ຣັດເຊຍສະໜອງທຶນ ເພື່ອສ້າງຄວາມເຂັ້ມແຂງໃຫ້ຊາວໜຸ່ມ

ວັນ​ທີ 7 ສິງ­ຫາ 2020 ທີ່​ອົງ­ການ​ສະ­ຫະ​ປະ­ຊາ​ຊາດ​ເພື່ອ​ການ​ພັດ­ທະ­ນາ (UNDP) ປະ­ຈຳ​ລາວ ໄດ້​ຈັດ​ພິ­ທີ ໂຄງ­ການ​ເສີມ​ຂະ­ຫຍາຍ​ໂອ­ກາດ​ທາງ​ດ້ານ​ສັງ­ຄົມ ແລະ ເສດ­ຖະ­ກິດ​ໃຫ້​ກັບ​ຊາວ​ໜຸ່ມ​ລາວ ໂດຍ​ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ​ດ້ານ​ການ​ເງິນ​ຈາກ​ກອງ​ທຶນ​ປະ­ເທດ​ຣັດ​ເຊຍ 1,5 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 13,58 ຕື້​ກີບ ໂດຍ​ການ​ຮ່ວມ​ມື​ກັບ​ບັນ­ດາ​ຄູ່​ຮ່ວມ​ງານ​ຫຼາຍ​ຝ່າຍ​ຄື: ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ສູນ​ກາງ​ຊາວ​ໜຸມ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ ແລະ ສະ­ຫະ­ພັນ​ແມ່­ຍິງ​ລາວ ເພື່ອ​ສ້າງ​ສະ­ພາບ​ແວດ​ລ້ອມ​ທີ່​ອຳ­ນວຍ​ໃຫ້​ຊາວ​ໜຸ່ມ​ຮູ້​ເຖິງ​ທ່າ­ແຮງ​ຂອງ​ເຂົາ­ເຈົ້າ ແລະ ປະ­ຕິ­ບັດ​ພາ­ລະ​ບົດ­ບາດ​ທີ່​ສຳ­ຄັນ ແລະ ສຳ­ເລັດ​ຜົນ​ທາງ​ເສດ­ຖະ­ກິດ-ສັງ­ຄົມ ພາຍ​ໃຕ້​ກອບ​ນະ­ໂຍ­ບາຍ​ຂອງ​ຊາວ​ໜຸ່ມ​ທົ່ວ​ປະ­ເທດ ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ຊາວ​ໜຸ່ມ​ໃນ​ລາວ​ທາງ​ດ້ານ​ເສດ­ຖະ­ກິດ-ສັງ­ຄົມ ເນື່ອງ​ຈາກ​ຊາວ​ໜຸ່ມ​ເປັນ​ຕົວ​ແທນ​ຂອງ​ການ​ປ່ຽນ­ແປງ ໂດຍ​ການ​ກຳ­ນົດ ແລະ ປົກ​ປ້ອງ​ຄວາມ​ຕ້ອງ­ການ ຄວາມ​ສົນ­ໃຈ​ຂອງ​ພວກ​ເຂົາ ໂດຍ​ການ​ສ້າງ​ການ​ພັດ­ທະ­ນາ​ທາງ​ບວກ​ໃນ​ປະ­ເທດ.

ບັນ­ດາ​ແຂວງ​ເປົ້າ​ໝາຍ​ທີ່​ໄດ້​ຮັບ​ຜົນ​ປະ­ໂຫຍດ​ຈາກ​ການ​ຊ່ວຍ­ເຫຼືອ​ນີ້ ມີ​ແຂວງ​ຄຳ​ມ່ວນ ແລະ ແຂວງ​ຫົວ­ພັນ ຕົວ​ແບບ​ສູນ​ເຝິກ​ວີ​ຊາ​ຊີບ​ຊາວ​ໜຸ່ມ ຈະ​ໄດ້​ຮັບ​ການ​ສ້າງ­ຕັ້ງ​ຂຶ້ນ​ໃນ​ແຂວງ​ຄຳ​ມ່ວນ ໂດຍ​ສຸມ​ໃສ່​ຂະ­ແໜງ​ກະ­ສິ­ກຳ ເພື່ອ​ສ້າງ​ຄວາມ​ເຂັ້ມ­ແຂງ​ດ້ານ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ຊົນ­ນະ­ບົດ ແລະ ກະ­ສິ­ກຳ​ໃຫ້​ກັບ​ຊາວ​ໜຸ່ມ​ທີ່​ຍັງ​ຂາດ​ໂອ­ກາດ ເພີ່ມ​ໂອ­ກາດ​ທາງ​ທຸ­ລະ​ກິດ ແລະ ທັກ​ສະ­ການ​ພັດ­ທະ­ນາ​ທຸ­ລະ​ກິດ​ຂະ­ໜາດ​ນ້ອຍ (SME) ສຳ­ລັບ​ນັກ­ທຸ­ລະ­ກິດ​ຍິງ​ໜຸ່ມ ແຂວງ​ຫົວ­ພັນ​ສ້າງ​ເວ­ທີ​ທາງ​ສັງ­ຄົມ​ທີ່​ຈະ​ຖືກ​ສ້າງ­ຕັ້ງ​ຂຶ້ນ 2 ແຂວງ​ນີ້ ເພື່ອ​ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້­ການ​ມີ​ສ່ວນ​ຮ່ວມ​ຂອງ​ຊາວ​ຫນຸ່ມ ໂດຍ​ສຸມ​ໃສ່​ເປັນ​ພິ­ເສດ​ຕໍ່​ປະ­ຊາ­ກອນ​ໃນ​ຊົນ­ນະ­ບົດ ແລະ ຊົນ­ເຜົ່າ ໃນ​ຂະ​ບວນ​ການ​ຕັດ­ສິນ​ໃຈ​ຕ່າງໆ​ໂດຍ​ຜ່ານ​ວິ­ທະ­ຍຸ​ຊຸມ​ຊົນ ທີ່​ນຳ­ພາ​ໂດຍ​ຊາວ​ໜຸ່ມ ແລະ ສິ່ງ​ທ້າ​ທາຍ​ດ້ານ​ນະ​ວັດ­ຕະ​ກຳ​ຂອງ​ຊາວ​ໜຸ່ມ​ທີ່​ຈະ​ໄດ້​ນຳ​ໃຊ້​ຫ້ອງ​ທົດ​ລອງ​ເພື່ອ​ເລັ່ງ​ການ​ພັດ­ທະ­ນາ​ຂອງ​ອົງ­ການ UNDP.

ທ່ານ ນາງ ຣິ​ຄາ​ດາ ຣິດ​ເຈີ ຜູ້­ຕາງ­ໜ້າ​ອົງ­ການ UNDP ໄດ້​ກ່າວ​ເຖິງ​ຄວາມ​ສຳ­ຄັນ​ຂອງ​ການ​ສະ­ໜັບ­ສະ­ໜູນ​ຊາວ​ໜຸ່ມ​ຢູ່​ລາວ ໃນ​ເວ­ລາ​ນີ້ ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ຢູ່​ທົ່ວ​ໂລກ ເຊິ່ງ​ມັນ​ມີ​ຜົນ​ສະ­ທ້ອນ​ໃສ່​ເສດ­ຖະ­ກິດ-ສັງ­ຄົມ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ໂດຍ​ສະ­ເພາະ​ຊາວ​ໜຸ່ມ​ມີ​ຄວາມ​ສ່ຽງ​ທີ່​ຈະ​ຖືກ​ລົບ​ກວນ​ຍ້ອນ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ລະ­ບາດ ແລະ ຫຼາຍ​ຄົນ​ມີ​ຄວາມ​ສ່ຽງ​ໄດ້​ຮັບ​ຜົນ​ກະ­ທົບ​ທາງ​ດ້ານ​ການ​ສຶກ​ສາ ການ​ວ່າ​ຈ້າງ​ງານ ສະ­ຫວັດ­ດີ​ການ ແລະ ການ​ມີ​ສ່ວນ​ຮ່ວມ​ໃນ​ສັງ­ຄົມ ເຊິ່ງ​ໄດ້​ສະ­ແດງ​ໃຫ້​ເຫັນ​ວ່າ​ໂຄງ­ການ​ພະ­ຍາ­ຍາມ​ແກ້​ໄຂ​ບັນ­ດາ​ສິ່ງ​ທ້າ​ທາຍ​ເຫຼົ່າ​ນີ້ ແລະ ຕັ້ງ­ໃຈ​ທີ່​ຈະ​ມີ​ສ່ວນ​ຮ່ວມ​ກັບ​ຊາວ​ໜຸ່ມ​ໃນ​ການ​ຂັບ​ເຄື່ອນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ໃນ​ຖາ­ນະ​ຜູ້​ປ່ຽນ­ແປງ​ຕົວ​ຂອງ​ເຂົາ­ເຈົ້າ​ເອງ.

ທ່ານ ວາ​ລາ​ດີ​ເມີ ຄາ​ລິ​ນີນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຣັດ​ເຊຍ​ປະ­ຈຳ​ລາວ ໄດ້​ສະ­ແດງ​ຄວາມ​ຊົມ­ເຊີຍ​ຕໍ່ UNDP ໃນ​ການ​ເປີດ​ໂຄງ­ການ​ຢ່າງ​ສຳ­ເລັດ​ຜົນ ພ້ອມ​ທັງ​ສະ­ເໜີ​ໃຫ້​ຊາວ​ໜຸ່ມ​ໄດ້​ຮັບ​ຂີດ​ຄວາມ​ສາ­ມາດ​ສູງ ໃນ​ການ​ຊຸກ­ຍູ້​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ໂຄງ­ການ​ນີ້ ຈະ​ສາ­ມາດ​ໃຫ້­ການ​ແຊກ​ແຊງ​ຢ່າງ​ທັນ​ການ ເພື່ອ​ສະ­ໜັບ­ສະ­ໜູນ​ຊາວ​ໜຸ່ມ​ຢູ່​ລາວ ແລະ ທ່ານ​ຍັງ​ໄດ້​ເນັ້ນ​ເຖິງ​ຄວາມ​ສຳ­ຄັນ​ຂອງ​ໂຄງ­ການ ທີ່​ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ​ຈາກ​ກອງ​ທຶນ​ປະ­ເທດ​ຣັດ​ເຊຍ ທີ່​ຈະ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ ການ​ສ້າງ­ຕັ້ງ​ສາຍ​ພົວ­ພັນ​ກັບ​ບັນ­ດາ​ຄູ່​ຮ່ວມ​ງານ ແລະ ການ​ແລກ­ປ່ຽນ​ຮຽນ​ຮູ້​ເຊິ່ງ​ກັນ ແລະ ກັນ.

error: Content is protected !!