ພັນທະລັງ-ເພັດມະນີ ພ້ອມປ້ອງກັນແຊັມດອກປີກໄກ່ເບຍລາວໂອເພັນ

ທ້າວ ພັນ­ທະ​ລັງ ອຸ­ໄທ​ທາ­ນີ (ເຈມ​ບອນ) ແລະ ນາງ ເພັດ​ມະ­ນີ ແກ້ວ​ເພຍ​ຈັນ ນັກ­ກີ­ລາ​ດອກ​ປີກ​ໄກ່​ຄູ່​ປະ­ສົມ ແຊັມ​ເກົ່າ ລາຍ­ການ​ດອກ​ປີກ​ໄກ່ ເບຍ​ລາວ​ໂອ​ເພັນ 2019 ໃຫ້​ສຳ­ພາດ​ວັນ​ທີ 11 ສິງ­ຫາ 2020 ວ່າ: ປັດ​ຈຸ ບັນ​ພວກ​ເຮົາ​ມີ​ຄວາມ​ຮູ້­ສຶກ​ພາກ­ພູມ​ໃຈ ແລະ ຕື່ນ­ເຕັ້ນ​ເປັນ​ຢ່າງ​ຍິ່ງ​ທີ່​ຈະ​ໄດ້​ເຂົ້າ​ຮ່ວມ​ປ້ອງ​ກັນ​ແຊັມ​ລາຍ­ການ​ແຂ່ງ­ຂັນ​ກີ­ລາ​ດອກ​ປີກ​ໄກ່​ທີ່​ເປັນ​ລາຍ­ການ​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ລາວ ຫຼື ລາຍ­ການ 20th BeerLao Open 2020 ຈັດ​ຂຶ້ນ​ວັນ​ທີ 20-23 ສິງ­ຫາ 2020 ທີ່​ສະ­ໂມ­ສອນ​ດອກ​ປີກ​ໄກ່​ເສດ​ຖາ(ບຶງ​ຂະ​ຫຍອງ) ສຳ­ລັບ​ຄວາມ ພ້ອມ​ຂອງ​ຕົນ​ເອງ​ໄດ້​ເຝິກ­ຊ້ອມ​ທຸກ​ວັນ ວັນ​ລະ 4 ຊົ່ວ­ໂມງ ຕາມ​ມາດ­ຕະ­ຖານ​ສາ­ກົນ ແລະ ກໍ​ເຝິກ­ຊ້ອມ​ແຕກ​ຕ່າງ​ກັບ​ນັກ­ກີ­ລາ​ຈາກ ສະ­ໂມ­ສອນ​ອື່ນໆ ບາງ​ວັນ​ເຝິກ­ຊ້ອມ​ຢູ່​ຄອດ​ຫາດ​ຊາຍ ແລະ ເຝິກ­ຊ້ອມ​ໃນ​ເດີ່ນ​ຮົ່ມ ເຫດ­ຜົນ​ໃນ​ການ​ເຝິກ­ຊ້ອມ​ເດີ່ນ​ຫາດ​ຊາຍ​ເພື່ອ​ເປັນ​ການ​ຍົກ​ລະ­ດັບ​ການ​ເໜັງ​ຕີງ ແລະ ການ​ສະ​ປີດ​ຂອງ​ຮ່າງ­ກາຍ​ທຸກ​ສ່ວນ ເປັນ­ຕົ້ນ ຂາ​ເພື່ອ​ໃຫ້​ມີ​ຄວາມ​ໄວ​ຂຶ້ນ​ກວ່າ​ເກົ່າ​ຕະ­ຫຼອດ​ໄລ­ຍະ​ການ​ເຝິກ­ຊ້ອມ​ຜ່ານ​ມາ ສາ­ມາດ​ເວົ້າ​ໄດ້​ວ່າ​ໄລ­ຍະ​ນີ້​ມີ​ຄວາມ​ພ້ອມ​ເຕັມ­ທີ່ ແລະ ພ້ອມ​ທີ່​ຈະ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ທຸກ​ສະ­ຖາ­ນະ​ການ ປີ​ນີ້​ຈະ​ໄດ້​ລົງ​ແຂ່ງ­ຂັນ 2 ລາຍ­ການ ປະ­ເພດ​ທີມ​ຄູ່​ປະ­ສົມ ແລະ ທີມ​ຄູ່​ຊາຍ​ຮ່ວມ​ກັບ ທ້າວ ເມກ​ສະ­ຫວ່າງ ພົມ­ມາ​ລີ ອະ­ດີດ​ນັກ­ກີ­ລາ​ດອກ​ປີກ​ໄກ່​ທີມ​ຊາດ​ລາວ.

ສ່ວນ ສາວ​ແອນ​ນ່າ ກ່າວ​ວ່າ: ເຖິງ​ວ່າ​ພວກ​ເຮົາ​ຈະ​ບໍ່​ມີ​ໂອ ກາດ​ໄດ້​ມາ​ເຝິກ­ຊ້ອມ​ຮ່ວມ​ກັນ ຢ່າງ​ເປັນ​ປົກ­ກະ­ຕິ​ກໍ​ຕາມ ແຕ່​ພວກ​ເຮົາ​ກໍ​ມີ​ປະ­ສົບ​ການ​ມາ​ຢ່າງ​ຫຼວງ­ຫຼາຍ​ເຄີຍ​ຈັບ​ຄູ່​ຮ່ວມ​ກັນ​ລ່າ​ແຊັມ​ຫຼາຍ​ລາຍ­ການ ທີ່ ສປ ຈີນ ປີ­ຜ່ານ­ມາ ໃນ​ໄລ­ຍະ​ໄປ​ສຶກ​ສາ​ຕໍ່​ທີ່​ປະ­ເທດ​ຈີນ ແລະ ລວມ​ທັງ​ແຊັມ​ລາຍ­ການ​ຄູ່​ປະ­ສົມ​ເບຍ​ລາວ ໂອ​ເພັນ 2019  ປັດ­ຈຸ­ບັນ​ສືບ­ຕໍ່​ເຝິກ­ຊ້ອມ​ທີ່​ບ້ານ​ເກີດ ເມືອງ​ທ່າ​ແຂກ ແຂວງ​ຄຳ ມ່ວນ ຊ້ອມ​ທຸກ​ວັນ ແລະ ເຊື່ອ​ວ່າ​ເຖິງ​ຈະ​ມີ​ອຸ­ປະ­ສັກ​ບໍ່​ໄດ້​ເຝິກ ຊ້ອມ​ຮ່ວມ​ກັນ​ກໍ​ຕາມ ແຕ່​ພວກ​ເຮົາ​ຈະ​ນຳ​ໃຊ້​ປະ­ສົບ​ການ​ທີ່​ເຄີຍ​ຜ່ານ​ຜ່າ ເພື່ອ​ຫວັງ​ປ້ອງ​ກັນ​ແຊັມ​ລາຍ­ການ​ນີ້​ໃຫ້​ໄດ້​ອີກ 1 ສະ­ໄໝ.

ການ​ແຂ່ງ­ຂັນ​ດອກ​ປີກ​ໄກ່​ເບຍ​ລາວ​ໂອ​ເພັນ 2020 ກຳ­ນົດ​ການ​ແຂ່ງ­ຂັນ​ວັນ​ທີ 20-23 ສິງ­ຫາ 2020 ທີ່​ສະ­ໂມ­ສອນ​ກີ­ລາ​ດອກ​ປີກ​ໄກ່​ໄຊ​ເສດ​ຖາ ລາຍ­ການ​ນີ້​ມີ​ການ​ຊີງ​ໄຊ​ກັນ 11 ລາຍ­ການ ປະ­ກອບ​ມີ ປະ­ເພດ​ດ່ຽວ​ເຍົາ­ວະ​ຊົນ​ຊາຍ​ຮຸ່ນ​ອາ­ຍຸ​ບໍ່​ເກີນ 14 ປີ  ດ່ຽວ​ເຍົາ­ວະ​ຊົນ​ຍິງ​ຮຸ່ນ 17 ປີ ຄູ່​ເຍົາ­ວະ​ຊົນ​ປະ­ສົມ ຮຸ່ນ 17 ປີ ດ່ຽວ​ຊາຍ​ທົ່ວ​ໄປ​ຄູ່​ຍິງ​ທົ່ວ​ໄປ​ຄູ່​ອາ­ວຸ­ໂສ​ຊາຍ​ອາ­ຍຸ​ລວມ 90 ປີ​ຂຶ້ນ​ໄປ ດ່ຽວ​ເຍົາ­ວະ​ຊົນ​ຊາຍ ຮຸ່ນ 17 ປີ ຄູ່​ເຍົາ­ວະ​ຊົນ​ຊາຍ ຮຸ່ນ 17 ປີ ຄູ່​ສະ­ໝັກ​ຫຼິ້ນ​ຊາຍ​ຄູ່​ຊາຍ​ທົ່ວ​ໄປ ແລະ ຄູ່​ປະ­ສົມ​ທົ່ວ​ໄປ.

error: Content is protected !!