກ​ຮັກ­ສາ​ສັດ­ປ່າ ສົນ­ທະ­ນາ​ຂໍ້​ສະ­ດວກ ຂໍ້​ຫຍຸ້ງ­ຍາກ ໃນ​ການ​ລາຍ​ງານ​ຂ່າວ​ວຽກ​ງານ​ປ້ອງ​ກັນ​ອາດ­ຊະ­ຍາ​ກຳ​ທາງ​ສັດ­ປ່າ ເຕັກ­ນິກ ແລະ ທັກ​ສະ​ໃນ​ການ​ຊອກ​ຫົວ­ຂໍ້​ຂ່າວ ປະ­ເດັນ​ຂ່າວ ແລະ ຄົ້ນ​ຫາ​ຂໍ້​ມູນ ວຽກ​ງານ​ອະ­ນຸ​ຮັກ​ສັດ­ປ່າ ແລະ ການ​ບັງ­ຄັບ​ໃຊ້​ກົດ­ໝາຍ ແລະ ສິ່ງ​ທ້າ​ທາຍ​ຂອງ​ເຈົ້າ​ໜ້າ­ທີ່​ອຸ­ທິ­ຍານ​ແຫ່ງ​ຊາດ​ນ້ຳ​ແອດ​ພູ​ເລີຍ ການ​ຄ້າ­ຂາຍ​ສັດ­ປ່າ​ຜິດ​ກົດ­ໝາຍ ການ​ຊ່ວຍ­ເຫຼືອ ແລະ ການ​ບຳ­ບັດ​ສັດ­ປ່າ​ໃນ​ລາວ ແລະ ອື່ນໆ.

error: Content is protected !!