ການແກ້ໄຂອາຊະຍາກຳ ແລະ ການຂັດແຍ່ງທາງອິນເຕີເນັດ

ເລື່ອງ​ທີ່​ສັນ​ຫາ​ມາ​ເລົ່າ​ປະ­ຈຳ​ບົດ​ນີ້ ລວມ​ມີ​ຂ່າວ​ການ​ປາບ​ປາມ​ກຸ່ມ​ອາ​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ​ທີ່ ບຣາ​ຊິນ ແລະ ເລື່ອງ​ສານ​ອິນ​ເຕີ​ເນັດ​ຢູ່ ສປ ຈີນ.

ທີ່​ບຣາ​ຊິນ: ຂ່າວ​ເດັ່ນ​ດັງ​ໜຶ່ງ​ຈາກ​ປະ­ເທດ ບຣາ​ຊິນ ໃນ​ພາກ​ພື້ນ​ອາ​ເມ​ຣິ​ກາ​ໃຕ້ ທີ່​ເກີດ​ຂຶ້ນ​ວ່າງ​ບໍ່​ດົນ​ມາ​ນີ້ ໄດ້­ແກ່​ຜົນ­ສຳ­ເລັດ​ໃນ​ການ​ເປີດ​ບັ້ນ​ເລີກ​ຮື້​ກຸ່ມ​ແກ້ງ​ອາ​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ​ທີ່​ເປັນ​ໂຕ​ການ​ສ້າງ​ຄວາມ​ລັງ​ກຽດ​ຄຽດ​ຊັງ​ພາຍ​ໃນ​ສັງ­ຄົມ ສົ່ງ­ເສີມ​ການ​ໃຊ້​ຄວາມ​ຮຸນ​ແຮງ ແລະ ການ​ຈຳ­ແນກ​ເພດ​ເຜົ່າ ບັ້ນ​ເລີກ​ຮື້​ທີ່​ມີ​ຊື່​ລະ­ຫັດ​ວ່າ “ບັ້ນ​ປະ­ຕິ­ບັດ​ງານ​ບຼາ​ວາ­ຕາ” (Operation Bravata) ນີ້ ໄດ້​ຮັບ​ການ​ຊີ້​ນຳ​ບັນ­ຊາ​ໂດຍ​ກົງ​ຈາກ​ກອງ​ບັນ­ຊາ​ການ​ຕຳ­ຫຼວດ​ແຫ່ງ​ຊາດ ແລະ ເປົ້າ​ໝາຍ​ບ່ອນ​ປະ­ຕິ­ບັດ​ງານ ລວມ​ມີ ນະ­ຄອນ​ຣີ​ໂອ ເດ​ຈານ​ເນ​ໂຣ ຊາວ​ປາວ​ໂລ ເຣ​ຊີ​ເຟ ກູ​ຣີ​ຕິ​ບາ ຊານ​ຕາ​ມາ​ເຣ່ຍ ແລະ ວິ­ລາ ເວນ​ຮາ ເຊິ່ງ​ລ້ວນ​ແຕ່​ເປັນ​ນະ­ຄອນ ແລະ ຕົວ​ເມືອງ​ໃຫຍ່ໆ​ຂອງ​ປະ­ເທດ ທັງ​ເປັນ​ສູນ​ກາງ​ການ­ເຄື່ອນ­ໄຫວ​ກໍ່­ກວນ​ຂອງ​ກຸ່ມ​ແກ້ງ​ອາ​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ ຈຸດ­ປະ­ສົງ​ຕົ້ນ­ຕໍ​ຂອງ Operation Bravata ແມ່ນ​ເພື່ອ​ກຳ­ຈັດ​ກຸ່ມ​ແກ້ງ​ທີ່​ເຜີຍ­ແຜ່​ຂໍ້­ຄວາມ ຮູບ​ພາບ ແລະ ເຄື່ອງ­ໝາຍ​ຜ່ານ​ລະ­ບົບ​ອິນ​ເຕີ​ເນັດ ເພື່ອ​ສ້າງ​ຄວາມ​ລັງ​ກຽດ ຄຽດ​ຊັງ​ໃນ​ສັງ­ຄົມ ການ​ນາບ​ຂູ່ ການ​ຍຸ­ຍົງ​ໃຫ້​ໃຊ້​ຄວາມ​ຮຸ່ນ​ແຮງ​ແບບ​ກໍ່​ການ​ຮ້າຍ ບັ້ນ​ເລີກ​ຮື້​ຄັ້ງ​ນີ້​ສາ­ມາດ​ຈັບ​ກຸມ​ທ້າວ ຊິນ​ເວ​ຣາ ເມ​ໂຢ ຫົວ​ໂປ່​ໂຕ​ການ​ຂອງ​ເຄືອ​ຄ່າຍ​ອາ​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ ແລະ ສື່​ສັງ­ຄົມ​ອອນ​ລາຍ ບວກ​ກັບ​ຜູ້​ຮ່ວມ​ມື​ລະ­ດັບ​ແຖວ​ໜ້າ​ຂອງ​ເຂົາ​ອີກ 6 ຄົນ ທ່ານ ມາກ​ກົດ​ໂຈ​ເຊ ເກຼ ຫົວ­ໜ້າ​ຄະ­ນະ​ຜູ້​ພິ­ພາກ­ສາ​ຂອງ​ບຣາ​ຊິນ ມີ​ຄຳ​ເຫັນ​ວ່າ: ອາ​ຊະ​ຍາ​ກຳ​ທາງ​ສື່​ສັງ­ຄົມ​ອອນ​ລາຍ​ນີ້ ແມ່ນ​ການ​ກະ­ທຳ​ທີ່​ເປັນ​ການ​ກໍ່­ກວນ​ຄວາມ​ສະ­ຫງົບ ລ່ວງ​ລະ­ເມີດ​ສິດ­ທິ​ມະ­ນຸດ​ໃນ​ຫຼາຍ​ຮູບ​ແບບ ແລະ ຫຼາຍ​ລະ­ດັບ ຂ່າວ​ບອກ​ວ່າ ທ້າວ ຊິນ​ເວ​ຣາ ເມ​ໂຢ ຫົວ​ໂປ່​ໃຫຍ່​ຄົນ​ນີ້​ເຄີຍ​ຖືກ​ຈັບ​ກຸມ​ໃນ​ຄະ­ດີ​ແບບ​ນີ້​ມາ​ແລ້ວ​ໃນ​ປີ 2012 ເຂົາ​ເປັນ​ສະ­ມາ­ຊິກ​ກຸ່ມ​ອາ​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ​ທີ່​ມີ​ຊື່­ວ່າ “ອອມ​ເບຼັດ ຊານ​ໂຕ​ສ” (ກຸ່ມ​ຊາຍ​ຜູ້​ສັກ­ສິດ) ທີ່​ນຳ​ໃຊ້​ເຄື່ອງ­ມື​ສື່​ສັງ­ຄົມ​ເຜີຍ­ແຜ່​ເນື້ອ​ໃນ​ລັງ​ກຽດ​ເຊື້ອ​ຊາດ​ເຜົ່າ​ພັນ ເນື້ອ​ໃນ​ຜະ­ເດັດ­ການ​ແບບ​ພວກ​ນາ​ຊີ ຍຸ­ຍົງ​ໃຫ້​ມີ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕ້ານ​ພົນ­ລະ­ເມືອງ​ຜິວ​ດຳ ພວກ​ຮັກ​ຮ່ວມ​ເພດ ແລະ ແມ່­ຍິງ ອັນ­ຕະ­ລາຍ​ໄປ​ກວ່າ​ນັ້ນ ກຸ່ມ​ອອມ​ເບຼັດ ຊານ​ໂຕ​ສ ຍັງ​ໄດ້​ປຸກ­ລະ­ດົມ​ໃຫ້​ກໍ່​ຄະ­ດີ​ຂົ່ມ­ຂືນ ແລະ ຄາ­ຕະ­ກຳ​ອີກ​ດ້ວຍ.

ທີ່ ສປ ຈີນ: ໄປ​ພ້ອມໆ​ກັບ​ຄວາມ​ກ້າວ­ໜ້າ​ທັນ​ສະ­ໄໝ​ແບບ​ກະ­ໂດດ​ຂັ້ນ​ຂອງ​ຍຸກ​ດິ​ຈີ​ຕອນ ທີ່ ສປ ຈີນ ທາງ​ການ​ຂອງ​ປະ­ເທດ​ນີ້​ກໍ​ໄດ້​ລິ​ເລີ່ມ​ສ້າງ​ສານ​ຕັດ­ສິນ​ຄະ­ດີ​ທີ່​ພົວ­ພັນ​ກັບ​ການ​ຂັດ​ແຍ່ງ​ທາງ​ອິນ​ເຕີ​ເນັດ ເຊັ່ນ: ການ​ຊື້-ຂາຍ ກໍ​ຄື ກິດ­ຈະ­ກຳ​ດ້ານ​ການ​ເງິນ​ຜ່ານ​ລະ­ບົບ​ອອນ​ລາຍ ເປັນ­ຕົ້ນ ສຳ­ນັກ​ສານ​ອິນ​ເຕີ​ເນັດ​ແຫ່ງ​ທຳ​ອິດ​ນີ້ ສ້າງ​ຂຶ້ນ​ທີ່​ນະ­ຄອນ​ຮາງ​ຊູ ແຂວງ​ເຊ​ຈຽງ ເຊິ່ງ​ເປັນ​ເຂດ​ສູນ​ກາງ​ອຸດ­ສາ­ຫະ­ກຳ​ເຕັກ​ໂນ​ໂລ​ຊີ​ຂັ້ນ​ຫົວ​ແຖວ​ຂອງ ສປ ຈີນ ທ່ານ ຊູ​ຈຽງ ປະ­ທານ​ສານ​ປະ­ຊາ­ຊົນ​ສູງ​ສຸດ ກ່າວ​ກ່ຽວ​ກັບ​ສານ​ອິນ​ເຕີ​ເນັດ​ແຫ່ງ​ນີ້​ວ່າ ເພື່ອ​ຮອງ​ຮັບ​ກັບ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ຂອງ​ບັນ­ດາ​ຄູ່​ກໍ­ລະ­ນີ​ທີ່​ມີ​ບັນ­ຫາ​ຂັດ​ແຍ່ງ​ທາງ​ອິນ​ເຕີ​ເນັດ ສານ​ແຫ່ງ​ນີ້​ຈະ​ສາ­ມາດ​ຊ່ວຍ​ແກ້​ໄຂ​ຄະ­ດີ​ທາງ​ອິນ​ເຕີ​ເນັດ​ໄດ້​ຢ່າງ​ມີ​ປະ­ສິດ­ທິ­ພາບ ຂ່າວ​ໃຫ້​ຮູ້​ຕື່ມ​ວ່າ ສານ​ອິນ​ເຕີ​ເນັດ​ນະ­ຄອນ​ຮາງ​ຊູ ຈະ​ລົງ​ເລິກ​ພິ­ຈາ­ລະ­ນາ​ຄະ­ດີ​ທີ່​ພົວ­ພັນ​ກັບ​ອິນ​ເຕີ​ເນັດ 6 ປະ­ເພດ ໃນ​ນັ້ນ ລວມ​ມີ​ຄະ­ດີ​ຂັດ​ແຍ່ງ​ດ້ານ​ຊັບ​ສິນ​ທາງ​ປັນ­ຍາ ແລະ ການ​ຄ້າ​ຜ່ານ​ລະ­ບົບ​ອິນ​ເຕີ​ເນັດ ຫຼື ອີ​ຄອມ​ເມີດ (e-commerce).

error: Content is protected !!