ຈັດແຂ່ງຂັນຊ່ວງເຮືອປະເພດ 12 ແລະ 55 ສີພາຍ ບຶງສາລະຄຳ 2020

ການ​ແຂ່ງ­ຂັນ​ຊ່ວງ​ເຮືອ​ປະ­ເພດ 12 ແລະ 55 ສີ­ພາຍ ລາຍ­ການ​ບຶງ​ສາ­ລະ​ຄຳ ປະ­ຈຳ​ປີ 2020 ຈັດ​ຂຶ້ນ​ໃນ​ລະ­ຫວ່າງ​ວັນ​ທີ 8-9 ສິງ­ຫາ​ນີ້ ຢູ່​ບຶງ​ສາ­ລະ​ຄຳ ເມືອງ​ຫາດ​ຊາຍ​ຟອງ ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ ແລະ ມອບ​ລາ­ງວັນ​ຂອງ​ທ່ານ ບຸນ​ເພັງ ສີ​ນະ​ວົງ​ພອນ ເຈົ້າ­ເມືອງ​ຫາດ​ຊາຍ​ຟອງ ທ່ານ ສົມ​ພອນ ສອນ​ດາ­ລາ ຫົວ­ໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ນະ­ຄອນ­ຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ພໍ່​ແມ່​ປະ­ຊາ­ຊົນ​ຊາວ​ເມືອງ​ຫາດ​ຊາຍ​ຟອງ ກໍ​ຄື ຊາວ​ນະ­ຄອນ­ຫຼວງ​ວຽງ​ຈັນ ເຂົ້າ​ຮ່ວມ​ຊົມ ແລະ ເຊຍ​ຢ່າງ​ເປັນ​ຂະ​ບວນ​ຟົດ­ຟື້ນ.

ການ​ແຂ່ງ­ຂັນ​ເຮືອ 2 ປະ­ເພດ ໃນ​ຄັ້ງ​ນີ້ ສະ­ເພາະ​ເຮືອ​ຍາວ​ປະ­ເພ­ນີ ປະ­ເພດ 55 ສີ­ພາຍ ມີ​ເຮືອ​ເຂົ້າ​ຮ່ວມ 8 ລຳ ແບ່ງ​ອອກ​ເປັນ 2 ກຸ່ມ ແຕ່​ລະ​ກຸ່ມ​ແຂ່ງ­ຂັນ​ພົບ​ກັນ​ໝົດ​ຄັດ​ເອົາ​ທີ 1-2 ຜ່ານ​ເຂົ້າ​ຮອບ​ຕໍ່​ໄປ ສ່ວນ​ເຮືອ​ກີ­ລາ ປະ­ເພດ 12 ສີ­ພາຍ ມີ​ເຮືອ​ເຂົ້າ​ຮ່ວມ 28 ລຳ ແບ່ງ​ອອກ​ເປັນ 8 ກຸ່ມ ແຕ່​ລະ​ກຸ່ມ​ແຂ່ງ­ຂັນ​ພົບ​ກັນ​ໝົດ​ຄັດ​ເອົາ​ທີ 1-2 ແຕ່​ລະ​ກຸ່ມ​ຜ່ານ​ເຂົ້າ​ຮອບ​ຕໍ່​ໄປ.

ຜ່ານ​ການ​ແຂ່ງ­ຂັນ​ເຮືອ​ຍາວ​ປະ­ເພດ 55 ສີ­ພາຍ ປາ­ກົດ​ວ່າ: ອັນ​ດັບ 1 ນາ­ວາ​ສັກ­ສິດ ແລະ ກໍ​ເປັນ​ແຊັມ 3 ສະ­ໄໝ ອັນ​ດັບ 2 ເຈົ້າ​ແມ່​ແກ້ວ​ມັງ­ກອນ (ແຂວງ​ສາ­ລະ​ວັນ) ຮອງ​ແຊັມ 2 ສະ­ໄໝ ອັນ​ດັບ 3 ນາ­ວາ​ສັກ­ສິດ 2 ແລະ ອັນ​ດັບ 4 ທິ­ດາ​ສາຍ​ແວວ ສ່ວນ​ປະ­ເພດ​ເຮືອ 12 ສີ­ພາຍ ອັນ​ດັບ 1 ອົງ­ສາ​ຟາມ ເມືອງ​ວັງ​ວຽງ​ແຂວງ​ວຽງ​ຈັນ (ສີ­ພາຍ​ບ້ານ​ນາ­ລ້ອງ) ອັນ​ດັບ 2 ນາ­ວາ​ສັກ­ສິດ ອັນ​ດັບ 3 ເພັດ​ມີ​ໄຊ (ບ້ານ​ສີ​ຖານ​ໃຕ້) ແລະ ອັນ​ດັບ 4 ນ້ອງ​ທັບ​ທິມ (ແຂວງ​ສະ­ຫວັນ​ນະ​ເຂດ) ນອກ­ຈາກ​ການ​ແຂ່ງ­ຂັນ​ເຮືອ 2 ປະ­ເພດ​ດັ່ງ­ກ່າວ​ແລ້ວ ກໍ​ຍັງ​ມີ​ການ​ແຂ່ງ­ຂັນ​ເຮືອ​ຄູ່​ພິ­ເສດ ປະ­ເພດ 55 ສີ­ພາຍ ລະ­ຫວ່າງ ນາ­ວາ​ສັກ­ສິດ ພົບ​ກັບ ທິ­ດາ​ສາຍ​ແວວ ຜົນ​ປາ­ກົດ​ວ່າ​ເປັນ​ຝ່າຍ​ເຮືອ ທິ­ດາ​ສາຍ​ແວວ ເປັນ​ຝ່າຍ​ຊະ­ນະ.

error: Content is protected !!