ສູ້ຊົນໃຫ້ເດັກໄດ້ສັກຢາວັກແຊັງກັນພະຍາດໃຫ້ໄດ້ 95%

ວຽກ​ງານ​ໃຫ້​ວັກ​ແຊັງ​ກັນ​ພະ­ຍາດ ເປັນ​ວຽກ​ງານ​ໜຶ່ງ​ທີ່​ຊ່ວຍ​ຫຼຸດ­ຜ່ອນ​ອັດ­ຕາ​ການ​ເຈັບ­ເປັນ ແລະ ການ​ຕາຍ​ຂອງ​ແມ່ ແລະ ເດັກ ຈາກ​ພະ­ຍາດ​ທີ່​ສາ­ມາດ​ປ້ອງ​ກັນ​ໄດ້​ດ້ວຍ​ວັກ​ແຊັງ ເພື່ອ​ບັນ­ລຸ​ອັດ­ຕາ​ການ​ໃຫ້​ວັກ​ແຊັງ​ກັນ​ພະ­ຍາດ​ທີ່​ໄດ້​ກຳ­ນົດ​ໄວ້​ຄື: ເດັກ​ທີ່​ໄດ້​ສັກ​ຢາ​ຄົບ​ກ່ອນ 1 ປີ ຢ່າງ​ໜ້ອຍ 95% ໃນ​ແຕ່​ລະ​ເມືອງ ເພື່ອ​ບໍ່​ໃຫ້​ມີ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂປ​ລິ​ໂອ​ພາຍ​ໃນ​ປະ­ເທດ ຈົນ​ກວ່າ​ຈະ​ມີ​ການ​ຢັ້ງ­ຢືນ​ລຶ­ບລ້າງ​ພະ­ຍາດ​ໂປ​ລິ​ໂອ​ໃນ​ທົ່ວ​ໂລກ ແລະ ເພື່ອ​ຄວບ​ຄຸມ​ການ​ລະ­ບາດ​ຂອງ​ພະ­ຍາດ­ໝາກ­ແດງ​ໃຫຍ່ ໝາກ​ແດງ​ນ້ອຍ.

ຜ່ານ​ມາ ວຽກ​ງານ​ໃຫ້​ວັກ​ແຊັງ​ກັນ​ພະ­ຍາດ​ກໍ່​ມີ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ ລວມ​ທັງ​ການ­ລະ­ບາດ­ພະ­ຍາດ​ໂຄ​ວິດ-19 ກໍ​ເປັນ​ຜົນ​ກະ­ທົບ​ຕໍ່​ການ​ໃຫ້​ວັກ​ແຊັງ ແລະ ການ​ມາ​ຮັບ​ບໍ­ລິ­ການ​ສຸ­ຂະ­ພາບ​ແມ່ ແລະ ເດັກ ເນື່ອງ​ຈາ​ກວ່າ​ທຸກ​ພາກ­ສ່ວນ ຕ້ອງ​ໄດ້​ປະ­ຕິ­ບັດ​ຄຳ​ສັ່ງ​ຂອງ​ລັດ­ຖະ­ບານ​ໃນ​ການ​ປິດ​ເມືອງ ປິດ​ການ​ສັນ­ຈອນ ແລະ ໃຫ້​ທຸກ​ຄົນ​ຢູ່​ບ້ານ ເພື່ອ​ເປັນ​ການ​ຢັບ​ຢັ້ງ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ນອກ​ນັ້ນ ບັນ­ຫາ​ຂອງ​ສະ­ຖານ­ທີ່​ບໍ­ລິ­ການ​ໃຫ້​ວັກ​ແຊັງ​ກັນ​ພະ­ຍາດ ຍັງ​ບໍ່​ທັນ​ເໝາະ​ສົມ​ການ​ບໍ­ລິ­ການ​ເຄື່ອນ​ທີ່ ຍັງ​ບໍ່​ມີ​ຮູບ​ແບບ​ການ​ບໍ­ລິ­ການ​ສະ­ເພາະ​ທີ່​ແທດ­ເໝາະ​ສຳ­ລັບ ເຂດ​ທີ່​ມີ​ຄວາມ​ສ່ຽງ ລວມ​ທັງ​ການ​ປະ­ສານ​ງານ​ລະ­ຫວ່າງ ຂະ­ແໜງ­ການ​ສາ­ທາ­ລະ­ນະ​ສຸກ ກັບ​ຄະ­ນະ​ກຳ­ມາ​ທິ​ການ​ເພື່ອ​ແມ່ ແລະ ເດັກ​ໃນ​ແຕ່​ລະ​ຂັ້ນ ຍັງ​ເຮັດ​ບໍ່​ໄດ້​ດີ​ເທົ່າ​ທີ່​ຄວນ ຕໍ່​ບັນ­ຫາ​ນີ້ ຈຶ່ງ​ເຫັນ​ວ່າ​ຍັງ​ມີ 15 ແຂວງ​ທີ່​ຍັງ​ບໍ່​ບັນ­ລຸ​ຄາດ­ໝາຍ​ທີ່​ຕັ້ງ​ໄວ້ ແລະ ມີ​ໂອ­ກາດ​ທີ່​ຈະ​ເຮັດ​ໃຫ້​ເດັກ­ນ້ອຍ​ມີ​ການ​ເຈັບ­ເປັນ ຍ້ອນ​ພະ­ຍາດ​ທີ່​ສາ­ມາດ​ປ້ອງ​ກັນ​ໄດ້​ດ້ວຍ​ວັກ​ແຊັງ​ນີ້​ສູງ.

ເພື່ອ​ເປັນ​ການ​ຄົ້ນ­ຄວ້າ​ຊອກ​ຫາ​ວິ­ທີ​ແກ້​ໄຂ​ບັນ­ຫາ​ນີ້ ເຊິ່ງ​ມີ​ຄວາມ​ຈຳ­ເປັນ​ທີ່​ຕ້ອງ​ກຳ­ນົດ​ແຜນ­ການ​ຢ່າງ​ລະ­ອຽດ ແລະ ແທດ­ເໝາະ​ກັບ​ສະ​ຂອງ​ທ້ອງ­ຖິ່ນ ເພື່ອ​ສຸມ​ໃສ່​ການ​ໃຫ້​ວັກ​ແຊັງ​ໃນ 6 ເດືອນ​ທ້າຍ​ປີ ໃຫ້​ໄດ້​ຕາມ​ເປົ້າ​ໝາຍ​ທີ່​ຕັ້ງ​ໄວ້ ດັ່ງ­ນັ້ນ ສູນ​ສຸ­ຂະ­ພາບ​ແມ່ ແລະ ເດັກ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ຈຶ່ງ​ໄດ້​ຈັດ​ກອງ​ປະ­ຊຸມ​ທົບ​ທວນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ ໃຫ້​ວັກ​ແຊັງ​ກັນ​ພະ­ຍາດ 6 ເດືອນ​ຕົ້ນ​ປີ​ຂຶ້ນ​ວັນ​ທີ 12-14 ສິງ­ຫາ 2020 ທີ່​ເມືອງ​ວັງ​ວຽງ ແຂວງ​ວຽງ​ຈັນ ມີ​ທ່ານ ພູ­ທອນ ເມືອງ​ປາກ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ຫົວ­ໜ້າ​ພະ​ແນກ​ສາ­ທາ­ລະ­ນະ​ສຸກ 18 ແຂວງ​ເຂົ້າ​ຮ່ວມ.

error: Content is protected !!