ຫັນມາປູກຕົ້ນໄມ້ທົດແທນ ຫຼຸດຜ່ອນອຸທົກກະໄພ

ໃນ​ໄລ­ຍະ​ຜ່ານ​ມາ ສປປ ລາວ ເຮົາ​ໄດ້​ປະ​ເຊີນ​ກັບ​ເຫດ­ການ​ນ້ຳ​ປ່າ​ໄຫຼ­ຊຸ​ກໍ່­ໃຫ້­ເກີດ​ນ້ຳ​ຖ້ວມ ແລະ ຄວາມ​ເສຍ​ຫາຍ​ຕາມ​ມາ​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ ເພື່ອ​ປ້ອງ​ກັນ ແລະ ແກ້​ໄຂ​ບັນ­ຫາ​ດັ່ງ­ກ່າວ​ມື້­ນີ້​ຄໍ​ລຳ​ສິ່ງ­ແວ­ດລ້ອມ​ຂອງ​ພວກ​ເຮົາ​ຈະ​ມາ​ນຳ ສາ­ເຫດ ວີ​ທີ​ການ​ປ້ອງ​ກັນ ແລະ ແກ້​ໄຂ​ບັນ­ຫາ​ດັ່ງ­ກ່າວ.

ສຳ­ລັບ​ວິ­ທີ​ປ້ອງ​ກັນ ແລະ ແກ້​ໄຂ​ຈາກ​ສາ­ເຫດ​ນ້ຳ​ຖ້ວມ​ອັ່ງ​ຂັງ​ໃນ​ຕົວ​ເມືອງ​ນັ້ນ ຕ້ອງ​ວາງ​ຜັງ­ເມືອງ​ໃຫ້​ເໝາະ​ສົມ ຮັກ­ສາ​ລະ­ບົບ​ລະ­ບາຍ​ນ້ຳ​ຕາມ​ທຳ​ມະ​ຊາດ​ເພື່ອ​ໃຊ້​ລະ­ບາຍ​ນ້ຳ ແຕ່​ຖ້າ​ມີ​ຄວາມ​ຈຳ­ເປັນ​ຕ້ອງ​ພັດ­ທະ­ນາ​ເຂດ​ທີ່​ເປັນ​ບ່ອນ​ລະ­ບາຍ​ນ້ຳ​ທຳ​ມະ​ຊາດ ​ຈະ​ຕ້ອງ​ໄດ້​ກໍ່­ສ້າງ​ລະ­ບົບ​ລະ­ບາຍ​ນ້ຳ​ທົດ​ແທນ ພ້ອມ​ນັ້ນ ການ​ກໍ່­ສ້າງ​ທາງ​ຈະ​ຕ້ອງ​ວາງ​ລະ­ບົບ​ການ​ລະ­ບາຍ​ນ້ຳ ເຊັ່ນ: ຕ້ອງ​ວາງ​ທໍ່​ລະ­ບາຍ​ນ້ຳ​ໃຫ້​ເໝາະ​ສົມ​ກັບ​ຕຳ­ແໜ່ງ​ທີ່​ຕັ້ງ​ຈຳ­ນວນ ຂະ­ໜາດ ແລະ ເຂດ​ໃດ​ມີ​ສະ­ພາບ​ດິນ​ເຈື່ອນ​ບໍ່​ຄວນ​ດູດ​ນ້ຳ​ໃຕ້​ດິນ​ນຳ​ມາ​ໃຊ້​ໂດຍ​ບໍ່​ມີ​ການ​ຄຸ້ມ​ຄອງ ຕ້ອງ​ມີ​ການ​ປ້ອງ​ກັນ​ການ​ເຊາະ​ເຈື່ອນ​ຂອງ​ໜ້າ­ດິນ​ດ້ວຍ​ວິ­ທີ​ການ​ທີ່​ເໝາະ​ສົມ ເຊັ່ນ: ປູກ​ຫຍ້າ​ຄາ ແລະ ພືດ​ປົກ​ຫຸ້ມ ແລະ ວິ­ທີ​ການ​ອື່ນໆ.

ສ່ວນ​ການ​ເກີດ​ນ້ຳ​ປ່າ​ໄຫຼ­ຊຸ​ບໍ­ລິ­ເວນ​ພູ​ສູງ ນັ້ນ​ແມ່ນ​ເກີດ​ຈາກ​ການ​ຕັດ​ໄມ້​ທຳ­ລາຍ​ປ່າ​ເຮັດ​ໃຫ້​ບໍ່​ມີ​ພືດ ແລະ ຕົ້ນ­ໄມ້​ປົກ​ຫຸ້ມ​ດິນ​ທີ່​ຈະ​ຊ່ວຍ​ດູດ​ຊືມ​ຮັບ​ນ້ຳ​ຝົນ​ເອົາ​ໄວ້ ແລະ ຊ່ວຍ​ປົກ​ຫຸ້ມ​ຢຶດ​ຜິວ​ດິນ ຖ້າ​ປະ­ລິ­ມານ​ນ້ຳ​ຝົນ​ໃນ​ເຂດ​ດັ່ງ­ກ່າວ​ມີ​ຫຼາຍ ​ຈົນ​ເຮັດ​ໃຫ້​ປະ­ລິ­ມານ​ນ້ຳ​ຜິວ​ດິນ​ທີ່​ລະ­ບາຍ​ອອກ​ຈາກ​ເຂດ​ດັ່ງ­ກ່າວ ​ກໍ່­ໃຫ້­ເກີດ​ນ້ຳ​ໄຫຼ­ຊຸ ນ້ຳ​ຈະ​ພັດ​ເອົາ​ຕົ້ນ­ໄມ້ ກິ່ງ​ໄມ້ ຕະ​ກອນ ດິນ­ຊາຍ ແລະ ຫີນ​ອອກ​ຈາກ​ໜ້າ­ດິນ ​ກໍ່­ໃຫ້­ເກີດ​ຄວາມ​ເສຍ​ຫາຍ​ແກ່​ບໍ­ລິ­ເວນ​ເຂດ​ທ້າຍ​ນ້ຳ​ຢ່າງ​ຫຼວງ­ຫຼາຍ ເຊິ່ງ​ໄພ­ພິ­ບັດ​ຈາກ​ນ້ຳ​ປ່າ​ໄຫຼ­ຊຸ​ແມ່ນ​ມີ​ຄວາມ​ຮຸນ​ແຮງ ແລະ ຈຳ­ເປັນ​ຕ້ອງ​ໃຊ້​ເວ­ລາ​ໃນ​ການ​ແກ້​ໄຂ​ຈົນ​ກວ່າ​ເນື້ອ­ທີ່​ດັ່ງ­ກ່າວ​ຈະ​ກັບ​ຄືນ​ສະ­ພາບ​ປົກ­ກະ­ຕິ​ໄດ້.

ສຳ­ລັບ​ວິ­ທີ​ທາງ​ໃນ​ການ​ປ້ອງ​ກັນ ແລະ ແກ້​ໄຂ​ສາ­ເຫດ​ນັ້ນ​ນອກ­ຈາກ​ຕັດ​ໄມ້​ທຳ­ລາຍ​ປ່າ​ແລ້ວ ​ຕ້ອງ​ເລັ່ງ​ປູກ​ຕົ້ນ­ໄມ້​ທົດ​ແທນ​ສ່ວນ​ທີ່​ເສຍ​ຫາຍ ແລະ ຖືກ​ທຳ­ລາຍ ສ້າງ​ລະ­ບົບ​ປ້ອງ​ກັນ​ການ​ເຊາະ​ເຈື່ອນ​ຂອງ​ດິນ​ໃນ​ເຂດ​ສັນ­ພູ ສ້າງ​ແຫຼ່ງ​ນ້ຳ​ຂະ­ໜາດ​ຕ່າງໆ ເຊັ່ນ: ສ້າງ​ຝາຍ ແລະ ຫ້ວຍ ຂະ­ໜາດ​ກາງ ແລະ ໃຫຍ່​ເພື່ອ​ຮອງ​ຮັບ​ນ້ຳ ແລະ ກໍ​ຄ່ອຍໆ​ປ່ອຍ​ນ້ຳ​ລົງ​ເພື່ອ​ຫຼີກ​ລ່ຽງ​ການ​ກໍ່­ໃຫ້­ເກີດ​ນ້ຳ​ຖ້ວມ ແລະ ຍັງ​ສາ­ມາດ​ເກັບ​ຮອງ​ຮັບ​ນ້ຳ​ໄວ້​ໃຊ້​ໃນ​ໄລ­ຍະ​ລະ­ດູ­ແລ້ງ.

ສ່ວນ​ນ້ຳ​ລົ້ນ​ຝັ່ງ​ຢູ່​ແມ່­ນ້ຳ​ຕ່າງໆ ເນື່ອງ​ຈາກ​ປະ­ລິ­ມານ ແລະ ອັດ­ຕາ​ນ້ຳ​ໄຫຼ​ມາ​ຈາກ​ຕົ້ນ​ນ້ຳ​ມີ​ຫຼາຍ​ເກີນ​ຄວາມ​ສາ­ມາດ​ຂອງ​ແມ່­ນ້ຳ​ທີ່​ຈະ​ຮັບ​ນ້ຳ​ໄດ້ ແມ່­ນ້ຳ ຫຼື ຫ້ວຍ ໜອງ​ຄອງ​ບຶງ​ມີ​ຂະ­ໜາດ​ນ້ອຍ ແລະ ຕື້ນ ມີ​ສິ່ງ​ກີດ­ຂວາງ ເຊັ່ນ: ມີ​ຜັກ​ຕົບ​ຈຳ­ນວນ​ຫຼາຍ​ປິດ​ກັ້ນ​ການ​ໄຫຼ​ຂອງ​ນ້ຳ ແລະ ການ​ມີ​ລະ­ບົບ​ຄວບ​ຄຸມ​ໃນ​ແມ່­ນ້ຳ ເຊັ່ນ: ເຂື່ອນ ອ່າງ­ເກັບ­ນ້ຳ ຝາຍ ຫຼື ປະ­ຕູ​ລະ­ບາຍ​ນ້ຳ ຕາມ​ປົກ­ກະ­ຕິ​ແລ້ວ​ລະ­ບົບ​ຄວບ​ຄຸມ​ດັ່ງ­ກ່າວ​ຈະ​ເປັນ​ສິ່ງ​ທີ່​ຊ່ວຍ​ປ້ອງ​ກັນ ແລະ ຫຼຸດ​ຄວາມ​ຮຸນ​ແຮງ​ຂອງ​ໄພ­ພິ­ບັດ ແຕ່​ຖ້າ​ມີ​ການ​ອອກ​ແບບ​ກໍ່­ສ້າງ​ບໍ່​ເໝາະ​ສົມ ຫຼື ມີ​ການ​ບໍ­ລິ­ຫານ​ຈັດ­ການ​ນ້ຳ​ບໍ່​ດີ ກໍ​ຈະ​ເປັນ​ສາ­ເຫດ​ໃຫ້​ເກີດ​ໄພ­ພິ­ບັດ​ໄດ້ ເຊັ່ນ: ຖ້າ​ເປັນ​ຮ່ອງ­ນ້ຳ ຫຼື​ແມ່­ນ້ຳ​ທີ່​ມີ​ຂະ­ໜາດ​ນ້ອຍ ແລະ ປະ­ລິ­ມານ​ຂອງ​ນ້ຳ​ໄຫຼ​ລົ້ນ​ຝັ່ງ​ກໍ​ຈະ​ບໍ່​ສ້າງ​ຄວາມ​ເສຍ​ຫາຍ​ຫຼາຍ ແຕ່​ຖ້າ​ເປັນ​ແມ່­ນ້ຳ​ຂະ­ໜາດ​ໃຫຍ່​ ທີ່​ປາ­ສະ­ຈາກ​ລະ­ບົບ​ຄວບ​ຄຸມ​ຈະ​ກໍ່­ໃຫ້­ເກີດ​ຄວາມ​ເສຍ​ຫາຍ​ເປັນ​ວົງ​ກວ້າງ.

error: Content is protected !!