ສະຫາຍ ຈັນ​ສີ ​ໂພ​ສີຄຳ ລົງເຄື່ອນໄຫວເຮັດວຽກຢູ່ແຂວງໄຊຍະບູລີ

    ໃນລະຫວ່າງວັນທີ 18-20 ມີນາ 2020 ສະຫາຍ ຈັນສີ ໂພສີຄໍາ ກໍາມະການກົມການເມືອງສູນ ກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງໄຊຍະບູລີ ຊຸກຍູ້-ຊີ້ນຳວຽກງານຈັດຕັ້ງ ກໍ່ສ້າງພັກ-ພະນັກງານຢູ່ເມືອງທົ່ງມີໄຊ ເມືອງໄຊສະຖານ ແລະ ເຂົ້າຮ່ວມມີຄຳເຫັນໂອ້ລົມຕໍ່ກອງປະຊຸມສະຫຼຸບຖອດຖອນບົດຮຽນການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງ ຄະນະພັກເມືອງທົ່ວແຂວງໄຊຍະບູລີ ໂດຍໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຈາກທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍຄະນະ.

    ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ ສະຫາຍ ຈັນສີ ໂພສີຄໍາ ໄດ້ຮັບຟັງການສະຫຼຸບລາຍງານຂອງສະຫາຍ ດວງຕາ ໄຊວຸດ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງໄຊຍະບູລີ ກ່ຽວກັບຜົນການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງທົ່ວແຂວງໄຊຍະບູລີ ເຖິງບາດກ້າວຂັ້ນຕອນການກະກຽມ ໄປເຖິງບາດກ້າວການດຳເນີນກອງປະຊຸມຈົນປະສົບຜົນສຳເລັດ ໂດຍສະຫຼຸບລວມເຫັນໄດ້ວ່າ ຜ່ານການດຳເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ 11 ເມືອງ ທົ່ວແຂວງໄດ້ຄະນະບໍລິຫານງານ ພັກເມືອງຊຸດໃໝ່ທັງໝົດ 277 ສະຫາຍ ຍິງ 48 ສະຫາຍ ທຽບໃສ່ສະໄໝຜ່ານມາຄະນະບໍລິຫານງານພັກເມືອງເພີ່ມຂຶ້ນ 20 ສະຫາຍ ຍິງ 13 ສະຫາຍ ໂຄງປະກອບມີ 3 ລຸ້ນ ຄື: 56-60 ປີ ມີ 32 ສະຫາຍ ອາຍຸ 46-55 ປີ ມີ 137 ສະຫາຍ ອາຍຸຕໍ່ກວ່າ 45 ປີ ມີ 108 ສະຫາຍ ເປັນເລຂາໜ່ວຍພັກຮາກຖານບ້ານ 25 ສະຫາຍ ຍິງ 4 ສະຫາຍ ຖ້າທຽບໃສ່ແຜນກຳນົດພະນັກງານນຳພາ-ຄຸ້ມຄອງທີ່ໄດ້ຮັບຮອງໄວ້ ປະຕິບັດໄດ້ 95%.

    ພ້ອມນີ້ກໍໄດ້ຮັບຟັງການປະກອບຄຳເຫັນຈາກບັນດາສະຫາຍເລຂາຄະນະບໍລິຫານງານພັກເມືອງ 11 ເມືອງ ຄໍາເຫັນຈາກຜູ້ຕາງໜ້າອະນຸກໍາມະການເນື້ອໃນ ອະນຸກໍາມະການຂະບວນການ ອະນຸກຳມະການບຸກຄະລາກອນ ແລະ ຄຳເຫັນຜູ້ແທນເຂົ້າຮ່ວມກອງປະຊຸມຄັ້ງນີ້ຢ່າງມີບັນຍາກາດທີ່ສ້າງສັນ ແລະ ມີເນື້ອໃນອຸດົມສົມບູນ.

    ໃນຕອນທ້າຍຂອງກອງປະຊຸມ ຜູ້ແທນໄດ້ຮັບຟັງຄຳເຫັນໂອ້ລົມຈາກສະຫາຍ ຈັນສີ ໂພສີຄຳ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ອົງຄະນະພັກເມືອງທົ່ວແຂວງໄຊຍະບູລີ ແລະ ໄດ້ເນັ້ນໜັກໃຫ້ຄະນະ​ພັກ​ຊຸດໃໝ່ແຕ່ລະ​ຂັ້ນ​ເພີ່ມທະວີ​ເອົາ​​ໃຈ​ໃສ່​​ສຶກສາ​ອົບຮົມ​ນໍາພາ​ແນວ​ຄິດ​ສະມາ​ຊິກ​ພັກ-ພະນັກງານ ແລະ ປະຊາຊົນບັນດາເຜົ່າ​ທີ່​ຂຶ້ນ​ກັບ​ຄວາມ​ຮັບຜິດຊອບ​ຂອງ​ຕົນ ​ຕໍ່ສິ່ງທ້າທາຍຕ່າງໆໃຫ້​ສູງ​ຂຶ້ນ​ກວ່າ​​ເກົ່າ ສາມາດເຕົ້າໂຮມໄດ້ຄວາມສາມັກຄີເປັນປຶກແຜ່ນ ສຸມ​ໃສ່​​ປັບປຸງ​ກໍ່ສ້າງ​ຮາກ​ຖານ​ພັກ​​ໃຫ້​ປອດໃສ ​ເຂັ້ມ​ແຂງ ໜັ​ກ​ແໜ້ນ ສາມາດ​ເປັນ​ແກນ​ນໍາ​ໃນ​ລະບົບ​ການ​ເມື​ອງຢູ່​ຂັ້ນ​ຮາກ​ຖານ ​ເປັນຫຼັກ​ແຫຼ່ງ​ໃນ​ການ​ນໍາພາ​​ພັດທະນາເສດຖະກິດ-ສັງຄົມໃນຂອບເຂດສິດຂອງຕົນ ຄະນະບໍລິຫານງານພັກເມືອງຊຸດໃໝ່ໃຫ້ຮີບຮ້ອນດຳເນີນກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຕົນ ເພື່ອ​ແບ່ງ​ວຽກ​ແບ່ງ​ຄວາມ​ຮັບຜິດຊອບ​ໃຫ້​ບຸກຄົນ​ໃນ​ຄະນະ​ຢ່າງ​ຈະ​ແຈ້ງ ວາງແຜນງານ-ໂຄງການຕະຫຼອດໄລຍະສະໄໝຂອງຕົນ ຮັບຮອງເອົາແຜນດຳເນີນງານ ປະຕິບັດ​ລະບອບ​ເຮັດ​ວຽກຕາມ​ແຜນການ​​ທີ່​ວາງ​ໄວ້ ເສີມ​ຂະຫຍາຍ​ແບບ​ແຜ​ນ​ເຮັດ​ວຽກຕິດ​ແທດ​ກັບ​ຮາກ​ຖານ​ຕົວ​ຈິງ ຕິດ​ແທດ​ກັບ​ມະຫາຊົນ​ ​ແລະ ສ້າງໃຫ້ໄດ້ບຸກຄະລາກອນທີ່ມີຄຸນນະພາບ ກໍຄືພະນັກງານຮຸ່ນສືບທອດປ່ຽນແທນທີ່ດີ ຄົບມາດຖານເງື່ອນໄຂ ໃຫ້ແກ່ການກະກຽມດຳເນີນກອງປະຊຸມໃຫຍ່ຄັ້ງຕໍ່ໄປ ຈັດຕັ້ງເຜີຍແຜ່-ເຊື່ອມຊຶມມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງຂອງຕົນໃຫ້ປະຊາຊົນ ແລະ ສະມາຊິກພັກ-ພະນັກງານທົ່ວເມືອງໄດ້ຮັບຮູ້ເຂົ້າໃຈ ມີຄວາມເປັນເອກະພາບ ພ້ອມກັນຈັດຕັ້ງປະຕິບັດ, ບັນຫາສໍາຄັນແມ່ນຄະນະພັກແຕ່ລະຂັ້ນຕ້ອງເປັນເຈົ້າການສູງໃນການຊີ້ນໍາ-ນໍາພາ ຈັດຕັ້ງປະຕິບັດ ເຊື່ອມຊຶມ ແລະ ຜັນຂະຫຍາຍວຽກງານດັ່ງກ່າວໃຫ້ປາກົດເປັນຈິງ ສາມາດບັນລຸຜົນສຳເລັດໄດ້ຕາມຄາດໝາຍທີ່ວາງໄວ້.

ໂດຍ: ຄອນຄໍາ ໂສລັດຕະນະວົງ

error: Content is protected !!