ເບິ່ງໜ້າຈໍຫຼາຍ ເຮັດໃຫ້ຕາບໍ່ສູ້ແສງ ສ່ຽງແກ້ວຕາອັກເສບ ແນະນຳ 7 ວິທີຖະໜອມດວງຕາ

ແພດ​ໝໍ​ຕັກ­ເຕືອນ​ວ່າ ເບິ່ງ​ຄອມ​ພິວ​ເຕີ​ຫຼາຍ ເຮັດ​ໃຫ້​ຕາ​ບໍ່​ສູ້​ແສງ ປ່ອຍ­ປະ​ໄວ້​ດົນ ສ່ຽງ​ແກ້ວ­ຕາ​ອັກ­ເສບ ກ້າມ​ເນື້ອ​ຕາ​ອ່ອນ​ລ້າ ແນະ­ນຳ 7 ວິ­ທີ​ຊ່ວຍ​ຖະ­ໜອມ​ດວງ​ຕາ​ຈາກ​ການ​ໃຊ້​ງານ​ໜ້າ​ຈໍ​ຄອມ​ພິວ​ເຕີ ມື​ຖື ແລະ ແທັບ​ເລັດ.

ປັດ­ຈຸ­ບັນ ກຸ່ມ​ຜູ້​ປ່ວຍ​ໂຣກ​ຕາ​ທີ່​ມີ​ສາ­ເຫດ​ມາ​ຈາກ​ການ​ຢູ່​ກັບ​ໜ້າ​ຈໍ​ຫຼາຍ​ເກີນ​ໄປ ມີ​ຈຳ­ນວນ​ເພີ່ມ​ຫຼາຍ​ຂຶ້ນ​ເລື້ອຍໆ ທັງ​ໃນ​ໄວ​ເດັກ ແລະ ຜູ້​ໃຫຍ່ ຊຶ່ງ​ເປັນ​ສາ­ເຫດ​ໃຫ້​ເກີດ​ກຸ່ມ​ອາ­ການ​ຕາ​ບໍ່​ສູ້​ແສງ ໂດຍ​ຈະ​ມີ​ອາ­ການ​ແສບ​ຕາ ຕາ​ແຫ້ງ ປວດ​ຕາ ຊຶ່ງ​ອາ­ການ​ດັ່ງ­ກ່າວ​ຈະ​ເກີດ​ຂຶ້ນ​ຊົ່ວ­ຄາວ ເມື່ອ​ພັກ​ຕາ ອາດ​ຊ່ວຍ​ບັນ­ເທົາ​ອາ­ການ ແຕ່​ຫາກ​ປ່ອຍ­ປະ​ໄວ້ ອາດ​ເກີດ​ຜົນ​ຕາມ​ມາ ເຊັ່ນ ແກ້ວ­ຕາ​ອັກ­ເສບ ກ້າມ​ເນື້ອ​ຕາ​ອ່ອນ​ລ້າ ດັ່ງ­ນັ້ນ ຫາກ​ເກີດ​ອາ­ການ​ຜິດ​ປົກ­ກະ­ຕິ​ທາງ​ຕາ ຄວນ​ພົບ​ແພດ​ເພື່ອ​ຮັບ​ການ​ກວດ​ວິ­ເຄາະ​ທີ່​ຖືກ­ຕ້ອງ​ເໝາະ​ສົມ.

ຜູ້​ປ່ວຍ​ທີ່​ເຂົ້າ​ຮັບ​ການ​ປິ່ນ­ປົວ​ໃນ​ໂຮງ­ໝໍ​ບາງ ແຫ່ງ​ໃນ​ປີ 2017 ເປັນ​ຜູ້​ປ່ວຍ​ໂຣກ​ຕາ​ຈາກ​ຄວາມ​ຜິດ​ປົກ­ກະ­ຕິ​ຂອງ​ສາຍ­ຕາ ແລະ ການ​ກຶ້ງ​ສາຍ­ຕາ​ເຖິງ 3.844 ຄົນ ສາ­ເຫດ​ຂອງ​ການ​ເກີດ​ໂຣກ ມາ​ຈາກ​ການ​ໃຊ້​ສາຍ­ຕາ​ກຶ້ງ​ເບິ່ງ​ໜ້າ​ຈໍ​ຫຼາຍ​ເກີນ​ໄປ ເຖິງ​ແມ່ນ​ຈະ​ບໍ່​ກໍ່­ໃຫ້­ເກີດ​ອັນ­ຕະ­ລາຍ​ຕໍ່​ຕາ​ຢ່າງ​ທັນ­ທີ ແຕ່​ເຮັດ​ໃຫ້​ເກີດ​ຄວາມ​ບໍ່​ສະ­ບາຍ​ຕາ ເຄືອງ​ຕາ ແລະ ເປັນ​ບັນ­ຫາ​ລົບ​ກວນ​ການ​ໃຊ້​ສາຍ­ຕາ​ຢູ່​ສະ­ເໝີ ທັງ​ນີ້ ຫາກ​ມີ​ບັນ­ຫາ​ສາຍ­ຕາ ຄວນ​ປຶກ­ສາ​ແພດ ເພື່ອ​ກວດ​ຫາ​ຄວາມ​ຜິດ​ປົກ­ກະ­ຕິ ແລະ ຮັບ​ການ​ປິ່ນ­ປົວ​ຢ່າງ​ທັນ​ການ ຢ່າງ­ໃດ​ກໍ​ຕາມ ສາ­ມາດ​ຖະ­ໜອມ​ດວງ​ຕາ​ໄດ້​ດ້ວຍ ວິ­ທີ​ການ​ດັ່ງ­ນີ້:

1. ກະ​ພິບ​ຕາ​ໃຫ້​ຫຼາຍ ເມື່ອ​ຢູ່​ໜ້າ​ຈໍ ເພື່ອ​ປ້ອງ​ກັນ​ຕາ​ແຫ້ງ.

2. ຫາກ​ມີ​ອາ­ການ​ຕາ​ແຫ້ງ ຄວນ​ໃຊ້​ນ້ຳ​ຕາ​ທຽມ ເພື່ອ​ຫຼຸດ​ການ​ເຄືອງ​ຕາ.

3. ຄວນ​ພັກ​ສາຍ­ຕາ​ເປັນ​ໄລ­ຍະ​ທຸກ 20-30 ນາ­ທີ ໃຫ້​ພັກ​ຈາກ​ຈໍ​ປະ­ມານ 30-60 ວິ­ນາ­ທີ ໂດຍ​ການ​ເບິ່ງ​ອອກ​ໄປ​ໄກໆ ຫຼື​ຫຼັບ​ຕາ.

4. ຫາກ​ຈຳ­ເປັນ​ຕ້ອງ​ຢູ່​ໜ້າ​ຈໍ​ນານ​ເກີນ 30 ນາ­ທີ ຄວນ​ພັກ​ການ​ເຮັດ​ວຽກ​ທຸກ 1-2 ຊົ່ວ­ໂມງ​ປະ­ມານ 5-15 ນາ­ທີ.

5. ໃຊ້​ແຜ່ນ​ກອງ​ແສງ​ຈາກ​ໜ້າ​ຈໍ ຫຼື​ໃສ່​ແວ່ນ​ກອງ​ແສງ​ປັບ​ແສງ​ໜ້າ​ຈໍ​ໃຫ້​ພໍ​ເໝາະ ບໍ່​ສະ­ຫວ່າງ​ເກີນ​ໄປ.

6. ບໍ່​ຄວນ​ເຮັດ​ວຽກ​ໃນ​ບ່ອນ​ມືດ​ຫຼາຍ ວາງ​ຈໍ​ໃຫ້​ຢູ່​ໃນ​ໄລ­ຍະ​ພໍ​ເໝາະ​ທີ່​ຕາ​ເບິ່ງ​ສະ­ບາຍ ບໍ່​ຕ້ອງ​ກຶ້ງ​ຕາ ໂດຍ​ສະ­ເລ່ຍ​ໄລ­ຍະ​ຈາກ​ຕາ​ເຖິງ​ຈໍ​ດົນ​ນານ ຄວນ​ມີ​ໄລ­ຍະ 45-50 ຊັງ​ຕີ​ແມັດ.

7. ຮັບ​ປະ­ທານ​ອາ­ຫານ​ທີ່​ຊ່ວຍ​ບຳ­ລຸງ​ສາຍ­ຕາ ໄດ້­ແກ່ ຜັກ ໝາກ​ໄມ້​ທີ່​ມີ​ສີ­ເຫຼືອງ​ສົ້ມ ເຊັ່ນ: ກາ​ຣົດ ໝາກ­ອຶ ຜັກ​ໃບ​ຂຽວ ເຊັ່ນ: ກາດ­ນາ ຜັກ​ກາດ​ຂິວ ແລະ ດື່ມ­ນ້ຳ​ໃຫ້​ພຽງ­ພໍ ເນື່ອງ​ຈາກ​ການ​ດື່ມ­ນ້ຳ​ເລື້ອຍໆ ຈະ​ຊ່ວຍ​ເພີ່ມ​ຄວາມ​ຊຸ່ມ​ຊື່ນ​ໃຫ້​ແກ່​ດວງ​ຕາ.

ວ.ດາ­ລາ​ວົງ-ນຳ​ສະ­ເໜີ

error: Content is protected !!